ຮູ້ ຫຼື ບໍ່? ມີບໍລິສັດຈາກ ສປ ຈີນ ທັງໝົດ 108 ບໍລິສັດ ໄດ້ມາລົງທຶນດ້ານບໍ່ແຮ່ຢູ່ ສປປ ລາວ


ໃນກອງປະຊຸມພົບປະຢ່າງເປັນທາງການ ລະຫວ່າງ ການນຳຂັ້ນສູງຂອງກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ສປ ຈີນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2023 ທີ່ຜ່ານມາ ຢູ່ຫ້ອງປະຊຸມກະຊວງພະລັງງານ ແລະ ບໍ່ແຮ່. ຝ່າຍກະຊວງ ພະລັງງານ ແລະ ບໍ່ແຮ່ ນຳພາຄະນະໂດຍ ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ແລະ ຝ່າຍກະຊວງຊັບພະຍາກອນທຳມະຊາດ ຂອງ ສປ ຈີນ ນຳໂດຍ ທ່ານ Dr. Li Jinfa ຮອງລັດຖະມົນຕີ, ທັງເປັນຫົວໜ້າກົມໃຫ່ຍສໍາຫຼວດທໍລະນີສາດ ແຫ່ງຊາດຈີນ ພ້ອມດ້ວຍຄະນະ.

ກອງປະຊຸມດັ່ງກ່າວທ່ານ ຮອງລັດຖະມົນຕີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໂດຍສະເພາະວຽກງານການສ້າງແຜນທີ່ທໍລະນີສາດ ແລະ ແຮ່ທາດ ໂດຍໄດ້ລາຍງານວ່າ: ການດໍາເນີນການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດ ຂັ້ນພື້ນຖານ ມາດຕາສ່ວນ 1:200.000 ໄດ້ສໍາເລັດໃນເນື້ອທີ່ 162.104 ກມ2 ເທົ່າກັບ 68,41% ຂອງເນື້ອທີ່ທົ່ວປະເທດ; ດໍາເນີນການສໍາຫຼວດສ້າງແຜນທີ່ທໍລະນີສາດ-ແຮ່ທາດ ມາດຕາສ່ວນ 1:50.000 (ດ້ວຍວິທີການສໍາຫຼວດທໍລະນີຟີຊິກ, ທໍລະນີເຄມີ ໃນເນື້ອທີ່ 2,994 ກມ2 ເທົ່າກັບ 1,26 % ຂອງເນື້ອທີ່ທົ່ວປະເທດ, ຊຶ່ງໃນນັ້ນ ບາງເຂດໄດ້ຮັບການຮ່ວມມືສະໜັບສະໜູນຈາກປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ ສປ ຈີນ, ສສ ຫວຽດນາມ ຜົນການສໍາຫຼວດດັ່ງກ່າວເປັນຂໍ້ມູນສໍາຄັນ ໃນການວາງແຜນພັດທະນາແຮ່ທາດ ແລະ ດຶງດູດການລົງທຶນດ້ານບໍ່ແຮ່.

ປະຈຸບັນ ໄດ້ມີນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນດ້ານບໍ່ແຮ່ມີທັງໝົດ 108 ບໍລິສັດ (150 ກິດຈະການ) ໃນນັ້ນຢູ່ໃນໄລຍະການຊອກຄົ້ນ ແລະ ສໍາຫຼວດມີທັງໝົດ 54 ບໍລິສັດ, 59 ກິດຈະການ, ຢູ່ໃນໄລຍະສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ຂຸດຄົ້ນປຸງແຕ່ງ 54 ບໍລິສັດ 91 ກິດຈະການ, ຊຶ່ງແຮ່ທາດທີ່ໄດ້ຮັບອະນຸຍາດມີ ແຮ່ຄໍາ, ທອງ, ເຫຼັກ, ກົ່ວ, ຊືນ-ສັງກະສີ ຫີນອ່ອນ, ແຮ່ມັງການ, ຫີນກາວ, ແຮ່ບຣິດ, ແຮ່ເກືອໂປຕັສ ແລະ ແຮ່ຫາຍາກ.

ໃນປີ 2011-2020 ມູນຄ່າການຜະລິດຕະພັນບັນລຸ 15.263 ໂດລາສະຫະລັດ, ເຊິ່ງການພັດທະນາແຮ່ທາດໄດ້ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ຂໍ້ມູນຈາກ:

https://cutt.ly/XwqTZ9jt

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/