Dwayne Johnson ຂຶ້ນເປັນນັກສະແດງຊາຍທີ່ມີຄ່າຕົວແພງທີ່ສຸດໃນປະຫວັດສາດ


ສຳນັກຂ່າວ Puck News ໄດ້ລາຍງານວ່າ Dwayne Johnson ໄດ້ຂຶ້ນເປັນນັກສະແດງຊາຍທີ່ໄດ້ຮັບຄ່າຕົວແພງທີ່ສຸດເປັນປະຫວັດສາດ ໄດ້ຮັບຄ່າຕົວຈາກຮູບເງົາ 1 ເລື່ອງຢູ່ທີ່ 50 ລ້ານໂດລາ ຈາກການຮັບບົດນຳໃນ ‘Red One’ ຮູບເງົາແອັກຊັນຜະຈົນໄພທີ່ສາຍເທິງສະຕີມມິງ Prime Video ຂອງ Amazon.

Dwayne Johnson ໄດ້ຮັບບົດເປັນ Callum Drift ຜູ້ບັນຊາການທີມ E.L.F. ໂດຍຮູບເງົາທີ່ໄດ້ຖ່າຍທຳຈົບລົງໄປເມື່ອຕົ້ນປີ 2023 ແລະ ກຳນົດສາຍໃນໄລຍະພັກຜ່ອນຍາວປາຍປີ 2023.

Dwayne Johnson ມີຊື່ສຽງມາຈາກການເປັນນັກມວຍປ້ຳ WWE ກ່ອນຈະຫັນມາຮັບງານສະແດງໃນຮູບເງົາຟອມຍັກຢ່າງ “Fast and Furious”, “Jumanji” ແລະ ໄດ້ຮັບບົດເປັນຊູເປີຮີໂຣ້ຂອງ DCEU ດ້ວຍຄວາມທີ່ມີຜົນງານຫຼາກຫຼາຍຈົນກາຍມາເປັນນັກສະແດງຊາຍທີ່ມີລາຍໄດ້ສູງສຸດຂອງ Hollywood ໃນຍຸກນີ້ເລີຍກໍວ່າໄດ້ ໂດຍມີຄ່າຕົວສະເລ່ຍຢູ່ໃນລະດັບທີ່ສູງກວ່າ 20 ລ້ານໂດລາຕໍ່ເລື່ອງ.

ໂດຍຜົນງານທີ່ Dwayne Johnson ໄດ້ຮ່ວມສະແດງໃນຫຼາຍຮູບເງົາທີ່ໄດ້ຄ່າຕົວທີ່ປະມານ 20 ລ້ານໂດລາ ກໍຄືເລື່ອງ ‘Red Notice’ (2021) ໄດ້ຄ່າຕົວ 23,5 ລ້ານໂດລາ, ‘Black Adam’ (2022) ໄດ້ຄ່າຕົວ 22,5, ‘Jungle Cruise’ (2021) 22 ລ້ານໂດລາ ແລະ ‘Fast & Furious Presents: Hobbs & Shaw’ (2019) 20 ລ້ານໂດລາ.

ຄ່າຕົວຫຼ້າສຸດຂອງ Dwayne Johnson ໄດ້ສູງກວ່າສະຖິຕິເກົ່າຂອງ Robert Downey Jr. ຈາກ ຮູບເງົາເລື່ອງ Captain America: Civil War’ (2016) ແລະ Will Smith ຈາກຮູບເງົາເລື່ອງ King Richard’ (2022) ທີ່ໄດ້ຮັບຄ່າຕົວຢູ່ທີ່ 40 ລ້ານໂດລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/