ເປັນຫຍັງ ນົກ ແລະ ປາ ໃນທະເລຈຶ່ງກິນພລາສຕິກ


ບັນຫາຂີ້ເຫຍື້ອພລາສຕິກຍັງເປັນບັນຫາໜຶ່ງທີ່ມີຄວາມຮຸນແຮງ ແລະ ສະແດງໃຫ້ເຫັນຜ່ານຜົນກະທົບທາງທຳມະຊາດຕ່າງໆ ໂດຍສະເພາະສັດນ້ຳ ຫຼື ສັດທະເລ ທີ່ໄດ້ຮັບຜົນກະທົບໜັກ. ແຕ່ບັນຫາດັ່ງກ່າວກໍຍັງເປັນບັນຫາທີ່ຄົນໃນສັງຄົມຍັງບໍ່ເຫັນເຖິງຄວາມສຳຄັນຫຼາຍເທົ່າທີ່ຄວນ.

ອົງການ UNESCO ຫຼື ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ ໄດ້ປະເມີນວ່າ ສິ່ງທີ່ມີຊີວິດໃນນ້ຳທະເລຫຼາຍກວ່າ 100,000 ຊະນິດນັ້ນ ເສຍຊີວິດຍ້ອນພລາສຕິກ. ສາເຫດຫຼັກໆແມ່ນມາຈາກການທີ່ສັດເຂົ້າໃຈຜິດວ່າຂີ້ເຫຍື້ອພລາສຕິກແມ່ນອາຫານຂອງພວກມັນ ສັດຈຶ່ງກິນເຂົ້າໄປ ເຮັດໃຫ້ພລາສຕິກເຂົ້າໄປຕັນໃນລຳໄສ້ ແລະ ສະສົມໃນກະເພາະ ຈົນເປັນສາເຫດໃຫ້ອາຫານບໍ່ຍ່ອຍສະຫຼາຍ, ເຮັດໃຫ້ສັດຮູ້ສຶກອິ່ມ ແຕ່ຂາດສານອາຫານ ຫຼື ອາຫານເປັນພິດ ແລະ ໃນທີ່ສຸດ ສັດກໍເສຍຊີວິດລົງ. ແຕ່ເສດຂີ້ເຫຍື້ອເຫຼົ່ານັ້ນ ກໍຍັງຄ້າງຢູ່ໃນຮ່າງຂອງສັດ ແລະ ກາຍເປັນອາຫານໃຫ້ສັດອື່ນຕໍ່ໄປເປັນຕ່ອງໂສ້.

ນອກຈາກສັດທະແລ້ວ ກໍຍັງມີນົກຫຼາຍຊະນິດທີ່ກິນພລາສຕິກ ເພາະເມື່ອພລາສຕິກໄດ້ຕົກລົງທະເລແລ້ວ ທະເລຈະເຮັດໃຫ້ກິ່ນພລາສຕິກມີກິ່ນຄາວຄືປາ ກິ່ນດັ່ງກ່າວຈຶ່ງເປັນສັນຍານເຮັດໃຫ້ດຶງດູດສັດແບບນົກ ເຮັດໃຫ້ນົກເຂົ້າໃຈຜິດ ແລະ ຫຼົງກິນເຂົ້າໄປໄດ້.

ຈາກຂໍ້ມູນໃນປິ 2016 ຂອງກົມຊັບພະຍາກອນທາງທະເລ ແລະ ຊາຍຝັ່ງປະເທດໄທ ພົບວ່າຂີ້ເຫຍື້ອທີ່ຫຼາຍທີ່ສຸດໃນທະເລ ແມ່ນຖົງພລາສຕິກ ປະມານ 38% ຂອງປະລິມານຂີ້ເຫຍື້ອທັງໝົດ ແລະ ຮອງລົງມາແມ່ນ ຫຼອດດູດ, ຝາຕຸກນ້ຳ ແລະ ເສດເຊືອກມັດ ເຊິ່ງສາເຫດຫຼັກຂອງຂີ້ເຫຍື້ອໃນທະເລສ່ວນຫຼາຍ ແມ່ນເກີດຈາກການຖິ້ມຂີ້ເຫຍື້ອຊະຊາຍຂອງຊຸມຊົນ, ນັກທ່ອງທ່ຽວ ແລະ ໂຮງງານອຸດສາຫະກຳ. ນອກຈາກນັ້ນຍັງປະສົບບັນຫາກັບການກຳຈັດຂີ້ເຫຍື້ອທີ່ຂາດປະສິດທິພາບ ແລະ ການເພີ່ມຂຶ້ນຂອງການບໍລິໂພກ ໂດຍນຳໃຊ້ພລາສຕິກຂອງມະນຸດ.

ທີ່ມາ: https://mgronline.com/greeninnovation/detail/9640000068107

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/