NBA ແຕ່ງຕັ້ງໃຫ້ SUGA BTS ຂຶ້ນເປັນ Global Ambassador


ຍັງຄົງປັງແບບຕໍ່ເນື່ອງສຳລັບ SUGA BTS ທີ່ຫຼ້າສຸດຖືກແຕ່ງຕັ້ງໃຫ້ເປັນ Global Ambassador ໃຫ້ກັບ NBA ປະຈຳການແຂ່ງນີ້ ຄືປີ 2022-2023 ບອກເລີຍວ່າປີນີ້ເປັນປີຂອງ SUGA BTS!

SUGA BTS ເປັນໜຶ່ງໃນສະມາຊິກຂອງວົງ BTS ທີ່ມີ່ຊື່ສຽງທັງພາຍນອກ ແລະ ໃນປະເທດ ມີຜົນງານທີ່ບອກເລີຍວ່າຢູ່ລະດັບໂລກ ພ້ອມຍັງສາມາດສ້າງປະຫວັດສາດໜ້າໃໝ່ໃຫ້ວົງການ K-POP ຢູ່ຕະຫຼອດ.

ຫຼ້າສຸດທາງ NBA ຫຼື  National Basketball Association ເປັນລີກການແຂ່ງຂັນກິລາ Basketball ອາຊີບໃນອາເມຣິກາເໜືອ ເຊິ່ງລວມໄປທັງປະເທດອາເມຣິກາ  ແລະ ແຄນາດາ ໃນປີນີ້ກໍໄດ້ມີການປະກາດຜ່ານ Twitter ທາງການຂອງ NBA ປະກາດແຕ່ຕັ້ງໃຫ້ ມິນ ຍຸນກິ (Min Yoon-gi) ຫຼື SUGA ນັກຮ້ອງ ແລະ ນັກແຕ່ງເພງ ສະມາຊິກວົງ BTS ເປັນ Global Ambassador ຂອງ NBA ເພື່ອເຂົ້າມາເປັນຕົວແທນໃນການໂປຣໂໝດ Basketball NBA.

SUGA BTS ເອງກໍຖືວ່າເປັນແຟນພັນແທ້ຂອງ Basketball NBA ເຊິ່ງ SUGA ເອງເຄີຍໄດ້ມີໂອກາດເດີນທາງໄປເບິ່ງການເຝິກຢູ່ປະເທດຍີ່ປຸ່ນ ເມື່ອປີທີ່ຜ່ານມາ ພ້ອມກັບກ່າວ “ສະບາຍດີ ຂ້ອຍ SUGA ຈາກ BTS ຂ້ອຍມີຄວາມຍິນດີທີ່ຈະບອກທຸກຄົນວ່າ ຂ້ອຍໄດ້ເປັນ Global Ambassador ຂອງ NBA ຂ້ອຍຮູ້ສຶກເປັນກຽດຫຼາຍ ແລະ ຂ້ອຍເອງກໍຮັກ Basketball ມາຕັ້ງແຕ່ຍັງນ້ອຍ ລໍຖ້າຕິດຕາມຜົນງານທີ່ຈະເກີດຂຶ້ນໃນ NBA ຂອບໃຈ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/