Linus Torvalds ຜູ້ສ້າງ Linux ຊົມເຊີຍ AMD ທີ່ເຮັດໃຫ້ RAM ECC ຫາງ່າຍຂຶ້ນ ແລະ ຈົ່ມໃຫ້ Intel ທີ່ມັກກັກສະເປັກໃຫ້ສະເພາະແຕ່ຮຸ່ນທັອບ


ຄົນດັງວົງການໄອທີ Linus Torvalds ເຈົ້າພໍ່ຜູ້ສ້າງ Linux ໄດ້ອອກມາພິມຂໍ້ຄວາມເທິງເວັບບອດ realworldtech  ກ່ຽວກັບ CPU, RAM, ECC ທີ່ທຸກມື້ນີ້ມີຄວາມສຳຄັນຂຶ້ນກວ່າເກົ່າຫຼາຍ ແລະ ໃນອະນາຄົດອາດຈະເປັນມາດຕະຖານໃໝ່ຂອງຄອມພິວເຕີ ເຊິ່ງ CPU AMD ນັ້ນຮອງຮັບ RAM  ປະເພດນີ້ມາດົນແລ້ວ ແລະ ຮອງຮັບຕັ້ງແຕ່ຕົວ Ryzen ເຊິ່ງແຕກຕ່າງຈາກ Intel ທີ່ຈະຮອງຮັບ RAM ECC ສະເເພາະ CPU ຮຸ່ນທັອບຄື Xeon  ເທົ່ານັ້ນ.

CPU ECC ແມ່ນຫຍັງ?

ກ່ອນອື່ນຂໍອະທິບາຍຄຳວ່າ  ECC ແທ້ໆ ແລ້ວຫຍໍ້ມາຈາກ Error Checking and Correction  ຄືເປັນ Ram ທີ່ມີການກວດສອບຄວາມຜິດພາດ ແລະ ສາມາດແກ້ໄຂເອງໃຫ້ມີຄວາມຖືກຕ້ອງໄດ້ກ່າວຄື:  RAM ECC ປະເພດນີ້ຈະໃຊ້ກັບເຄື່ອງຄອມ Server ທີ່ຕ້ອງການຄວາມມີສະຖຽນລະພາບສູງ  ເຊິ່ງຈະຊ່ວຍລົດການເກີດເຄື່ອງຄ້າງເຄື່ອງແຮງນັ້ນເອງ  ສ່ວນ RAM ປົກກະຕິທີ່ຜູ້ບໍລິໂພກໃຊ້ກັນທົ່ວໆໄປຈະເປັນ RAM Non – ECC ກໍຄືແບບບໍ່ມີລະບົບກວດສອບຄວາມຜິດພາດ ເຊິ່ງຖ້າເກີດຄວາມຜິດພາດຂຶ້ນມາເຄື່ອງກໍຈະແຮ້ງທັນໂດຍ RAM ປະເພດນີ້ກໍຄື DRAM ທີ່ວາງຂາຍ  ແລະ ໃຊ້ງານກັນຕາມປົກກະຕິທົ່ວໄປ.

ກັບມາເລື່ອງຂອງ Linus Torvalds ຖ້າທ່ານຈື່ໄດ້ວ່າກ່ອນໜ້ານີ້ລາວໄດ້ປ່ຽນຄອມໃໝ່ມາໃຊ້ CPU ເປັນ AMD Threadripper 3970X  ຮຸ່ນທັອບໃນຕະກູນ HEDT ເຊິ່ງມີທັ້ງໝົດ 32C/64T ແລະ ຖືເປັນຄັ້ງທຳອິດໃນຮອບ 15 ປີທີ່ລາວບໍ່ໄດ້ໃຊ້ CPU Intel ເຊິ່ງຕົວ CPU AMD ເອງຮອງຮັບ RAM ECC ຕັ້ງແຕ່ CPU Ryzen, Threadripper ແລະ Epyc ໃນຂະນະທີ່ຖ້າເປັນ Intel ຕ້ອງໃຊ້ຕົວ Xeon ທີ່ເປັນ Series ຮຸ່ນທັອບເທົ່ານັ້ນເຖິງຈະຮອງຮັບ (ປະເພດ CPU ຂອງ Intel ຮຽງຕາມລຳດັບຄື Core i ->Core-X ->Xeon)

ນອກຈາກນີ້ Linus Torvalds ຍັງກ່າວໂທດ Intel ທີ່ເປັນຄົນເຮັດໃຫ້ RAM ECC ຫາຍາກ ແລະ ມີລາຄາແພງເປັນເພາະນະໂຍບາຍຂອງບໍລິສັດ Intel ທີ່ບໍ່ຍອມປ່ອຍໃຫ້ CPU ຮຸ່ນຮອງໄດ້ໃຊ້ງານ ອີກທັງຕົວ CPU Xeon ເອງມີການຕັ້ງຄາລາທີ່ສູງເກີນຫຼາຍ ເຊັ່ນ: ຮຸ່ນທັອບທີ່ເພີ່ມຈຳນວນ Core Trade ສອງເທົ່າແຕ່ລາຄາກັບເພີ່ມຂຶ້ນເເຖິງ 5 ເທົ່າ ເຮັດໃຫ້ຄົນທີ່ຈະປະກອບຄອມ Workstation ຈັກເຄື່ອງຕ້ອງຫັນກັບໄປໃຊ້ປະເພດ CPU Core-i ແທນ ເຊິ່ງແຕກຕ່າງຈາກ AMD ທີ່ມີການຕັ້ງລາຄາສົມເຫດສົມຜົນກວ່າ ແລະ CPU ທຸກຮຸ່ນໃຊ້ RAM ECC ໄດ້ ບໍ່ກັກສະເປກ (ແຕ່ອາດຈະມີບັນຫາກັບບອດບາງຮຸ່ນ)

ແຕ່ເຖິງຢ່າງໃດກໍຕາມ Linus Torvalds ຍັງແນະນຳວ່າ ເຮົາຄວນຫັນມາໃຊ້ RAM ECC ຫຼາຍກວ່າ DRAM ປົກກະຕິເພາະມີຄວາມສະຖຽນໜ້າເຊື່ອຖື ແລະ ອັດຊ່ອງໂຫວ່ເລື່ອງຄວາມປອດໄພໄດ້ຫຼາຍກວ່າແຕ່ບອກເລີຍວ່າຖ້າໃຜທີ່ຄິດຈະປ່ຽນແທ້ໆຕ້ອງເຊັກເມນບອດກ່ອນວ່າຮອງຮັບ RAM ປະເພດນີ້ ຫຼື ບໍ່?

ທີ່ມາ: https://droidsans.com/linus-torvalds-amd-ram-ecc/