ໂຮງຮຽນມັດທະຍົມໃນເກົາຫຼີບັນຈຸວິຊາ E-Sport ໃຫ້ນັກຮຽນເລືອກລົງຮຽນໄດ້!!!


ໃນປັດຈຸບັນ ຖືວ່າວົງການ E-Sport ມາແຮງຫຼາຍ ຄົນຍຸກໃໝ່ຫັນມາໃຫ້ຄວາມສົນໃຈຫຼາຍຂຶ້ນ ຈົນເຮັດໃຫ້ເກີດອາຊີບໃໝ່ໆຂຶ້ນມາຫຼາຍອາຊີບ, ເຊິ່ງທາງ ສ.ເກົາຫຼີ ກໍໄດ້ແນມເຫັນເຖິງຄວາມສຳຄັນຂອງຈຸດນີ້ ຈຶ່ງໄດ້ຊຸກດັນວົງການ E-Sport ໃຫ້ເປັນໜຶ່ງໃນປະເທດແຖວໜ້າຂອງໂລກທີ່ບຸກເບີກວົງການນີ້ ມີທັງການຈັດການແຂ່ງຂັນ, ເຮັດທີມ ແລະ ສົ່ງອອກນັກແຂ່ງທີ່ມີຄຸນະພາບ.

ຫຼ້າສຸດ ປະເທດເກົາຫຼີໄດ້ປູກຝັງໃຫ້ຄົນຍຸກໃໝ່ຊຶມຊັບກັບວັດທະນະທຳ E-Sport ດ້ວຍການເພີ່ມຫຼັກສູດວິຊາ E-Sport ເຂົ້າໃນການຮຽນລະດັບຊັ້ນມັດທະຍົມ ເປັນອີກວິຊາທາງເລືອກໜຶ່ງໃຫ້ນັກຮຽນທີ່ສົນໃຈໄດ້ເລືອກຮຽນ.

ໃນການຮຽນວິຊາ E-Sport ນັ້ນແບ່ງອອກເປັນຫຼາຍພາກ ເຊິ່ງພາກທຳອິດກໍຈະຮຽນຕັ້ງແຕ່ປະຫວັດສາດກິລາ E-Sport ຈົນໄປຮອດຂັ້ນທີ 3 ທີ່ໄດ້ຮຽນກ່ຽວກັບເກມ E-Sport ເຊິ່ງປະກອບໄປດ້ວຍ League of Legends, PUBG, StarCraft ແລະ FIFA ຈົນໄດ້ລົງຫຼິ້ນໃນພາກປະຕິບັດຕົວຈິງ!!!

ຖືວ່າມາໄກແທ້ໆ ກັບວົງການ E-Sport ໃນເກົາຫຼີ ທີ່ໄດ້ເປີດກວ້າງສະໜັບສະໜູນຄວາມຮັກມັກຂອງຄົນຍຸກໃໝ່, ເຫັນແບບນີ້ແລ້ວ ໃນອະນາຄົດຖ້າປະເທດລາວມີແບບນີ້ ກໍຄົງຈະດີ ແລະ ຖືກໃຈບັນດາຄົນທີ່ມັກຫຼິ້ນເກມຢູ່ບໍ່ໜ້ອຍ ແຖມຍັງເປັນການປູພື້ນຖານທີ່ດີໃຫ້ແກ່ວົງການ E-Sport ບ້ານເຮົາອີກພ້ອມ.

ຂອບໃຈຂໍ້ມູນຈາກ:

https://bit.ly/2V0llQf

https://www.facebook.com/eSportsCircles/posts/4137096149739579

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/