K-POP World Festival 2021 ການແຂ່ງຂັນ Dance Cover ທີ່ໄດ້ເຫັນອີກຄວາມສາມາດຂອງໄວໜຸ່ມທົ່ວໂລກ ລວມທັງໄວໜຸ່ມລາວເຮົາ


ການປະກວດເຕັ້ນ K-POP ເປັນການປະກວດທີ່ຖືກໃຈໄວໜຸ່ມຫຼາຍຄົນ ທີ່ມີຄວາມສົນໃຈ ແລະ ຮັກໃນການເຕັ້ນ ເຊິ່ງທາງປະເທດເກົາຫຼີກໍໄດ້ຈັດການແຂ່ງຂັນຂຶ້ນໃນທຸກໆປີ.

Cover Dance ເປັນການເຕັ້ນທີ່ໄດ້ຮັບຄວາມນິຍົມເປັນຈຳນວນຫຼາຍ ສຳລັບໄວໜຸ່ມໃນປັດຈຸບັນ ແລະ ກໍບໍ່ຈຳແນກເພດ-ອາຍຸ, ໝວດເພງໃນການເຕັ້ນກໍຈະເປັນເພງ K-POP ເຕັ້ນຕາມຈຳນວນສະມາຊິກທີ່ຕົນມີ ແລະ ຈະເປັນການເຕັ້ນໃຫ້ຄືກັບຕົ້ນສະບັບເປັນຫຼັກ.

ປົກກະຕິການປະກວດແຂ່ງເຕັ້ນຈະຈັດແຂ່ງຢູ່ເວທີ ພ້ອມກັບມີຜູ້ຊົມ ແລະກຳມະການມາເບິ່ງ ແຕ່ໃນປີນີ້ຈະປະກວດໃນຮູບແບບອອນລາຍ ເນື່ອງຈາກສະພາບຂອງບ້ານເມືອງຍັງບໍ່ປົກກະຕິ. ມີທີມເຕັ້ນຈາກຫຼາຍປະເທດໄດ້ຮ່ວມການແຂ່ງຂັນ, ໜຶ່ງໃນນັ້ນກໍມີປະເທດລາວເຮົາ ທີ່ມີໄວໜຸ່ມຫຼາກຫຼາຍທີມເຂົ້າຮ່ວມໃນການແຂ່ງຂັນໃນຄັ້ງນີ້, ສະແດງໃຫ້ເຫັນເລີຍວ່າໄວໜຸ່ມລາວເຮົາມີຄວາມສາມາດໃນການເຕັ້ນ ການສະແດງທີ່ໂດດເດັ່ນບໍ່ຕ່າງຈາກປະເທດອື່ນໆ.

ຖືໄດ້ວ່າເປັນກິດຈະກຳໜຶ່ງ ທີ່ທາງເກົາຫຼີໃຫ້ຄວາມໃສ່ໃຈຕໍ່ກັບວົງການເຄປັອບ ລວມທັງສ້າງເສດຖະກິດໃຫ້ມີຄວາມກ້າວໜ້າ ປະກອບກັບສ້າງສີສັນໃຫ້ແກ່ໄວໜຸ່ມທົ່ວໂລກ, ເຊິ່ງການປະກວດທີ່ຜ່ານມາກໍໄດ້ສ້າງຄວາມສຸກໃຫ້ໃຜຫຼາຍຄົນບໍ່ໜ້ອຍ ພ້ອມກັບໄດ້ຮາງວັນ ຖ້າຫາກທີມໃດຊະນະການປະກວດ.

ແຕ່ລະປີມີຫຼາຍປະເທດໄດ້ເຂົ້າຮ່ວມຫຼາຍກວ່າ 75 ປະເທດກໍວ່າໄດ້ ຈຳນວນທີມທີ່ເຂົ້າຮ່ວມປະມານ 3,000 ກວ່າທີມ, ຈຳນວນທີ່ໄດ້ເຂົ້າຮອບ 12 ທີມ ເພື່ອທີ່ຈະໄດ້ຊິງຊະນະເລີດ ຈະໄດ້ຮາງວັນຍ່ອຍອອອກມາ.

ສ່ວນທີມທີ່ໄດ້ຮັບໄຊຊະນະຈະໄດ້ຮັບຮາງວັນໃຫຍ່ ແລະ ວີດີໂອກໍຈະໄດ້ເຜີຍແຜ່ລົງເວັບໄຊ ໃຫ້ຜູ້ຄົນທົ່ວໂລກໄດ້ຮັບຊົມ.

ຂອບໃຈຂໍ້ມູນຈາກ:

https://bit.ly/2UtcSoF

https://bit.ly/36QbmPT

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/