Kingdom: Ashin Of North ພ້ອມອອກສາຍໃນວັນທີ 23 ກໍລະກົດ ເວລາ 14.00 ທາງ Netflix


Kingdom ຊີຣີ່ແນວສະຫຍອງຂວັນຈາກປະເທດເກົາຫຼີ ທີ່ຂຽນບົດໂດຍ Kim Eun-hee ແລະ ກຳກັບໂດຍ Kim Seong-hun (Season 1) ແລະ Park In-je (Season 2) ເຊິ່ງໄດ້ອອກສາຍທາງ Netflix ຕັ້ງແຕ່ປີ 2019 ແລະໄດ້ຮັບຄຳວິຈານໃນທາງບວກ ພ້ອມກັບໄດ້ຮັບຄວາມສົນໃຈຈາກຜູ້ທີ່ໄດ້ຮັບຊົມຢ່າງຫຼວງຫຼາຍ.

“Kingdom: Ashin of the North” ເປັນຮູບເງົາທີ່ແຍກຈາກ Season 2 ເຊິ່ງແຟນຊີຣີ່ Kingdom ໃຈຈົດໃຈຈໍ່ຢາກຈະເບິ່ງ ກຳລັງຈະຖືກສາຍທາງ Netflix ໃນວັນທີ 23 ກໍລະກົດ 2021 ເວລາ 14:00 ນີ້.

ຄາດວ່າຫຼາຍໆຄົນທີ່ເປັນແຟນຊີຣີ່ເລື່ອງ Kingdom ກໍຄົງຈະກຽມໝອນ, ຜ້າຫົ່ມ, ພ້ອມເຂົ້າໜົມ ລໍຖ້າການສາຍຮອບທຳອິດຢູ່ໜ້າຈໍຢ່າງແນ່ນອນ.

ຮັບຊົມ Trailer ຮູບເງົາ : 

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/