ຫວຽດນາມກຽມກວດສອບ Tiktok ກ່ຽວກັບເນື້ອຫາທີ່ເປັນພິດ ໃນເດືອນພຶດສະພານີ້


ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານຫວຽດນາມ (MIC) ກຽມກວດສອບການໃຫ້ບໍລິການຂອງ TikTok ໃນຫວຽດນາມ ເຊິ່ງຈະເລີ່ມກວດສອບຕັ້ງເເຕ່ເດືອນພຶດສະພາເປັນຕົ້ນໄປ. ເນື່ອງຈາກ​​ລັດຖະບານ​ຫວຽດນາມເເນມເຫັນວ່າ​ເນື້ອ​ຫາທີ່ ‘ເປັນພິດ’ ​ໃນ TikTok ​ເປັນ​ໄພ​ຕໍ່​ເຍົາວະຊົນ, ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ.

Lê Quang Tự Do ຜູ້ຕາງໜ້າກະຊວງໄດ້ກ່າວວ່າ “ການຄວບຄຸມເນື້ອຫາໃນ TikTok ຍາກກວ່າການຄວບຄຸມເນື້ອຫາໃນເເພລັດຟອມຫຼາຍ, ດັ່ງນັ້ນເຮົາຈຶ່ງຕ້ອງມີມາດຕະການທີ່ເຂັ້ມງວດຫຼາຍຂຶ້ນ ການລຶບຢ່າງດຽວມັນບໍ່ພຽງພໍ”. ອີງຈາກຂໍ້ມູນ DataReportal ເຫັນວ່າຜູ້ໃຊ້ງານ TikTok ໃນຫວຽດນາມເກືອບ 50 ລ້ານຄົນມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ.

ໂດຍ TikTok ໄດ້ລຶບວິດີໂອຕາມຄຳຂໍຂອງລັດຖະບານຫວຽດນາມໃນໄຕມາດທີ 4 ຂອງປີທີ່ຜ່ານມາ, ເນື່ອງຈາກຄລິບດັ່ງກ່າວຖືວ່າເປັນການລະເມີດນະໂຍບາຍຂອງລັດຖະບານ ອີງຕາມຂໍ້ມູນຂອງບໍລິສັດ.

“TikTok, Facebook ແລະ YouTube ແມ່ນ​ social media ຂ້າມຊາຍແດນທີ່ມີມາດຕະຖານສາກົນ. ​ແຕ່​ເມື່ອ​ດຳ​ເນີນ​ງານ​ຢູ່​ຫວຽດນາມ ແພລັດຟອມດັ່ງກ່າວຕ້ອງປະຕິບັດຕາມກົດລະບຽບທ້ອງຖິ່ນທັງເນື້ອໃນ ແລະ ພັນທະພາສີ” Do ກ່າວໃນຖະແຫຼງການເມື່ອຕົ້ນອາທິດນີ້ ເເລະ ກ່າວຕື່ມວ່າ “ເມື່ອບໍ່ດົນມານີ້ TikTok ໄດ້ອະນຸຍາດໃຫ້ມີເນື້ອຫາ ເປັນພິດ, ຮຸນເເຮງ, ເລື່ອງຕົວະຫຼອກລວງ ແລະ ເລື່ອງງົມງວາຍ ໃນເເພລັດຟອມຂອງຕົນ”.

MIC ກ່າວວ່າ TikTok ເປັນແພລັດຟອມດຽວທີ່ຖືກກວດສອບຢູ່ໃນຕອນນີ້ ຍ້ອນວ່າມັນເປັນເເພລັດຟອມດຽວທີ່ສຳນັກງານຢູ່ໃນປະເທດ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/