Manchineel ຕົ້ນແອັບເປິ້ນແຫ່ງຄວາມຕາຍທີ່ໄດ້ຊື່ວ່າອັນຕະລາຍທີ່ສຸດໃນໂລກ


ໝາກໄມ້ປະຫຼາດທີ່ມີໝາກສີຂຽວທີ່ເກີດຂຶ້ນຕາມຝັ່ງຊາຍຫາດ ມີກິ່ນຫອມຫວານຄ້າຍຄືໝາກແອັບເປິ້ນ ເຮັດໃຫ້ຍາກທີ່ຈະອົດໄຫວ, ແຕ່ເຖິງແມ່ນວ່າກິ່ນ ແລະ ຣົດຊາດຂອງມັນຈະຫອມຫວານພຽງໃດ ກໍຢ່າຫຼົງກິນມັນເຂົ້າໄປເດັດຂາດ ເພາະຖ້າກິນເຂົ້າໄປແລ້ວບໍ່ໄດ້ຮັບການປິ່ນປົວຈາກແພດໃນທັນທີ ກໍອາດຈະສົ່ງຜົນເຮັດໃຫ້ທ່ານເສຍຊີວິດໄດ້.

Manchineel (Hippomane mancinella) ນີ້ໃນພາສາສະເປນໝາຍເຖິງ Little Apple, ເນື່ອງຈາກລັກສະນະຂອງໜ່ວຍ Manchineel ຄ້າຍຄືໝາກແອັບເປິ້ນນ້ອຍໆນັ້ນ. ແຕ່ຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວທີ່ຫຼົງໄປສຳຜັດມັນ ຫຼື ເກັບມາກິນມັກຈະເອີ້ນມັນວ່າ Beach Apple ຫຼື Poison Guava.

Manchineel ເປັນພືດທ້ອງຖິ່ນຂອງປ່າເຂດຮ້ອນ ເຊິ່ງເຮົາສາມາດພົບເຫັນພືດຊະນິດໄດ້ຕາມຊາຍຝັ່ງຂອງທະເລ Caribbean Florida, ໝູ່ເກາະ Bahamas ໃນເມັກຊິໂກ ແລະ ທະວີບອາເມຣິກາເໜືອ.

ໂດຍພິດຂອງຕົ້ນໄມ້ຊະນິດນີ້ສາມາດພົບໄດ້ທຸກສ່ວນບໍ່ວ່າຈະເປັນໃບ, ໝາກ ຫຼື ເປືອກຈາກລຳຕົ້ນ ເຊິ່ງຖ້າຫາກຫຼົງກິນມັນເຂົ້າໄປແລ້ວ ຕອນທຳອິດຈະມີຣົດຊາດຫວານ ແຕ່ຫຼັງຈາກນັ້ນຈະມີອາການແສບຮ້ອນຢ່າງຮຸນແຮງ   ຖ້າບໍ່ໄດ້ຮັບການປິ່ນປົວໃນທັນທີກໍອາດຈະເຮັດໃຫ້ເສຍຊີວິດໄດ້ ເນື່ອງຈາກອະໄວຍະວະໃນຮ່າງກາຍຈະຖືກພິດກັດ ຈົນເປື່ອຍ, ແຕ່ຖ້າຫາກໄປຫຼົງເດັດໃບຂອງມັນ ຈະມີນ້ຳຢາງສີຂາວຂຸ້ນອອກມາ ຫຼື ທີ່ເອີ້ນວ່າ “Phorbol” ຫາກສຳພັດຜິວໜັງຈະເກີດອາການແສບຮ້ອນຢ່າງຮຸນແຮງ ຖ້າຖືກຕາກໍອາດບອດໃນທັນທີ, ຫາກມື້ໃດທີ່ມີຝົນຕົກແລ້ວເຮົາໄປຢືນຫຼົບຝົນຢູ່ກ້ອງຕົ້ນໄມ້ດັ່ງກ່າວ ນ້ຳຝົນທີ່ໄຫຼຜ່ານໃບ ກິ່ງກ້ານຂອງຕົ້ນ ມັນຈະນຳພາເອົາພິດອ່ອນໆທີ່ເຄືອບຢູ່ຂອງຕົ້ນໄມ້ມານຳ.

ນອກຈາກນີ້, ການທີ່ເຮົາຄິດຈະທຳລາຍຕົ້ນ Manchineel ໂດຍການເຜົາ ຖືວ່າເປັນຄວາມຄິດທີ່ຜິດຢ່າງມະຫັນ ເພາະຄວັນໄຟຈະເຮັດໃຫ້ເກີດການລະຄາຍເຄືອງ, ປອດ ແລະ ຕາຂອງເຮົາກໍຈະໄດ້ຮັບອັນຕະລາຍຈາກພິດໄປນຳນັ້ນເອງ.

ແຕ່ເຖິງແມ່ນວ່າພິດຂອງຕົ້ນ Manchineel ຈະຮ້າຍແຮງປານໃດ ແເຕ່ມັນກໍຍັງມີຂໍ້ດີຢູ່ ໂດຍຊາວອິນເດຍພື້ນເມືອງໃນແຖບ Caribbean ໄດ້ນໍາເອົາຢາງຈາກຕົ້ນໄມ້ນີ້ມາເຄືອບລູກທະນູເພື່ອລ່າສັດ. ນອກຈາກນີ້ ຕົ້ນ Manchineel ຍັງມີປະໂຫຍດໃນລະບົບນິເວດຂອງຊາຍຝັ່ງທະເລ ເນື່ອງຈາກເປັນຕົ້ນໄມ້ຢືນຕົ້ນຂະໜາດສູງ ຈຶ່ງເຮັດໃຫ້ສາມາດຕ້ານລົມ ແລະ ການກັດເຊາະຂອງຊາຍຝັ່ງໄດ້ (Erosion)

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/