LGBTQ+ ພົບວິກິດ ຫຼັງຝ່າຍອະນຸລັກນິຍົມຂອງອາເມຣິກາ ເບິ່ງກຸ່ມຄົນຂ້າມເພດເປັນລັດທິຕ້ອງຫ້າມ


ສະມາຊິກສະພານິຕິບັນຍັດຂອງພັກ Republican ອອກກົດໝາຍທີ່ມຸ່ງເປົ້າໄປທີ່ກຸ່ມ LGBTQ+ ຢ່າງຕໍ່ເນື່ອງມາຕັ້ງແຕ່ປີ 2022 ເຊິ່ງກຸ່ມທຳອິດແມ່ນກຸ່ມຂອງ Drag Queen ທີ່ຄ່ອຍໆຖືກຕັດສິດໃນການສະແດງອອກ ແລະ ຕາມມາດ້ວຍກຸ່ມຄົນຂ້າມເພດ.

ກະແສຕໍ່ຕ້ານກຸ່ມຄົນຫຼາກຫຼາຍທາງເພດທີ່ມາຈາກຝ່າຍອະນຸລັກນິຍົມເພີ່ມຫຼາຍຂຶ້ນ ສົ່ງຜົນໃຫ້ການອກກົດໝາຍຫຼາຍສະບັບໄດ້ຮັບການສະໜັບສະໜູນຈາກກຸ່ມຄົນຝ່າຍອະນຸລັກນິຍົມ ແຕ່ກໍມີສຽງວິຈານຈາກຝ່າຍກົງກັນຂ້າມທີ່ບໍ່ເຫັນດີກັບແນວຄິດສຸດໂຕ່ງແບບນີ້ໃນການແບນສິດທິຂອງບຸກຄົນຂ້າມເພດ.

ໃນປີນີ້ປາກົດຈຳນວນ ແລະ ຂອບເຂດຂອງຮ່າງກົດໝາຍກ່ຽວກັບບຸກຄົນຂ້າມເພດທີ່ບໍ່ເຄີຍມີມາກ່ອນໃນວາລະການພິຈາລະນາກົດໝາຍ ຕົວຢ່າງເຊັ່ນ: ມາດຕະການຈຳກັດບໍ່ໃຫ້ຄູເອີ້ນສັບພະນາມຕາມເພດສະພາບຂອງນັກຮຽນ ຫຼື ການແບ່ງແຍກໃຫ້ໃຊ້ຫ້ອງນ້ຳຕາມເພດກຳເນີດ. ການຊຸກຍູ້ກົດໝາຍເຫຼົ່ານີ້ເປັນການຕໍ່ສູ້ລະຫວ່າງເພດສະພາບ ແລະ ເພດວິຖີ ທີ່ເພີ່ມຂຶ້ນໃນຫ້ອງຮຽນ, ຫ້ອງພິຈາລະນາ ແລະ ກິດຈະກຳທາງການເມືອງຂອງອາເມຣິກາ ເຊິ່ງຜູ້ສະໜັບສະໜູນກຸ່ມຂ້າມເພດຢ້ານວ່າຈະເປັນອັນຕະລາຍຕໍ່ເຍົາວະຊົນຂ້າມເພດໃນປະເທດ.

ເຈ ລິຊາດ ນັກວິໄຈອາວຸໂສ ແຫ່ງ The Heritage Foundation ມູນນິທິຝ່າຍອະນຸລັກນິຍົມ ໄດ້ກ່າວວ່າ “ປະເດັນນີ້ກາຍເປັນການຖົກຖຽງກັນລະດັບຊາດໃນການເລືອກຕັ້ງປະທານາທິບໍດີໃນຄັ້ງໜ້າ” ຢ່າງໃດກໍຕາມ ເຖິງແມ່ນວ່າຝ່າຍອະນຸລັກນິຍົມຈະສະໜັບສະໜູນການສະເໜີຮ່າງກົດໝາຍຈຳກັດສິດທິຂອງບຸກຄົນຂ້າມເພດໃນຫຼາຍໆລັດ ແຕ່ນັກວິໄຈອາວຸໂສກໍບໍ່ເຫັນດີນຳກົດໝາຍບາງສະບັບ ແລະ ເບິ່ງວ່າເຂັ້ມງວດເກີນໄປ.

ທັງນີ້ປະເດັນຄວາມກຽດຊັງຍັງຄົງເພີ່ມຂື້ນເນື່ອງຈາກ ໄມເຄີນ ໂນ ນັກວິຈານການເມືອງຝ່າຍອະນຸລັກນິຍົມໄດ້ກ່າວວ່າ: “ເພື່ອຜົນປະໂຫຍດສັງຄົມ ລັດທິຄົນຂ້າມເພດຕ້ອງກຳຈັດໃຫ້ໝົດໄປ” ຫຼັງຈາກນັ້ນບໍ່ດົນກໍເກີດມີກະແສວິພາກວິຈານ ລວມໄປຮອດຜູ້ສະໜັບສະໜູນຝ່າຍຂວາເອງ ກໍເບິ່ງວ່າສິ່ງນີ້ເປັນອັນຕະຫຼາຍ ບາງຄົນຍັງບອກວ່າຄຳເວົ້ານີ້ເປັນຄຳເວົ້າທີ່ຈະຂ້າລ້າງເຜົ່າພັນ.

ໃນເວລາດຽວກັນທາງທຳນຽບຂາວກໍໄດ້ອອກມາປະນາມການໂຈມຕີຂອງພັກ Republican ທີ່ມຸ່ງໄປທີ່ກຸ່ມຫຼາກຫຼາຍທາງເພດ. ທ່ານ ແຄຣິນ ປິແອ ໂຄສົກປະຈຳທຳນຽບຂາວ ໄດ້ລາຍງານວ່າມີກົດໝາຍທີ່ລົດສິດທິຂອງກຸ່ມ LGBTQ+ ຫຼາຍກວ່າ 450 ສະບັບ ຖືກນຳເຂົ້າສູ່ຂັ້ນຕອນພິຈາລະນາເປັນທີ່ຮຽບຮ້ອຍໃນຫຼາຍລັດທົ່ວປະເທດ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/