ນາຍົກຍີ່ປຸ່ນ ສັ່ງປົດລູກຊາຍອອກຈາກຕຳແໜ່ງເລຂາ ຫຼັງມີພຶດຕິກຳບໍ່ເໝາະສົມ ຈັດງານສັງສັນຢູ່ທຳນຽບ ລັດຖະມົນຕີ


ຟູມິໂອະ ຄິຊິດະ (Fumio Kishida) ນາຍົກລັດຖະມົນຕີ ປະເທດຍີ່ປຸ່ນ ເປີດເຜີຍຕໍ່ສື່ມວນຊົນວ່າ ໂຊທາໂຣ ຄິຊິດະ (Shotaro Kishida) ລູກຊາຍຂອງຕົນເອງ ຈະລາອອກຈາກຕຳແໜ່ງເລຂານຸການບໍລິຫານ ໃນໄວໆນີ້ ເນື່ອງຈາກພຶດຕິກຳທີ່ບໍ່ເໝາະສົມ ພາຍຫຼັງມີພາບຫຼຸດທີ່ ໂຊທາໂຣ ແລະ ພີ່ນ້ອງພ້ອມກັບແຂກອີກຫຼາຍຄົນ ຈັດງານສັງສັນສະຫຼອງປີໃໝ່ແບບສ່ວນຕົວ ທີ່ທຳນຽບລັດຖະມົນຕີ ເມື່ອວັນທີ 30 ທັນວາ ທີ່ສ້າງຄວາມບໍ່ພໍໃຈໃຫ້ກັບປະຊາຊົນຢ່າງຮຸນແຮງ.

ໂດຍໃນເບື້ອງຕົ້ນພາຍຫຼັງມີພາບດັ່ງກ່າວຫຼຸດອອກມາ ທາງລັດຖະບານຂອງ ຄິຊິດະ ໄດ້ລະບຸວ່າ ນາຍົກລັດຖະມົນຕີ ໄດ້ເຮັດການຕຳໜິລູກຊາຍຂອງເຂົາສຳລັບພຶດຕິກຳທີ່ບໍ່ເໝາະສົມດັ່ງກ່າວແລ້ວ ແຕ່ບໍ່ມີທ່າທີວ່າຈະປົດອອກຈາກຕຳແໜ່ງ. ກ່ອນທີ່ຫຼ້າສຸດໃນວັນທີ 29 ພຶດສະພາທີ່ຜ່ານມານີ້ ຄິຊິດະ ຈະສະແດງຄວາມຮັບຜິດຊອບໃນຖານະທີ່ເປັນຜູ້ແຕ່ງຕັ້ງລູກຊາຍເຂົ້າມາຮັບຕຳແໜ່ງ.

ເຊິ່ງ ຟູມິໂອະ ຄິຊິດະ ລະບຸວ່າ: ພຶດຕິກຳຂອງລາວໃນສະຖານທີ່ສາທາລະນະເໝາະສົມສຳລັບຜູ້ທີ່ດຳລົງຕຳແໜ່ງຢ່າງເປັນທາງການໃນຖານະຜູ້ຊ່ວຍທາງການເມືອງ ຂ້ອຍຕັດສິນໃຈປ່ຽນໃຫ້ຜູ້ອື່ນເຂົ້າມາເຮັດໜ້າທີ່ແທນລາວ ເພື່ອຮັບຜິດຊອບ ຂ້ອຍຈະປະຕິບັດຕາມໜ້າທີ່ ແລະ ຄວາມຮັບຜິດຊອບ ດ້ວຍການຮັບຟັງສຽງຂອງປະຊາຊົນຢ່າງຕັ້ງໃຈ ແລະ ພະຍາຍາມຈັດການບັນຫາທີ່ບໍ່ສາມາດຫຼີກເວັ້ນໄດ້.

ສຳລັບຕຳແໜ່ງຂອງ ໂຊທາໂຣ ຄິຊິດະ ແມ່ນໄດ້ຮັບຕຳແໜ່ງຕັ້ງແຕ່ເດືອນ ຕຸລາ ປີ 2022 ຄືຕຳແໜ່ງເລຂານຸການດ້ານນະໂຍບາຍເຊິ່ງເປັນ 1 ໃນ 8 ຕຳແໜ່ງເລຂານຸການບໍລິຫານຂອງ ນາຍົກລັດຖະມົນຕີ ໂດຍການແຕ່ງຕັ້ງລູກຊາຍຂອງ ຄິຊິດະນັ້ນ ຖືກເບິ່ງວ່າເປັນຂັ້ນຕອນໃນການວາງໃຫ້ລາວມາສືບທອດເສັ້ນທາງການເມືອງຕໍຈາກພໍ່ ນັ້ນເອງ.

ຂະນະທີ່ເຫດການນີ້ບໍ່ແມ່ນຄັ້ງທຳອິດ ທີ່ລູກຊາຍຂອງທ່ານນາຍົກລັດຖມົນຕີ ຕົກເປັນເປົ້າເພາະໃຊ້ຕຳແໜ່ງໄປເຮັດກິດຈະກຳສ່ວນຕົວ. ໂດຍກ່ອນໜ້ານີ້ ໂຊທາໂຣ ຍັງຖືກຕຳໜິເລື່ອງການໃຊ້ລົດຂອງສະຖານທູດ ໃນການໄປທ່ຽວຊົມເມືອງໃນອັງກິດ ແລະ ປາຣີສ ປະເທດຝຣັ່ງ ເປັນການສ່ວນຕົວ ແລະ ຍັງຊື້ເຄື່ອງທີ່ລະນຶກໃຫ້ກັບຄະນະລັດຖະມົນຕີ ຂະນະທີ່ຕິດຕາມຜູ້ເປັນພໍ່ໃນການເດີນທາງໄປພົວພັນວຽກ.

         ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/