Leicester City ກາຍເປັນທີມທີ 2 ໃນຍຸກ ພຣີເມຍລີກ ທີ່ເຄີຍເປັນແຊ້ມ ແລ້ວຕ້ອງຕົກຊັ້ນລົງໄປຫຼິ້ນໃນລີກຮອງ


Leicester City ຈາກສະໂມສອນທີ່ເຄີຍສ້າງປະຫວັດສາດ ຈາກທີມລີກຮອງ ທີ່ກ້າວຂຶ້ນສູ່ຈຸດສູງສຸດຂອງວົງການບານເຕະໃນອັງກິດ ກໍຄືການ ຄວ້າແຊ້ມພຣີເມຍລີກ ຈົນຖືກເອີ້ນວ່າເອີ້ນວ່າ “ເທບນິຍາຍໝາໄນ” ຫຼື ‘Fairytale Foxes’ ສູ່ທີມທີ່ຕ້ອງຕົກຊັ້ນລົງໄປຫຼິ້ນໃນລີກຮອງອີກເທື່ອໜຶ່ງ ແລະ ກາຍເປັນທີມທີ 2 ໃນຍຸກ ພຣີເມຍລີກ ທີ່ເຄີຍເປັນແຊ້ມ ແລ້ວຕ້ອງຕົກຊັ້ນລົງໄປຫຼິ້ນໃນລີກຮອງ.

ໂດຍ ເລັສເຕີ້ ຊິຕີ້ ຈົບລະດູການ 2022/2023 ດ້ວຍອັນດັບທີ 18 ຂອງຕາຕະລາງລົງແຂ່ງໄປ 38 ນັດ ມີ 34 ຄະແນນ ຊະນະໄປພຽງ 9 ນັດ ສະເໝີໄປ 7 ນັດ ແລະ ປະລາໄຊໄປເຖິງ 22 ນັດ. ໂດຍ ເລັສເຕີ້ ນັ້ນເລີ່ມຕົ້ນລະດູການນີ້ໄດ້ບໍ່ໜ້າພໍໃຈປານໃດ ໂດຍໃນ 10 ນັດທຳອິດ ເລັສເຕີ້ ເກັບ 3 ຄະແນນໄດ້ພຽງ 2 ນັດ ສະເໝີໄປ 3 ນັດ ແລະ ປະລາໄຊໄປອີກ 5 ນັດ.

ໃນຄວາມເປັນຈິງ ເລັສເຕີ້ ຊິຕີ້ ນັ້ນເປັນອີກໜຶ່ງທີມທີ່ມີນັກເຕະແຕ່ລະຕຳແໜ່ງຖືກຈັດຢູ່ໃນລະດັບ ແຖວໜ້າຂອງລີກ ແລະ ມີນັກເຕະຫຼາຍຄົນທີ່ເປັນທີ່ໝາຍຕາຂອງບັນດາທີມໃຫຍ່ໆ ທົ່ວຢູໂຣບ ເປັນຕົ້ນແມ່ນ ປີກຂວາ ຮາວີ້ບານ, ກອງກາງຕົວຮັບ ຢູຣິຕີເຣມັນ ຫຼື ແມ່ນແຕ່ກອງກາງຕົວບຸກຟອມດີ ຢ່າງ ເຈມສ ແມັດດິຊັນ.

ຖ້າເບິ່ງຈາກສະຖິຕິການຍິງປະຕູ ແລະ ການເສຍປະຕູ ນັກວິຈານຫຼາຍຄົນກໍຊີ້ໄປໃນທິດທາງດຽວກັນວ່າ ບັນຫາຂອງ ເລສເຕີ້ ຊິຕີ້ ໃນລະດູການນີ້ແມ່ນເກມຮັບ ເຊິ່ງພວກເຂົາເສຍໄປເຖິງ 68 ປະຕູ ເຊິ່ງເປັນທີມທີ່ເສຍປະຕູຫຼາຍສຸດເປັນອັນດັບ 3 ໃນລະດູການນີ້. ແຕ່ກັບກັນ ໃນດ້ານຂອງເກມບຸກ ພວກເຂົາກັບຍິງໄດ້ເຖິງ 51 ປະຕູ ທຽບເທົ່າກັບ ເອັສຕັນ ວິວລາ ທີ່ມີອັນດັບໃນປີນີ້ ຢູ່ທີ່ອັນດັບ 7 ຂອງຕາຕະລາງ.

ໂດຍ ເລັສເຕີ້ ຊິຕີ້ ນັ້ນໄດ້ລຸ້ນໜີຕົກຊັ້ນຈົນຮອດນັດສຸດທ້າຍຂອງລະດູການໂດຍມີເງື່ອນໄຂ ຕ້ອງເອົາຊະນະ ເວັສແຮັມ ໃຫ້ໄດ້ ແລ້ວຕ້ອງລຸ້ນໃຫ້ ເອເວີຕັນ ປະລາໄຊໃຫ້ກັບ ບອດມັດ ເຊິ່ງຫຼັງຈົບເກມ ກໍເອີ້ນໄດ້ວ່າ ເລັສເຕີ້ ນັ້ນ ເຮັດໜ້າທີ່ຂອງຕົນເອງໄດ້ສຳເລັດ ແລ້ວຫຼັງເອົາຊະນະ ເວັສແຮັມ ໄປໄດ້ 2 ປະຕູຕໍ່ 1. ແຕ່ຜົນການແຂ່ງຂັນອີກຄູ່ໜຶ່ງນັ້ນບໍ່ເປັນໃຈ ຫຼັງ ເວເອີຕັນ ເອົາຊະນະ ບອດມັດໄປໄດ້ 1 ປະຕູຕໍ່ 0.

ຢ່າງໃດກໍຕາມ ຫຼາຍຝ່າຍກໍຍັງເຊື່ອວ່າຈາກສັກກະຍະພາບຂອງນັກເຕະ ແລະ ລະບົບຕ່າງໆ ເລັສເຕີ ຊິຕີ ນັ້ນຈະສາມາດກັບຂຶ້ນມາໃນພຣີເມຍລີກໄດ້ໃນລະດູການໜ້າ ເຊັ່ນດຽວກັນກັບ ໄວຍະວັດ ສີວັດນະປະພາ ປະທານສະໂມສອນ ປະກາດ ດ້ວຍຄວາມຕັ້ງໃຈ ແລະ ເຊື່ອໝັ້ນວ່າ ໃນລະດູການໜ້າ ເລສເຕີ້ ຊິຕີ້ຈະກັບມາໃນພຣີເມຍລີກແນ່ນອນ.

ໂດຍ ໄວຍະວັດ ສີວັດນະປະພາ ລະບຸວ່າ: ມັນຈະເປັນລະດູການທີ່ຍາກລຳບາກແນ່ນອນ ມັນຈະເປັນປີທີ່ທຸກຄົນຕ້ອງຮ່ວມແຮງຮ່ວມໃຈສູ້ເພື່ອກັບມາອີກຄັ້ງ ແລະ ຂ້ອຍຂໍສັນຍາວ່າ ຈະພະຍາຍາມສູ້ ແລະ ພາທີມເລັສເຕີ້ ກັບມາໃນພຣີເມຍລີກໃຫ້ໄດ້.

ເລັສເຕີ້ ຊິຕີ້ ຂຶ້ນສູ່ຈຸດສູງສຸດ ໂດຍການຄວ້າແຊ້ມ ພຣີເມຍລີກ ໃນລະດູການ 2015/2016 ໂດຍໃນລະດູການນັ້ນ ເລັສເຕີ້ ຊິຕີ້ ເກັບໄດ້ 81 ຄະແນນ ນຳຫ່າງອັນດັບ 2​ຢ່າງ ອາເຊນອລ ທີ່ມີພຽງ 71 ​ຄະແນນ.

ເລັສເຕີ້ ຊິຕີ້ ກາຍເປັນທີມທີ 2 ໃນປະຫວັດສາດພຣີເມຍລີກ ແລ້ວຕ້ອງຕົກຊັ້ນ ຕໍ່ຈາກ ແບັກເບີນໂຣເວີ້. ຢຸດເວລາ 9 ປີ ທີ່ເປັນຍິ່ງກວ່າຄວາມຝັນທີ່ໂຊຜົນງານໃນສະໜາມຫຍ້າ ແລະ ຄວ້າມແຊ້ມພຣີເມຍລີກ ແລະ ຈະຕ້ອງກັບໄປເລີ່ມຕົ້ນໃໝ່ອີກຄັ້ງໜຶ່ງຢູ່ ລີກຮອງ ເຊິ່ງຈະເປັນຄວາມທ້າທາຍຄັ້ງຍິ່ງໃຫຍ່ ໃຫ້ກັບ ເລສເຕີ້ ຊິຕີ້ ວ່າຈະຟື້ນຟູທີມ ແລະ ກັບມາໂດດເດັ່ນໃນເວທີ ພຣີເມຍລີກ ໄດ້ອີກຫຼືບໍ່.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/