Lorena Ramirez ຈາກຄົນທຸກຍາກທີ່ແລ່ນໄລ່ສັດລ້ຽງເຂົ້າຄອກ ກ້າວເຂົ້າສູ່ນັກກິລາແລ່ນທີ່ໂດ່ງດັງອັນດັບຕົ້ນໆຂອງປະເທດ


María Lorena Ramirez ເປັນຄົນທຸກຍາກ ໃນແຕ່ລະມື້ລາວໄດ້ແລ່ນໄລ່ແບ້ເຂົ້າຄອກຈົນຊໍານິຊຳນານ, ມີມື້ໜຶ່ງລາວໄດ້ໄປແຂ່ງຂັນແລ່ນມາຣາທອນ ຂອງຊົນເຜົ່າຣາຣາມູຣິ ໜຶ່ງໃນເມືອງຊົນເຜົ່າຂອງປະເທດ Mexico ເຊິ່ງມີ 12 ປະເທດທີ່ໄດ້ເຂົ້າຮ່ວມ ໄລຍະການແລ່ນແມ່ນ 50 ກິໂລແມັດ, ເວລາການແລ່ນ 7 ຊົ່ວໂມງ.

ມາເຣຍໄດ້ໄຊຊະນະອັນດັບ 1 ເປັນທີ່ສ້າງຄວາມປະທັບໃຈຫຼາຍໃຫ້ແກ່ຜູ້ຄົນທີ່ຢູ່ໃນການແຂ່ງຂັນ ລວມທັງຄົນໝົດທັງປະເທດພາກັນຊົມເຊີຍຍ້ອງຍໍລາວ. ສາເຫດຍ້ອນວ່າ ມາເຣຍ ບໍ່ມີຊຸດແລ່ນທີ່ດີຄືກັບຄົນອື່ນ, ການແຕ່ງໂຕກໍໃສ່ພຽງເສື້ອທົ່ວໆໄປ ແຕ່ສິ່ງທີ່ພິເສດໄປກວ່ານັ້ນຄື ມາເຣຍ ໄດ້ໃສ່ກະໂປງຍາວກາຍຫົວເຂົ່າລົງໄປແລ່ນ ແລະ ເກີບດໍາ 1 ຄູ່ທີ່ລາວໃສ່ໄລ່ສັດເຂົ້າຄອກຕະຫຼອດ.

ສິ່ງດັ່ງກ່າວນີ້ ສ້າງຄວາມເຫຼືອເຊື່ອໃຫ້ແກ່ບັນດານັກກິລາແລ່ນທັງຫຼາຍ ເພາະບໍ່ມີເຄື່ອງອຸປະກອນ, ລວມທັງການນຸ່ງຖືຕ່າງໆກໍບໍ່ສະດວກໃນການແລ່ນເລີຍ ແລະ ບໍ່ຄິດວ່າ ມາເຣຍ ຈະຊະນະໄດ້.

ການແຂ່ງຂັນ ມາເຣຍ ໄດ້ຮັບເງິນລາງວັນ 600 ເປຣູ, ເມື່ອຈົບການແຂ່ງຂັນແລ້ວ ກໍໄດ້ມີການຖາມລາວໃນຖານະທີ່ໄດ້ແຊ້ມ ພົບວ່າສາເຫດທີ່ໄດ້ໄຊຊະນະນັ້ນ ແມ່ນລາວໄດ້ຝຶກຊ້ອມ ເພາະອາຊີບຫຼັກຂອງລາວກໍຄືການຕ້ອນເອົາຝູງສັດເຂົ້າຄອກເຊັ່ນ: ຝູງງົວ, ຝູງແບ້ ເປັນຕົ້ນ.

ທີ່ສໍາຄັນກໍຄືການເດີນທາງໄລ່ຝູງສັດຂອງລາວນັ້ນ ລາວໃຊ້ໄລຍະທາງໃນການຝຶກຊ້ອມ 10-15 ກິໂລແມັດ ແລະ ໃນອະດີດຍິງຄົນນີ້ຍັງໄດ້ຄວ້າແຊ້ມອັນດັບ 2 ໃນການແຂ່ງຂັນແລ່ນມາຣາທອນໄລຍະທາງ 100 ກິໂລແມັດມາແລ້ວ.

ມາເຣຍ ໄດ້ພິສູດໃຫ້ທຸກຄົນເຫັນແລ້ວວ່າ ການປະສົບຜົນສໍາເລັດໃນການແລ່ນມາຣາທອນນີ້ບໍ່ໄດ້ຂຶ້ນຢູ່ກັບເສື້ອຜ້າ ຫຼື ເກີບ ແຕ່ເປັນຄວາມອົດທົນ, ຕັ້ງໃຈ ແລະ ດຸໝັ່ນໃນການຝຶກຊ້ອມ ທີ່ເປັນຄວາມສໍາຄັນທີ່ຈະພານັກກິລາແລ່ນໄປສູ່ຜົນສຳເລັດ.

ຂອບໃຈຂໍ້ມູນຈາກ:

Runner Lorena Ramírez is Going the Distance – REI Co-op Journal

Ultramaraton Caballo Blanco – 80Km en la Sierra Tarahumara – Bing video