ສປ.ຈີນ ປ່ອຍນໍ້າອອກຈາກເຂື່ອນໃຫ້ປ່ຽນໄປທາງທິດໃໝ່ ແຕ່ປະລິມານນໍ້າຍັງເພີ່ມຂຶ້ນ


ຈາກທີ່ຝົນຕົກລົມພັດແຮງຍ້ອນພາຍຸ ໜັກໜ່ວງທີ່ສຸດກໍເປັນເມືອງເຈິງໂຈ ທີ່ນ້ຳຖ້ວມຢ່າງໜັກ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມເຖິງ 25 ຄົນ, ທາງຈີນຈຶ່ງມີແນວທາງເພື່ອບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ ກອງທັບຈີນຈຶ່ງໄດ້ລະເບີດເຂື່ອນໃນເມືອງລົ່ວຫຍາງ ເພື່ອປ່ອຍ ແລະ ປ່ຽນທາງຂອງນ້ຳອັນມະຫາສານອອກ ບໍ່ໃຫ້ໄປຖ້ວມຊ້ຳໃສ່ບ່ອນເກົ່າ.

ເຈົ້າໜ້າທີ່ເມືອງເຈິງໂຈໄດ້ລາຍງານວ່າ: ມີຍອດຜູ້ເສຍຊີວິດເຖິງ 25 ຄົນ ລວມກັບ 12 ຄົນ ທີ່ເສຍຊີວິດໃນລົດໄຟໃຕ້ດິນທີ່ຖືກນ້ຳຖ້ວມ, ມີປະຊາຊົນໄດ້ຮັບຜົນກະທົບ 1.2 ລ້ານຄົນ ແລະ ອົບພະຍົບເຖິງ 200,000 ຄົນ. ແຕ່ລະດັບນ້ຳທີ່ເມືອງເຈິງໂຈ ກໍຍັງເພີ່ມຂຶ້ນເລື້ອຍໆສູງສຸດປະມານ 1.3-1.5 ແມັດ.

ການຕັດສິນໃຈລະເບີດເຂື່ອນໃນເມືອງລົ່ວຫຍາງ ກໍເພື່ອລະບາຍນ້ຳອັນມະຫາສານນັ້ນອອກ ໃຫ້ປ່ຽນເສັ້ນທາງຂອງນ້ຳຖ້ວມໃຫ້ໄຫຼໄປທາງອື່ນນຳ ແລະ ບໍ່ໃຫ້ນ້ຳເພີ່ມຂຶ້ນໃນບ່ອນທີ່ຖ້ວມຢູ່ແລ້ວ ແຕ່ກໍຍັງເພີ່ມຂຶ້ນຢູ່ບໍ່ເຊົາ.

ຈີນໄດ້ເອົາໃຈໃສ່ລະດົມກູ້ໄພເຖິງ 8,000 ຄົນ ເພື່ອມາປະຕິບັດໜ້າທີ່ຊ່ວຍເຫຼືອຈຳນວນຄົນທີ່ກຳລັງປະສົບໄພນ້ຳຖ້ວມໃນມົນທົນເຫີໜານ ແລະ ທະຫານຈຳນວນ 5,700 ນາຍ, ເຮືອ ແລະ ຍານພະຫະນະ 148 ລຳທາງພາກສ່ວນກະຊວງບໍລິຫານການສຸກເສີນກໍໄດ້ລະດົມກູ້ໄພເຖິງ 1,800 ນາຍ.

ຈຸດພື້ນທີ່ນ້ຳຖ້ວມມີ 30 ຈຸດ ລວມມີ ເມືອງເຫີໜານ,​ ເມືອງເຈິງໂຈ, ເມືອງເອກເຫີໜານ,​ ເມືອງລົ່ວຫຍາງ ແລະ ເມືອງໄຄເຟິງ, ຖ້ວມເປັນເວລາ 3 ມື້ແລ້ວ ແຕ່ປະລິມານ້ຳຍັງບໍ່ລົດລົງ ເພາະເນື່ອງຈາກວ່າມີຝົນຕົກຢູ່ບໍ່ເຊົາ ແລະ ຍັງມີແຈ້ງເຕືອນໄວ້ອີກວ່າວັນທີ 22 ກໍລະກົດ 2021 ຈະມີຝົນຕົກອີກ, ສ່ວນເຂື່ອນບໍລິເວນໃກ້ປະລິມານນ້ຳກໍຍັງເພີ່ມຂຶ້ນຕະຫຼອດ.

ຂອບໃຈຂໍ້ມູນຈາກ:

https://bit.ly/3iDsGNt

https://web.facebook.com/TNNWorld/posts/480243033061282

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/