ເຫັນກັນແລ້ວຫຼືຍັງ! ຜັດກະເພົາເວີຊັ່ນສະວີເດັນທີ່ອຸດົມໄປດ້ວຍຜັກລວມ ຈົນເຮັດໃຫ້ເຈົ້າລືມຜັດກະເພົາແບບເກົ່າໄປໄດ້ເລີຍ

ຜັດກະເພົາ

ຜັດກະເພົາ

ຜັດກະເພົາ ຖືວ່າເປັນອາຫານຕາມສັ່ງທີ່ຫຼາຍໆຄົນນິຍົມກິນ  ເພາະຫາກິນໄດ້ງ່າຍໃນຮ້ານອາຫານທົ່ວໄປ ແລະ ມີຣົດຊາດແຊບອີກພ້ອມ ເຊິ່ງໂດຍທົ່ວໄປແລ້ວຜັດກະເພົານັ້ນຈະມີສ່ວນປະສົມຄື: ຊີ້ນສັດ, ໝາກເຜັດ, ຫົວຜັກທຽມ ແລະ ເຄື່ອງປຸງຕ່າງໆ ພຽງເທົ່ານີ້ກໍໄດ້ຜັດກະເພົາແບບແຊບໆມາກິນແລ້ວ. ແຕ່ວ່າບາງຄົນອາດຈະໃສ່ສ່ວນປະສົມອື່ນທີ່ເປັນການຟິວຊັ່ນຜັດກະເພົາແບບໃໝ່ເຂົ້າໄປນຳເຊັ່ນ ໝາກຖົ່ວຝັກຍາວ, ຫົວກາຣົດ, ຫົວຜັກບົ່ວໃຫຍ່ ຫຼື ແມ່ນແຕ່ເຫັດກໍເຄີຍມີມາແລ້ວ.

ຜັດກະເພົາ

ແຕ່ວ່າສຳລັບຜັດກະເພົາຈານນີ້ຄືຈະແປກຈາກເມນູກະເພົາທີ່ເຮົາເຄີຍກິນມາຢ່າງແນ່ນອນ ເພາະໄດ້ມີຊາຍຊາວໄທຄົນໜຶ່ງໄດ້ໂພສຮູບພາບຜັດກະເພົາທີ່ຕົນໄດ້ໄປສັ່ງກິນໃນຮ້ານອາຫານໄທແຫ່ງໜຶ່ງໃນປະເທດສະວີເດັນລົງໃນກຸ່ມ Facebook “ชมรมคนรักผัดกะเพรา” ພ້ອມກັບບັນຍາຍຂໍ້ຄວາມວ່າ “ຜັດກະເພົາທີ່ຮ້ານອາຫານໄທໃນສະວີເດັນ…ບໍ່ຜິດຫວັງ ອຸດົມໄປດ້ວຍວິຕາມິນ” ເຊິ່ງຈາກຮູບດັ່ງກ່າວຈະເຫັນໄດ້ວ່າ ຜັດກະເພົາຈານດັ່ງກ່າວແມ່ນເຕັມໄປດ້ວຍຜັກຫຼາກຫຼາຍຊະນິດເຊັ່ນ: ຫົວຜັກບົ່ວໃຫຍ່, ຫົວຜັກບົ່ວແດງ, ໝາກເຜັດຫວານ ແລະ ຜັກໃບຂຽວອື່ນໆ ຈົນເບິ່ງຄືກັບຜັດຜັກລວມມິດແທນທີ່ຈະເປັນຜັດກະເພົາທີ່ເຮົາຄຸ້ນເຄີຍ.

ທັງນີ້ຫຼັງຈາກທີ່ພາບນີ້ຖືກເຜີຍແຜ່ອອກໄປ ຊາວເນັດຕ່າງກໍພາກັນມາສະແດງຄວາມຄິດເຫັນກັນຢ່າງຫຼວງຫຼາຍເຊັ່ນ: ຊົມເຊີຍໃນການສ້າງສັນເມນູໃໝ່, ມັນຄືກັນກັບຜັດຜັກລວມມິດເລີຍ, ຄືຜັດປ້ຽວຫວານເລີຍ ຫຼືບາງຄົນກໍບອກວ່າ ນີ້ຄືຜັດກະເພົາຜັກລວມ ສະບັບວີແກນ.

ເຫັນແບບນີ້ແລ້ວ ອາດເຮັດໃຫ້ເຮົາລືມຜັດກະເພົາແບບເກົ່າໄປເລີຍກໍໄດ້ ແລະໝູ່ເພື່ອນເດຢາກລອງກິນເມນູນີ້ບໍ່?

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ