Manchester United (ແມນເຊັສເຕີ້ ຢູໄນເຕັດ) ເປັນອີກໜຶ່ງທີມທີ່ມີປະຫວັດສາດອັນຍາວນານ ແລະ ມີຄວາມພ້ອມໃນຫຼາຍໆດ້ານທີ່ສາມາດດຶງດູດນັກເຕະລະດັບໂລກເຂົ້າມາໃນທີມໄດ້ຢ່າງບໍ່ຂາດສາຍ ແລະ ເຖິງແມ່ນວ່າໃນໄລຍະ 10 ປີຫຼັງມານີ້ ຜົນງານຈະບໍ່ຄ່ອຍໂດດເດັ່ນປານໃດ ແຕ່ເລື່ອງການໃຊ້ເງິນ ແມນຢູ ກໍຍັງໂດດເດັ່ນຄືກັບທີມໃຫຍ່ໆທົ່ວຢູໂຣບ ຄືເກົ່າ.

ຫຼ້າສຸດ ສະຖິຕິໄດ້ເຜີຍອອກມາວ່າ ຕະຫຼອດໄລຍະ 10 ປີທີ່ຜ່ານມາ ສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ເປັນສະໂມສອນບານເຕະ ທີ່ໃຊ້ເງິນສຸດທິ (ເງິນທີ່ຫັກລົບການຊື້ ແລະ ການຂາຍນັກເຕະ) ຫຼາຍທີ່ສຸດເປັນອັນດັບ 1 ໃນ 5 ລີກໃຫຍ່ທົ່ວຢູໂຣບ ດ້ວຍຈຳນວນເງິນທີ່ສູງເຖິງ 1.1 ພັນລ້ານປອນ.
5 ທີມທີ່ໃຊ້ເງິນກັບການຊື້ນັກເຕະຫຼາຍທີ່ສຸດຂອງຢູໂຣບ ໃນຮອບ 10 ປີ.
- ແມນເຊັສເຕີ້ ຢູໄນເຕັດ 1.1 ພັນລ້ານປອນ
- ແມນເຊັສເຕີ້ ຊິຕີ້ 985 ລ້ານປອນ
- ປາຣີສ ເຊັນເຈີແມນ 940 ລ້ານປອນ
- ບາເຊໂລນາ 650 ລ້ານປອນ
- ອາເຊນອລ 583 ລ້ານປອນ.

ສ່ວນ 5 ນັກເຕະ ທີ່ມີລາຄາສູງທີ່ສຸດ ທີ່ແມນຢູຊື້ເຂົ້າມາຮ່ວມທີມປະກອບມີ:
- Paul Pogba 94.5 ລ້ານປອນ ກອງກາງຈອມເທັກນິກຈາກ ຢູເວຕຸສ ເມື່ອປີ 2016.
- Antony 86 ລ້ານປອນ ປີກຂວາລີລາດີ ຈາກ ອາແຈັກ ເມື່ອປີ 2022.
- Harry Maguire 80 ລ້ານປອນ ກອງຫຼັງນັກສ້າງຄອນເທັ້ນ ຈາກ ເລັສເຕີ້ ຊິຕີ້ ເມື່ອປີ 2019.
- Jadon Sancho 76.5 ລ້ານປອນ ປີກຄົນເກັ່ງ ຈາກ ດອດມູນ ເມື່ອປີ 2021.
- 5. Lukaku 76.2 ລ້ານປອນ ກອງໜ້າຕົວເປົ້າ ຈາກ ເອັຟເວີຕັນ ເມື່ອປີ 2017.

ສຳລັບໃນຕະຫຼາດ ລະດູການ 22/23 ນີ້ ແມນເຊັສເຕີ້ ຢູໄນເຕັດ ໃຊ້ເງິນກັບການຊື້ນັກເຕະໄປແລ້ວ ຫຼາຍກວ່າ 200 ລ້ານປອນ ແຕ່ສາມາດເຮັດເງິນຈາກການຂາຍນັກເຕະໄດ້ພຽງ 10 ລ້ານປອນເທົ່ານັ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment