ໃຜວ່າຜູ້ຊາຍບໍ່ເປັນ! ກວດເລີຍ! ສັນຍານໄວທອງທີ່ເກີດຂຶ້ນກັບຜູ້ຊາຍ


ເຮົາມັກຈະເຄີຍໄດ້ຍິນວ່າອາການໄວທອງມັກຈະເກີດຂຶ້ນກັບແມ່ຍິງເປັນສ່ວນໃຫຍ່ ເຊິ່ງເກີດຂຶ້ນຈາກການທີ່ແມ່ຍິງເລີ່ມກ້າວເຂົ້າສູ່ໄວໝົດປະຈຳເດືອນ ສົ່ງຜົນຕໍ່ລະດັບຮໍໂມນຕ່າງໆພາຍໃນຮ່າງກາຍເກີດການປ່ຽນແປງ. ແຕ່ຮູ້ຫຼືບໍ່ວ່າ ອາການໄວທອງກໍເກີດຂຶ້ນກັບຜູ້ຊາຍໄດ້ເຊັ່ນກັນ. ມື້ນີ້ເຮົາມາເບິ່ງວ່າ ອາການໄວທອງທີ່ເກີດຂຶ້ນໃນຜູ້ຊາຍ ມີຫຍັງແດ່? ແລະ ຈະມີວິທີຮັບມືແນວໃດ?

ອາການໄວທອງ (Andropause) ໃນຜູ້ຊາຍ ເກີດມາຈາກໃສ?

ເມື່ອຜູ້ຊາຍເລີ່ມກ້າວເຂົ້າສູ່ອາຍຸສະເລ່ຍປະມານ 30 ປີຂຶ້ນໄປ ຮໍໂມນເພດຊາຍ (Testosterone) ໃນຮ່າງກາຍຈະເລີ່ມລົດລົງຢ່າງຊ້າໆຕາມທຳມະຊາດຢູ່ແລ້ວທຸກປີ ໂດຍສະເລ່ຍປະມານປີລະ 1% ແຕ່ຖ້າມີບັນຫາສຸຂະພາບ, ເຮັດວຽກໜັກ, ເຄັ່ງຄຽດ, ພັກຜ່ອນໜ້ອຍ, ວິຕົກກັງວົນ, ດື່ມເຄື່ອງດື່ມທີ່ມີທາດເຫຼົ້າຫຼາຍ, ສູບຢາ, ບໍ່ໄດ້ອອກກຳລັງກາຍສະໝ່ຳສະເໝີ, ກໍຈະຍິ່ງສົ່ງຜົນໃຫ້ຮໍໂມນດັ່ງກ່າວນີ້ລົດລົງໄວກວ່າເກົ່າ ແລະ ກ້າວເຂົ້າສູ່ໄວທອງໄດ້ໄວຂຶ້ນ. ນອກນັ້ນ, ຖ້າຫາກຜູ້ຊາຍຄົນໃດມີພະຍາດປະຈຳຕົວ ເຊັ່ນ: ເບົາຫວານ, ຄວາມດັນສູງ, ໄທຣອຍ, ພາວະຢຸດຫາຍໃຈໃນຂະນະທີ່ນອນຫຼັບ ກໍຈະຍິ່ງເປັນຕົວກະຕຸ້ນໃຫ້ເຂົ້າສູ່ໄວທອງໄດ້ໄວຂຶ້ນ.

ມີສັນຍານໃດແດ່ທີ່ບົ່ງບອກວ່າຮ່າງກາຍຜູ້ຊາຍເລີ່ມກ້າວເຂົ້າສູ່ໄວທອງແລ້ວ?

  • ສັນຍານດ້ານຮ່າງກາຍ: ຮ່າງກາຍອ່ອນເພຍງ່າຍ, ຕຸ້ຍລົງພຸງ, ເບື່ອອາຫານ, ປວດເມື່ອຍຕາມຮ່າງກາຍໂດຍບໍ່ມີສາເຫດ, ສະມັດຖະພາບທາງເພດມີພາວະເສື່ອມຖອຍ, ຫົວລ້ານ ຫຼື ຜົມຫຼົ່ນຫຼາຍຈົນຜິດປົກກະຕິ.  
  • ສັນຍານດ້ານສະຕິປັນຍາ ແລະ ການຄວບຄຸມອາລົມ: ຂາດຄວາມກະຕືລືລົ້ນໃນຊີວິດປະຈຳວັນ, ເບື່ອງ່າຍ, ຫງຸດຫງິດ, ໃຈຮ້າຍງ່າຍ ບາງຄົນອາດມີພາວະຊຶມເສົ້າ, ຄວາມຈື່ຈຳລົດລົງ, ສະມາທິສັ້ນ, ນອນບໍ່ຫຼັບ.
  • ສັນຍານລະບົບພາຍໃນຮ່າງກາຍບໍ່ຄົງທີ່:​ ອອກຮ້ອນຕາມຮ່າງກາຍ, ເຫື່ອອອກຜິດປົກກະຕິທັ້ງໆທີ່ບໍ່ໄດ້ເຄື່ອນໄຫວອອກກຳລັງກາຍ, ຊີບພະຈອນເຕັ້ນໄວຜິດປົກກະຕິ.

ຈະມີວິທີປິ່ນປົວ ຫຼື ວິທີຮັບມື ຄືແນວໃດ?

ເຖິງແມ່ນວ່າ ບໍ່ມີໃຜສາມາດຫຼີກເວັ້ນຄວາມເຖົ້າຕາມກົດເກນທຳມະຊາດໄດ້ ແຕ່ກໍສາມາດລົດເວລາໃຫ້ເຖົ້າຊ້າລົງ ແລະ ມີສຸຂະພາບທີ່ແຂງແຮງໄດ້. ແຕ່ໂດຍທົ່ວໄປແລ້ວ ຜູ້ຊາຍເມື່ອມີອາການເລີ່ມຕົ້ນທັ້ງໆທີ່ອາຍຸຍັງນ້ອຍ ຈຶ່ງບໍ່ກ້າທີ່ຈະໄປພົບແພດໝໍເພື່ອກວດຫາສາເຫດ ແລະ ປິ່ນປົວແຕ່ທຳອິດ ເຊິ່ງແພດໝໍຈະແນະນຳໃຫ້ປັບປ່ຽນພຶດຕິກຳການກິນ, ງົດປະເພດເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ງົດສູບຢາ ໄປພ້ອມກັບການອອກກຳລັງກາຍຢ່າງສະໝ່ຳສະເໝີ, ພະຍາຍາມລົດຜ່ອນຄວາມຄຽດໃນຊີວິດປະຈຳວັນ ແລະ ນອນຫຼັບພັກຜ່ອນໃຫ້ພຽງພໍ ກໍຈະຊ່ວຍລົດໄລຍະເກີດໄວທອງໄດ້ດີ ແລະ ຍັງຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງອີກດ້ວຍ. ຖ້າຫາກແພດໝໍກວດພົບວ່າມີພາວະຮໍໂມນບົກພ່ອງໃນເພດຊາຍ ຜູ້ປ່ວຍກໍອາດຕ້ອງໄດ້ຮັບຮໍໂມນທົດແທນ (Hormone Replacement Therapy) ເຊິ່ງມີທັງຮູບແບບທີ່ເປັນເມັດຢາ, ແຜ່ນແປະບໍລິເວນຜິວໜັງ ຕະຫຼອດໄປຈົນເຖິງການຝັງ ຫຼື ສີດຢາຮໍໂມນທົດແທນ. ແຕ່ເຖິງຢ່າງໃດກໍຕາມ, ວິທີການປິ່ນປົວຈາກການໃຫ້ຮໍໂມນທົດແທນ ອາດມີຄວາມສ່ຽງກະຕຸ້ນການຈະເລີນເຕີບໂຕຂອງເຊວມະເຮັງໃນຜູ້ປ່ວຍທີ່ເປັນມະເຮັງຕ່ອມອັນທະ. ສະນັ້ນ ທາງທີ່ດີຈຶ່ງຄວນເຂົ້າຮັບການປຶກສາກັບແພດໝໍຜູ້ຊ່ຽວຊານແຕ່ທຳອິດ ເພາະຈະຊ່ວຍແກ້ໄຂ ແລະ ປ້ອງກັນບັນຫາໄວທອງທີ່ອາດເກີດຂຶ້ນກ່ອນໄວໄດ້.

ແຫຼ່ງຂໍ້ມູນອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/