Manchester City ກັບ Liverpool ແຟນບານກາລັນຕີ! ສົມກັບເປັນ Big Match ຂອງແທ້


ໃນຄືນວັນທີ 3 ຕຸລາ 2021 ທີ່ຜ່ານມາ ແຟນບານຄົງໄດ້ຮັບຊົມກັນເປັນຢ່າງດີ ສຳລັບ Manchester City ກັບ Liverpool, ເພາະເປັນຄູ່ທີ່ໜ້າສົນໃຈ ໜ້າຕິດຕາມ ແລະ ກໍເປັນເກມທີ່ຫຼາຍຄົນຕ່າງກໍຍອມຮັບວ່າ ເຕັມໄປດ້ວຍປະສິດທິພາບ ແລະ ຄຸນະພາບ, ທັງມ່ວນ ທັງມັນ ລຸ້ນແບບໃຈຈົດໃຈຈໍ່ ໃນສ່ວນຜົນຄະແນນທີ່ອອກມາກໍສະເໝີກັນ ເຊິ່ງສະແດງໃຫ້ເຫັນເລີຍວ່າເປັນຄູ່ທີ່ເໝາະສົມລົງຕົວ ແລະ ຢາກຈະເຫັນທັງສອງແຂ່ງກັນອີກ.

Liverpool ເປີດບ້ານສະເໝີກັບ Manchester City ດ້ວຍປະຕູ 2-2 (ພຣີເມຍລີກ ອັງກິດ), ຫົງແດງໄດ້ປະຕູຈາກ Mane ນາທີ 59 ແລະ Salah ນາທີ 76. ສ່ວນເຮືອໃບສີຟ້າ ໄດ້ປະຕູຈາກ Foden ນາທີ 69 ແລະ Kevin De Bruyne ນາທີ 81.

ຫວັງວ່າ ນັດໜ້າອາດຈະໄດ້ພົບພໍ້ກັບຄວາມມ່ວນຊື່ນອີກຄັ້ງ ໂດຍສະເພາະໃນໄລຍະລັອກດາວແບບນີ້ ຍິ່ງຢາກເບິ່ງບານໃຫ້ມັນມ່ວນຊື່ນຫົວໃຈ.

ທີ່ມາ: https://bit.ly/3BcIcIn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/