LifeStraw ເຄື່ອງກອງນ້ຳແບບພົກພາ ພຽງດູດກໍສາມາດປ່ຽນນ້ຳທີ່ສົກກະປົກ ໃຫ້ກາຍເປັນນ້ຳສະອາດໄດ້ທັນທີ

LifeStraw

ນ້ຳດື່ມຖືວ່າເປັນສິ່ງສຳຄັນທີ່ມະນຸດຕ້ອງການຫຼາຍທີ່ສຸດໃນແຕ່ລະມື້ ເພາະຖ້າຮ່າງກາຍຂາດນ້ຳໃນໄລຍະບໍ່ເຖິງ 1 ອາທິດກໍສາມາດເຮັດໃຫ້ເຮົາເສຍຊີວິດໄດ້ ແລະ ການຫານ້ຳສະອາດມາດື່ມໃນເຂດທີ່ເປັນພູຜາປ່າດົງ, ແມ່ນ້ຳລໍາທານ, ຫ້ວຍໜອງຄອງບຶງ ຫຼື ໃນເຂດທຸລະກັນດານຍິ່ງເປັນເລື່ອງຍາກ ເພາະນ້ຳໃນສະຖານທີ່ດັ່ງກ່າວແມ່ນເຈືອປົນໄປດ້ວຍດ້ວຍສິ່ງປະຕິກູນຕ່າງໆ. ຢ່າງໃດກໍຕາມ ບັນຫາການຫານ້ຳດື່ມໃນສະຖານທີ່ທີ່ກ່າວມາຈະບໍ່ແມ່ນເລື່ອງຍາກອີກຕໍ່ໄປ ເພາະທາງສະຫະລັດອາເມຣິກາໄດ້ປະດິດໄອເທັມເຄື່ອງກອງນ້ຳແບບພົກພາທີ່ມີຄຸນສົມບັດສາມາດກອງນ້ຳໃຫ້ສະອາດໄດ້ ພຽງແຕ່ເຮົາດູດນ້ຳທີ່ໄດ້ຈາກແຫຼ່ງເປິເປື້ອນກໍຈະສະອາດທັນທີ.

LifeStraw

ໂດຍຜະລິດຕະພັນຕົວດັ່ງກ່າວແມ່ນມາຈາກສະຫະລັດອາເມຣິກາມີຊື່ວ່າ LifeStraw ເປັນເຄື່ອງກອງນໍ້າສ່ວນບຸກຄົນມີຮູບຊົງຄ້າຍຄືກະບອກ ແລະມີໜ້າຕາຄ້າຍຄືທໍ່ດູດນ້ຳ. ຕົວຫຼອດມີຄວາມສາມາດໃນການກອງນ້ຳທີ່ປົນເປື້ອນຝຸ່ນ, ຕະກອນ, ແບັກທີເຣຍ, ປໍລະສິດ ແລະສານຈຳພວກໄມໂຄຣພລາສຕິກ ຫຼື ພລາສຕິກຂະໜາດນ້ອຍທີ່ແນມບໍ່ເຫັນດ້ວຍຕາເປົ່າ.

LifeStraw
LifeStraw

LifeStraw ໄດ້ຮັບການອອກແບບໃຫ້ມາເປັນເຄື່ອງມືເອົາຕົວລອດ ຫຼືເຄື່ອງມືສຳລັບໃຊ້ງານນອກເຮືອນເປັນພິເສດ ໂດຍຕົວຫຼອດມີຄວາມຍາວ 22,9 ຊັງຕີແມັດ, ກວ້າງ 2,5 ຊັງຕີແມັດ ແລະ ມີນ້ຳໜັກເບົາພຽງ 46 ກຣາມເທົ່ານັ້ນ ໃນສ່ວນກົນໄກຂອງການກອງນ້ຳນັ້ນບໍ່ຈຳເປັນຕ້ອງໃຊ້ໄຟຟ້າຫຼືສານເຄມີໃດໆ ພຽງໃຊ້ແຮງປາກດູດຄືກັນກັບດູດນ້ຳຈາກທໍ່ປົກກະຕິ.

LifeStraw

ພາຍໃນຂອງ LifeStraw ແມ່ນເຮັດມາຈາກແຜ່ນກອງນ້ຳທີ່ມີເສັ້ນຜ່າສູນກາງຂະໜາດ 0,2 ໄມຄຣອນ ເຊິ່ງໃນແຕ່ລະຮູຂອງແຜ່ນກອງ ແມ່ນມີຂະໜາດນ້ອຍກວ່າເສັ້ນຜົມຄົນເຖິງ 10 ເທົ່າ ແລະ ແຜ່ນກອງນີ້ສາມາດກອງນ້ຳໄດ້ສູງສຸດເຖິງ 4.000 ລິດ ຫຼືທຽບເປັນອາຍຸການໃຊ້ງານແມ່ນຈະໃຊ້ງານໄດ້ສູງສຸດ 5 ປີ.

ສຳລັບພື້ນຖານການໃຊ້ງານ LifeStraw ແມ່ນມີຄວາມງ່າຍດາຍ ເພາະເຮົາພຽງນໍາປາຍດ້ານໜຶ່ງທີ່ເປັນທາງເຂົ້າ ຈຸ່ມລົງໄປໃນແຫຼ່ງນ້ຳສົກກະປົກ ແລ້ວກໍໃຊ້ປາກດູດນ້ຳທີ່ປາຍຫຼອດອີກຂ້າງໜຶ່ງ ນ້ຳຈະເດີນທາງຜ່ານຊັ້ນກອງ ແລະອອກມາເປັນນ້ຳສະອາດທີ່ສາມາດດື່ມໄດ້ໃນທັນທີ ຫຼືຖ້າໃຜທີ່ບໍ່ສະດວກໃຊ້ປາກດູດກໍສາມາດນຳໄປຕໍ່ກັບຂວດນ້ຳແລ້ວໃຊ້ບີບຈາກປາກຂວດນ້ຳກໍໄດ້ເຊັ່ນກັນ.

ສຳລັບ LifeStraw ບໍ່ໄດ້ແມ່ນສິ່ງປະດິດຕົວໃໝ່ແຕ່ຢ່າງໃດ ເພາະວາງຂາຍມາເປັນໄລຍະເວລາໜຶ່ງແລ້ວ ແຕ່ໄອເທັມນີ້ກັບມາໄດ້ຮັບຄວາມນິຍົມອີກຄັ້ງຫຼັງຈາກສະຖານະການການແຜ່ລະບາດຂອງໂຄວິດ-19 ເລີ່ມເບົາບາງລົງ ເຮັດໃຫ້ LifeStraw ນັ້ນ ຂາຍດີຂຶ້ນມາເປັນເທົ່າຕົວ. ທັງນີ້ລາຄາວາງຂາຍແມ່ນຢູ່ທີ່ 500.000 ກີບ – 800.000 ກີບ ໂດຍສາມາດຫາຊື້ໄດ້ໃນເວັບໄຊຊື້ເຄື່ອງອອນລາຍຢ່າງ Amazon ຫຼື Lazada ກໍໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/