Lenovo ຄອງແຊັ້ມ ຈັດສົ່ງ PC ສູງສຸດໃນປີ 2020


Lenovo ບໍລິສັດດ້ານຄອມພິວເຕີຈາກຮ່ອງກົງ ຍັງຄອງແຊັ້ມຈັດສົ່ງ “PC” ຫຼື Personal Computer ສູງສຸດໃນໂລກປີ 2020 ເຊິ່ງໄດ້ແຮງໜຸນຂະຫຍາຍຕະຫຼາດຈາກການລະບາດຂອງໂຄວິດ-19.

International Data Corporation (IDC) ບໍລິສັດວິໄຈຂໍ້ມູນຕະຫຼາດລະດັບໂລກ ລາຍງານວ່າ ໃນປີ 2020 Lenovo Group ບໍລິສັກຍັກໃຫຍ່ດ້ານຄອມພິວເຕີສ່ວນບຸກຄົນ (PC) ລະດັບໂລກ ຍັງຄົງຄອງສ່ວນແບ່ງການຕະຫຼາດໃນອັນດັບ 1 ຂອງໂລກ ຢູ່ທີ່ 24%.

Lenovo ຍັງຄົງຮັກສາອັນດັບ 1 ໃນດ້ານຂອງຍອດການຈັດສົ່ງ PC ເຊັ່ນກັນ ໂດຍມີຍອດເຖິງ 72.7 ລ້ານເຄື່ອງ ເຊິ່ງເພີ່ມຂຶ້ນ 12% ເມື່ອທຽບກັບປີກ່ອນ ຂະນະທີ່ HP ແລະ Dell ຕາມມາເປັນອັນດັບ 2 ແລະ 3 ຕາມລຳດັບ.

ທັງນີ້ ເມື່ອປີ 2020 ປະລິມານການຈັດສົ່ງພີຊີທົ່ວໂລກໄດ້ເຕີບໂຕເປັນກ້າວສຳຄັນ ໂດຍມີຕົວເລັ່ງຄືຈຳນວນຜູ້ເຮັດວຽກຈາກບ້ານທີ່ເພີ່ມຂຶ້ນ ນັກຮຽນທີ່ເຂົ້າຮຽນທາງອອນລາຍ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກທີ່ຫຼາຍຂຶ້ນອີກຄັ້ງ.

ແນວໃດກໍຕາມ ລາຍງານນີ້ລະບຸວ່າ ການລະບາດຂອງໂຣກຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ບໍ່ພຽງແຕ່ເພີ່ມຄວາມຕ້ອງການໃນຕະຫຼາດພີຊີເທົ່ານັ້ນ ແຕ່ຍັງສ້າງໂອກາດມະຫາສານທີ່ເອື້ອຕໍ່ການຂະຫຍາຍຕົວຂອງຕະຫຼາດອີກດ້ວຍ.

ພາບ: gizchina.com

ທີ່ມາ:  

https://www.statista.com/statistics/255306/global-pc-market-share-held-by-lenovo-since-the-1st-quarter-2009/