ປະຫວັດຄວາມເປັນມາກັບ Pride Month ເດືອນແຫ່ງຄວາມພາກພູມໃຈຂອງຊາວ LGBTQ+


ໃນຕະຫຼອດໄລຍະເດືອນມິຖຸນາຂອງແຕ່ລະປີນັ້ນ ຫຼາຍໆຄົນອາດຈະຮູ້ແລ້ວວ່າເປັນເດືອນແຫ່ງການສະເຫຼີມສະຫຼອງ Pride Month ຫຼື ເດືອນແຫ່ງຄວາມພາກພູມໃຈຂອງກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ (LGBTQ+) ເພາະບໍ່ວ່າເຮົາຈະແນມໄປທາງໃດກໍຈະເຫັນພວກບັນດາສິ່ງຂອງສີຮຸ້ງ ຖືກຕົກແຕ່ງເຕັມໄປຕາມຖະໜົນຫົນທາງ, ໃນສ່ວນຂອງຫ້າງຮ້ານ ຫຼື ອົງກອນຕ່າງໆກໍພາກັນອອກແຄັມເປນ ແລະ ກິດຈະກຳກ່ຽວກັບ LGBTQ+ ກັນເຕັມໄປໝົດ. ແຕ່ຮູ້ບໍ່ວ່າກວ່າຈະມາຮອດຈຸດນີ້ໄດ້ນັ້ນ ຊາວ LGBTQ+ ຕ້ອງພົບເຈິກັບເຫດການຫຍັງມາແດ່ ແລະ ເບື້ອງຫຼັງຂອງການພາກພູມໃຈນີ້ແມ່ນຕ້ອງແລກມາດ້ວຍຫຍັງ? ມື້ນີ້ເຮົາຈະພາທຸກຄົນໄປຮູ້ຈັກກັບ Pride Month ເດືອນແຫ່ງຄວາມພາກພູມໃຈຂອງຊາວ LGBTQ+.

Pride Month ແມ່ນການຈັດກິດຈະກຳໃນເດືອນມິຖຸນາຂອງທຸກປີ ທີ່ເກີດຂຶ້ນຈາກຜູ້ທີ່ມີຄວາມຫຼາກຫຼາຍທາງເພດ ເພື່ອສະແດງທາງສັນຍະລັກເຖິງຄວາມພາກພູມໃຈ ແລະຄວາມມັກໃນຕົວຕົນທີ່ແທ້ຈິງ ເຊິ່ງຄວາມພູມໃຈທີ່ເກີດຂຶ້ນນັ້ນແມ່ນຕ້ອງແລກມາດ້ວຍຄວາມເຈັບປວດຈາກການດູຖູກ, ການໃຊ້ຄວາມຮຸນແຮງ ແລະ ການເລືອກປະຕິບັດຂອງສັງຄົມ ສົ່ງຜົນໃຫ້ເກີດຄວາມກົດດັນໄປຈົນຮອດການປິດບັງຕົວຕົນ ໂດຍກິດຈະກຳ Pride Month ທີ່ຈັດຂຶ້ນນັ້ນແມ່ນຈະເນັ້ນເຖິງການເຄື່ອນໄຫວທາງສັງຄົມ, ການແຕ່ງກາຍ, ການເດີນຂະບວນພາເຣດທີ່ມີສີສັນສົດໃສ ແລະ ກິດຈະກຳທາງສິລະປະເປັນຫຼັກ ເພື່ອເປັນການສະແດງອອກ ແລະ ສະເຫຼີມສະຫຼອງເຖິງຄວາມພາກພູມໃຈທີ່ໄດ້ຮັບ.

ທັງນີ້ທີ່ມາຂອງ Pride Month ແມ່ນເລີ່ມຕົ້ນຈາກການຖືກເລືອກປະຕິບັດ, ຖືກໃຊ້ຄວາມຮຸນແຮງ ແລະ ການຖືກກ່າວຫາວ່າກຸ່ມຄົນ LGBTQ+ ມີຄວາມຜິດປົກກະຕິທາງຈິດ. ດັ່ງນັ້ນຊາວ LGBTQ+  ຈຶ່ງໄດ້ຄິດພຽງແຕ່ວ່າການເປີດເຜີຍຕົນເອງ ແລະ ກາແຕ່ງງານກັບຄູ່ຮັກຂອງຕົນແມ່ນເປັນໄດ້ພຽງຄວາມຝັນ. ແຕ່ມາຮອດເຫດຈະລາຈົນສະໂຕນວອລ (Stonewall Riots) ໃນລັດນິວຢອກ ປະເທດສະຫະລັດອາເມຣິກາ ນັບຈາກນັ້ນໜ້າປະຫວັດຊາດຂອງຊາວ LGBTQ+ ກໍປ່ຽນໄປ.

ໂດຍໃນຍະເວລານັ້ນ ຄົນຮັກເພດດຽວກັນຖືວ່າເປັນສິ່ງຜິດກົດໝາຍ ລວມທັງການແຕ່ງກາຍບໍ່ກົງກັບເພດກຳເນີດຖືວ່າເປັນເລື່ອງທີ່ຜິດບາບໃນສັງຄົມ ເຊິ່ງການໄດ້ໃຊ້ຊີວິດຢ່າງເປີດເຜີຍເປັນຕົວຂອງຕົນເອງເຖິງແມ່ນວ່າຈະເປັນໄລຍະເວລາພຽງສັ້ນໆ ກໍຖືວ່າເປັນຢາໃຈທີ່ສຳຄັນໃຫ້ດຳເນີນຊີວິດໄປໄດ້. ຊາວ LGBTQ+ ຈຶ່ງໄດ້ນິຍົມພາກັນໄປທີ່ Stonewall Inn ເປັນບາຣ໌ລັບຍາມຄໍ່າ ທີ່ຕັ້ງຢູ່ເຂດ ກຣີນວິຊ ວິລເລຈ (Greenwich Village) ສະຖານທີ່ທີ່ຊາວ LGBTQ+ ທັງຫຼາຍຈະໄດ້ເປີດເຜີຍຕົວຕົນຂອງຕົນຕົນເອງອອກມາໄດ້ຢ່າງເຕັມທີ່.

ໃນຕອນເຊົ້າມືດຂອງວັນທີ 28 ມິຖຸນາ 1969 ຕຳຫຼວດໄດ້ມາກວດສອບບາຣ໌ຕາມປົກກະຕິ ແຕ່ສິ່ງທີ່ຕ່າງອອກໄປຄືຜູ້ຄົນໃນບາຣ໌ມີທ່າທີຂັດຂືນຕໍ່ການເລືອກປະຕິບັດຂອງເຈົ້າໜ້າທີ່ ຈາກນັ້ນການຈາລະຈົນກໍປະທຸຂຶ້ນຈາກການໃຊ້ຄວາມຮຸນແຮງຂອງສອງຝ່າຍຈົນມັນແຜ່ຂະຫຍາຍເປັນວົງກວ້າງອອກມາຖະໜົນບໍລິເວນບາຣ໌ດັ່ງກ່າວ ຕໍ່ມາຈຳນວນຂອງທັງຝ່າຍຕຳຫຼວດ ແລະ ຝູງຊົນເພີ່ມຂຶ້ນເລື້ອຍໆ ແລະ ເຫດການຂອງຄືນນັ້ນກໍຄ່ອຍໆ ຍຸຕິລົງ. ແຕ່ວ່າເລື່ອງລາວບໍ່ຈົບພຽງເທົ່ານັ້ນ ເພາະມັນໄດ້ສ້າງຄວາມເຄັ່ງຕຶງ ແລະ ຄວາມບໍ່ພໍໃຈຢ່າງຫຼວງຫຼາຍກັບຊາວ LGBTQ+ ເຊິ່ງຄືນຕໍ່ມາກໍໄດ້ມີຜູ້ຄົນຈຳນວນຫຼາຍພັນຄົນອອກມາຊຸມນຸມທີ່ບາຣ໌ ແລະ ສະແດງພະລັງຂອງຊຸມຊາວ LGBTQ+ ສູ່ຊາວໂລກ.

ຈາກເຫດການຄັ້ງນີ້ນຳມາສູ່ການເດີນຂະບວນຮຽກຮ້ອງສິດທິທີ່ມີຄວາມຫຼາກຫຼາຍທາງເພດ  (LGBTQ Pride March) ຄັ້ງທຳອິດໃນວັນທີ 28 ມິຖຸນາ 1970 ທີ່ ນິວຢອກ ແລະ ອີກ 3 ຕົວເມືອງໃຫຍ່ຂອງສະຫະລັດອາເມຣິກາຢ່າງ ລອສແອງເຈລິສ, ຊານຟຣານຊິສໂກ ແລະ ຊິຄາໂກ ເພື່ອລະນຶກເຖິງເຫດການ ສະໂຕນວອລ ຫຼັງຈາກນັ້ນມາຊຸມຊົນ LGBTQ+ ກໍເລີ່ມອອກມາເດີນຂະບວນພາເຣດເພື່ອສະແດງຈຸດຢືນຂອງຕົນເອງ.

ໃນປີ 2000 ປະທານາທິບໍດີ ບິລ ຄຣິນຕັນ ຂອງສະຫະລັດອາເມຣິກາ ໄດ້ປະກາດໃຫ້ເດືອນມິຖຸນາເປັນເດືອນແຫ່ງຄວາມພາກພູມໃຈຂອງຊາວເກ ແລະ ເລສບ້ຽນ (Gay & Lesbian Pride Month) ແລະ ໃນອີກ 9 ປີຕໍ່ມາປະທານາທິບໍດີ ບາຣັກ ໂອບາມາ ຈຶ່ງໄດ້ປະກາດໃຫ້ເດືອນມິຖຸນາເປັນ “ເດືອນແຫ່ງຄວາມພາກພູມໃຈຂອງຊາວຫຼາກຫຼາຍທາງເພດ (Lesbian, Gay, Bisexual, and Transgender Pride Month) ເພື່ອໃຫ້ຄົນທົ່ວໂລກຄຳນຶງ ແລະ ຮັບຮູ້ເຖິງຄວາມຫຼາກຫຼາຍທາງເພດໃນກຸ່ມ LGBTQ+.

ທັງນີ້ຕົວອັກສອນ LGBTQ+ ແມ່ນຫຍໍ້ມາຈາກຄວາມຫຼາກຫຼາຍທາງເພດທີ່ແຕກຕ່າງກັນ.

L ຫຍໍ້ມາຈາກ Lesbian ໝາຍເຖິງ ຍິງຮັກຍິງ
G ຫຍໍ້ມາຈາກ Gay ໝາຍເຖິງ ຊາຍຮັກຊາຍ

B ຫຍໍ້ມາຈາກ Bisexual ໝາຍເຖິງ ບຸກຄົນຮັກໄດ້ທັງສອງເພດທັງຊາຍ ແລະ ຍິງ
T ຫຍໍ້ມາຈາກ Transgender ໝາຍເຖິງ ບຸກຄົນຂ້າມເພດ
Q ຫຍໍ້ມາຈາກ Queer ຫຼາຍເຖິງ ການບໍ່ຈຳກັດໃນເລື່ອງເພດ ແລະ ຄວາມຮັກ

+ ແມ່ນມີຄວາມໝາຍວ່າຍັງມີອີກຫຼາກຫຼາຍເພດນອກຈາກທີ່ກ່າວມາຂ້າງເທິງ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/