ກົມກົງສຸນ ຈະເລັ່ງເພີ່ມເຄື່ອງພິມ ແລະ ບຸກຄະລາກອນ ແກ້ໄຂບັນຫາການເຮັດໜັງສືຜ່ານແດນຊັກຊ້າ


ໃນໄລຍະທີ່ຜ່ານມາ ໄດ້ມີຫາງສຽງຈາກປະຊາຊົນ ອອກມາເລື້ອຍໆ ກ່ຽວກັບບັນຫາການເຮັດໜັງສືຜ່ານແດນ ຫຼື ພາສປອດຊັກຊ້າ ລະບົບການຈອງອອນລາຍຫຼົ້ມຕະຫຼອດ. ຕໍ່ກັບບັນຫາດັ່ງກ່າວ ກົມກົງສຸນ ກະຊວງການຕ່າງປະເທດ ກຽມເລັ່ງເພີ່ມເຄື່ອງພິມ ແລະ ບຸກຄະລາກອນ ແກ້ໄຂບັນຫາດັ່ງກ່າວໃຫ້ໄດ້ໄວທີ່ສຸດ.

ໃນວັນທີ 6 ເມສາ ທີ່ຜ່ານມານີ້ ທ່ານ ມິດສະນີ ເຈີປ່າວທ່າວ ຫົວໜ້າພະແນກໜັງສືຜ່ານແດນ ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ພາຍຫຼັງການປະຕິບັດການລົງທະບຽນຈອງຄິວຜ່ານລະບົບອອນລາຍ ກໍເຫັນວ່າຈຳນວນປະຊາຊົນທີ່ມາລໍຖ້າຕໍ່ຄິວຢູ່ດ້ານໜ້າກໍລົດລົງ. ແຕ່ກົງກັນຂ້າມການຂໍແກ້ໄຂນະໂຍບາຍຂອງພະນັກງານໃຫ້ແກ່ໝູ່ເພື່ອນ ພີ່ນ້ອງ ຈາກບັນດາກົມກອງ ສຳນັກງານອົງກອນ ຈາກທາງພາກລັດ ແລະ ເອກະຊົນ ແມ່ນມີຈຳນວນເພີ່ມຂຶ້ນ ແລະ ຈຳນວນດັ່ງກ່າວ ແມ່ນບໍ່ໄດ້ມີການກຳນົດລ່ວງໜ້າ ຖ້າມື້ໃດມີເອກະສານຫຼາຍ ທາງກົມກົງສຸນ ກໍໄດ້ມີການເພີ່ມເວລາເຮັດວຽກໄປຮອດ 19:00.

ທ່ານ ມິດສະນີ ໃຫ້ຮູ້ອີກວ່າ ຕໍ່ກັບການຈອງຄິວອອນລາຍ ແມ່ນຈະໃຫ້ຈອງໄດ້ແຕ່ 300 ຄິວຕໍມື້ເທົ່ານັ້ນ ເພາະຍັງຕ້ອງແກ້ໄຂ 3 ກຸ່ມບູລິມະສິດທີ່ກຳນົດໄວ້ຄື: 1. ແກ້ໄຂຕາມໜັງສືສະເໜີຕາມພະນັກງານຈາກກົມກອງ ສຳນັກງານອົງກອນ ອົງການຈາກທັງພາກລັດ ແລະ ເອກະຊົນ, ແກ້ໄຂຕາມໃບສະເໜີ ຂໍ້ຕົກລົງ ແຈ້ງການ ແລະ ໃບຍັ້ງຢືນອື່ນໆ ໂດຍສະເພາະແມ່ນການໄປເຝິກອົບຮົມ ໄປທັດສະນະສຶກສາ ໄປແ່ງຂັນກິລາ ຕ່າງປະເທດ ໄປສືກສາຮໍ່າຮຽນ ໄປອອກແຮງງານຕາມ MOU, ແກ້ໄຂໃບກວດສຸຂະພາບ ໃບປິ່ນປົວ ທີ່ຢັ້ງຢືນຈາກຕ່າງປະເທດ. ສ່ວນຄົນທົ່ວໄປແມ່ນໄປຕາມການຈອງຄິວ ແລະ ຂັ້ນຕອນ.

ຕາມສະພາບຄວາມເປັນຈິງເຫັນວ່າ ຈຳນວນຄົນທີ່ຕ້ອງການຂໍໜັງສືຜ່ານແດນແມ່ນຍັງມີຫຼາຍ ສ່ວນການຈອງຄິວອອນລາຍແມ່ນເຕັມຮອດວັນທີ 25 ພຶດສະພາ 2023 ແລ້ວ. ໃນແຕ່ລະມື້ມີປະຊາຊົນ ທັງພາຍໃນ ແລະ ຕ່າງຊາດ ມາຂໍເຮັດໜັງສືຜ່ານແດນ ປະມານ 1.700 ເຫຼັ້ມ ເຊິ່ງທັງສູນພາກເໜືອ ແລະ ພາກໃຕ້ ກໍແມ່ນສົ່ງມາຜະລິດແຕ່ບ່ອນດຽວ ແຕ່ ເຄື່ອງພິມໃນປັດຈຸບັນແມ່ນສາມາດຈັດພິມໄດ້ພຽງແຕ່ 1.200 ເຫຼັ້ມຕໍ່ມື້ເທົ່ານັ້ນ.

ເຊິ່ງຖ້າສົມທົບກັບເຄື່ອງພິມໃໝ່ທີ່ກຳລັງຈະມາເຖິງນີ້ ຄາດການວ່າໃນໄລຍະເດືອນພຶດສະພາ ຫາ ມິຖຸນາ ເປັນຕົ້ນໄປ ບັນຫາການອອກໜັງສືຜ່ານແດນຊັກຊ້າ ກໍຈະຄ່ອຍໆ ໝົດໄປ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/