Manchester United ຄວ້າແຊ້ມ ເປັນທີມທີ່ໃຊ້ເງິນຫຼາຍທີ່ສຸດໃນຮອບ 10 ປີ ດ້ວຍມູນຄ່າກວ່າ 1.1 ພັນລ້ານປອນ

Manchester United

Manchester United (ແມນເຊັສເຕີ້ ຢູໄນເຕັດ) ເປັນອີກໜຶ່ງທີມທີ່ມີປະຫວັດສາດອັນຍາວນານ ແລະ ມີຄວາມພ້ອມໃນຫຼາຍໆດ້ານທີ່ສາມາດດຶງດູດນັກເຕະລະດັບໂລກເຂົ້າມາໃນທີມໄດ້ຢ່າງບໍ່ຂາດສາຍ ແລະ ເຖິງແມ່ນວ່າໃນໄລຍະ 10 ປີຫຼັງມານີ້ ຜົນງານຈະບໍ່ຄ່ອຍໂດດເດັ່ນປານໃດ ແຕ່ເລື່ອງການໃຊ້ເງິນ ແມນຢູ ກໍຍັງໂດດເດັ່ນຄືກັບທີມໃຫຍ່ໆທົ່ວຢູໂຣບ ຄືເກົ່າ.

Manchester United

ຫຼ້າສຸດ ສະຖິຕິໄດ້ເຜີຍອອກມາວ່າ ຕະຫຼອດໄລຍະ 10 ປີທີ່ຜ່ານມາ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ເປັນສະໂມສອນບານເຕະ ທີ່ໃຊ້ເງິນສຸດທິ (ເງິນທີ່ຫັກລົບການຊື້ ແລະ ການຂາຍນັກເຕະ) ຫຼາຍທີ່ສຸດເປັນອັນດັບ 1 ໃນ 5 ລີກໃຫຍ່ທົ່ວຢູໂຣບ ດ້ວຍຈຳນວນເງິນທີ່ສູງເຖິງ 1.1 ພັນລ້ານປອນ.

5 ທີມທີ່ໃຊ້ເງິນກັບການຊື້ນັກເຕະຫຼາຍທີ່ສຸດຂອງຢູໂຣບ ໃນຮອບ 10 ປີ.

  1. ແມນເຊັສເຕີ້ ຢູໄນເຕັດ 1.1 ພັນລ້ານປອນ
  2. ແມນເຊັສເຕີ້ ຊິຕີ້ 985 ລ້ານປອນ
  3. ປາຣີສ ເຊັນເຈີແມນ 940 ລ້ານປອນ
  4. ບາເຊໂລນາ 650 ລ້ານປອນ
  5. ອາເຊນອລ 583 ລ້ານປອນ.
Manchester United

ສ່ວນ 5 ນັກເຕະ ທີ່ມີລາຄາສູງທີ່ສຸດ ທີ່ແມນຢູຊື້ເຂົ້າມາຮ່ວມທີມປະກອບມີ:

  1. Paul Pogba 94.5 ລ້ານປອນ ກອງກາງຈອມເທັກນິກຈາກ ຢູເວຕຸສ ເມື່ອປີ 2016.
  2. Antony 86 ລ້ານປອນ ປີກຂວາລີລາດີ ຈາກ ອາແຈັກ ເມື່ອປີ 2022.
  3. Harry Maguire 80 ລ້ານປອນ ກອງຫຼັງນັກສ້າງຄອນເທັ້ນ ຈາກ ເລັສເຕີ້ ຊິຕີ້ ເມື່ອປີ 2019.
  4. Jadon Sancho 76.5 ລ້ານປອນ ປີກຄົນເກັ່ງ ຈາກ ດອດມູນ ເມື່ອປີ 2021.
  5. 5. Lukaku 76.2 ລ້ານປອນ ກອງໜ້າຕົວເປົ້າ ຈາກ ເອັຟເວີຕັນ ເມື່ອປີ 2017.
Manchester United

ສຳລັບໃນຕະຫຼາດ ລະດູການ 22/23 ນີ້ ແມນເຊັສເຕີ້ ຢູໄນເຕັດ ໃຊ້ເງິນກັບການຊື້ນັກເຕະໄປແລ້ວ ຫຼາຍກວ່າ 200 ລ້ານປອນ ແຕ່ສາມາດເຮັດເງິນຈາກການຂາຍນັກເຕະໄດ້ພຽງ 10 ລ້ານປອນເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ