ອົງການ KOICA ໃຫ້ການສະໜັບສະໜູນ 9 ລ້ານໂດລາ ສືບຕໍ່ພັດທະນາຊົນນະບົດຢູ່ ສປປ ລາວ


ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການຮ່ວມມືສາກົນ ສ.ເກົາຫຼີ ຫຼື Korea International Cooperation Agency (KOICA) ແລະ ສະຖາບັນພັດທະນາຊົນນະບົດ ສ.ເກົາຫຼີ ໄດ້ຈັດພິທີໂຄງການພັດທະນາຊົນນະບົດແບບປະສົມປະສານຢູ່ 3 ແຂວງພາກໃຕ້ຂອງ ສປປ ລາວ ທີ່ໄດ້ຮັບການສະໜັບສະໜູນ ທຶນຈາກລັດຖະບານ ສ.ເກົາຫຼີ.

ພິທີຈັດຂຶ້ນຢູ່ໂຮງແຮມປາກຊ່ອງແດນງາມ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ພ້ອມກັນນັ້ນກໍມີການນຳຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ ແລະ ພາກສ່ວນອື່ນໆ.

ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ສ.ເກົາຫຼີ ໄດ້ຮ່ວມຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມຕາມຫຼັກການ ແຊມາອຸນດົງ ແຕ່ປີ 2013-2019 ຢູ່ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ. ຈາກການຈັດຕັ້ງປະຕິບັດໂຄງການ ເຫັນວ່າມີຜົນດີຫຼາຍຢ່າງໜ້າເພິ່ງພໍໃຈ, ຍ້ອນແນວນັ້ນ, ເພື່ອເປັນການຜັນຂະຫຍາຍຜົນສຳເລັດການຈັດຕັ້ງປະຕິບັດໂຄງການ ແລະ ສືບຕໍ່ໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ,​ ອົງການ KOICA ຈຶ່ງໄດ້ສືບຕໍ່ສະໜັບສະໜູນງົບປະມານ ຈຳນວນ 9 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດໂຄງການຢູ່ແຂວງຈຳປາສັກ,​ ສາລະວັນ ແລະ ແຂວງເຊກອງ ກວມເອົາ 4 ເມືອງ 20​ ບ້ານ.

ໂຄງການດັ່ງກ່າວ ມີໄລຍະການຈັດຕັ້ງປະຕິບັດ 5 ປີ ເລີ່ມແຕ່ເດືອນພະຈິກ ປີ 2021 ຫາ ເດືອນຕຸລາ ປີ 2026. ຈຸດປະສົງ ກໍເພື່ອສະໜັບສະໜູນການພັດທະນາຊົນນະບົດແບບມີສ່ວນຮ່ວມຕາມນະໂຍບາຍ 3​ ສ້າງ ໂດຍນໍາໃຊ້ຮູບແບບເຊມາອູດົງ ຂອງ ສ.ເກົາຫຼີ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ ແຕ່ສູນກາງຮອດທ້ອງຖິ່ນ ແລະ ການສ້າງກິດຈະກຳທີ່ສ້າງລາຍຮັບໃຫ້ຊາວກະສິກອນ ແລະ ປັບປຸງສະພາບແວດລ້ອມພາຍໃນບ້ານ.

ຂໍ້ມູນຈາກ: https://cutt.ly/WwqLjm1h

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/