ຈີນນຳໃຊ້ເທັກໂນໂລຢີສະແກນໜ້າ ເພື່ອຄວບຄຸມການຫຼິ້ນເກມຂອງເດັກນ້ອຍໃນຕອນກາງຄືນ


ການຫຼິ້ນເກມເຖິງຈະເປັນກິດຈະກຳໜຶ່ງທີ່ຊ່ວຍເສີມສ້າງທັກສະຕ່າງໆໃຫ້ແກ່ຜູ້ຫຼິ້ນ, ແຕ່ຖ້າຫາກບໍ່ມີການແບ່ງເວລາທີ່ຖືກຕ້ອງ ຫຼື ຫຼິ້ນຫຼາຍເກີນໄປກໍອາດສົ່ງຜົນເສຍຕໍ່ຮ່າງກາຍ ໂດຍສະເພາະກັບເຍົາວະຊົນທີ່ກຳລັງຢູ່ໃນໄວຮຽນຮູ້.

ທາງລັດຖະບານຈີນຈຶ່ງໄດ້ຮ່ວມມືກັບບໍລິສັດຊັ້ນນຳດ້ານເທັກໂນໂລຢີໃນປະເທດທີ່ຊື່ວ່າ Tencent ໄດ້ອອກມາດຕະການໃຫ້ມີການສະແກນໃບໜ້າຂອງຜູ້ທີ່ຈະເຂົ້າມາຫຼິ້ນເກມອອນໄລນ໌ຕ່າງໆ ຕັ້ງແຕ່ເວລາ 22.00-8.00ມ. ເພື່ອເປັນການປ້ອງກັນບໍ່ໃຫ້ເດັກນ້ອຍເຂົ້າມາຫຼິ້ນເກມໃນ ເວລາກາງຄືນໄດ້ ເພາະສຳລັບປະເທດຈີນແລ້ວ ການທີ່ເດັກນ້ອຍຫຼິ້ນເກມຈົນຮອດເດິກນັ້ນ ຖືວ່າເປັນເລື່ອງທີ່ບໍ່ເໝາະສົມຫຼາຍ.

ກ່ອນໜ້ານີ້ລັດຖະບານຈີນເອງກໍໄດ້ອອກນະໂຍບາຍຈຳກັດຊົ່ວໂມງການຫຼິ້ນເກມຂອງເດັກນ້ອຍທີ່ຕ້ອງປະຕິບັດຕາມຢ່າງເຂັ້ມງວດ ໂດຍທີ່ບໍ່ອະນຸຍາດໃຫ້ຫຼິ້ນເກມໃນຕອນກາງຄືນ ແລະ ຈຳກັດເວລາຫຼິ້ນໃນແຕ່ລະວັນຄື: ສາມາດຫຼິ້ນໄດ້ 1,5 ຊົ່ວໂມງ ໃນມື້ທຳມະດາ ແລະ 3 ຊົ່ວໂມງໃນມື້ພັກ.

ແຕ່ກໍຍັງມີເດັກນ້ອຍຈຳນວນຫຼາຍທີ່ບໍ່ປະຕິບັດຕາມມາດຕະການດັ່ງກ່າວ ແລະ ໃຊ້ບັນຊີເກມປອມ ຫຼື ປອມເປັນຜູ້ໃຫຍ່ເພື່ອສະໝັກບັນຊີ ມາຫຼິ້ນເກມໃນຕອນກາງຄືນ. ດ້ວຍເຫດນີ້ເອງ ທາງບໍລິສັດ Tencent ຈຶ່ງຈຳເປັນຕ້ອງໄດ້ອອກນະໂຍບາຍການສະແກນໃບໜ້າເພື່ອກວດສອບຫາເຍົາວະຊົນຜູ້ທີ່ບໍ່ປະຕິບັດຕາມມາດຕະການ ໂດຍທີ່ຖ້າຫາກສະແກນພົບແລ້ວ ກໍຈະໄລ່ເດັກຄົນນັ້ນອອກຈາກເຊີບເວີເກມໂດຍທັນທີ.

ເຖິງຈະມີການສະແກນໃບໜ້າເພື່ອຄວບຄຸມການຫຼິ້ນເກມຂອງເດັກນ້ອຍກໍຕາມ ກໍຍັງມີເດັກນ້ອຍອີກຫຼາຍໆຄົນທີ່ຍັງຫາຫົນທາງຕ່າງໆເພື່ອເຂົ້າຫຼິ້ນເກມໃນຕອນກາງຄືນໃຫ້ໄດ້ ບໍ່ວ່າຈະເປັນໃຫ້ພໍ່ແມ່ຊ່ວຍສະແກນໜ້າໃຫ້ ຫຼື ແມ່ນແຕ່ການໃຊ້ຂໍ້ມູນຂອງຜູ້ຄົນໃນໂລກອອນໄລນ໌ເພື່ອມາສ້າງຮູບພາບເຄື່ອນໄຫວຂອງໃບໜ້າດ້ວບຊອບແວ ແລ້ວນຳມາສະແກນແທນໃບໜ້າທີ່ແທ້ຈິງ ເຊີ່ງຖືວ່າເປັນການກະທຳທີ່ຜິດກົດໝາຍ.

ນະໂຍບາຍການສະແກນໃບໜ້າໃນຕອນກາງຄືນນີ້ ກໍໄດ້ເຮັດໃຫ້ປະຊາຊົນຈີນເກີດຄວາມກັງວົນເລື່ອງຄວາມເປັນສ່ວນຕົວຫຼາຍ ເຮັດໃຫ້ຜູ້ທີ່ໃຊ້ອິນເຕີເນັດໃນຈີນຫຼາຍຄົນເກີດຄວາມລະມັດລະວັງຕໍ່ກັບການໃຊ້ເທັກໂນໂລຢີສະແກນໃບໜ້າຫຼາຍຂຶ້ນ ເພາະຮູ້ສຶກບໍ່ປອດໄພ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/