ເປັນກຳລັງໃຈໃຫ້ 5 ນັກກິລາລາວ ຕົວແທນໄປແຂ່ງຂັນໂອແລມປິກໂຕກຽວ 2020


ມະຫະກຳກິລາໂອແລມປິກ ທີ່ຍີ່ປຸ່ນເປັນເຈົ້າພາບ ໄດ້ເລື່ອນຈາກປີ 2020 ມາຈັດປີ 2021 ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດເປັນວົງກວ້າງ ແລະ ທົ່ວໂລກ. ການຈັດໂອແລມປິກປີນີ້ ເປັນປີທີ່ແຕກຕ່າງຈາກປີຜ່ານມາ ທັງລະບົບຄວາມປອດໄພ ແລະ ຄວາມທັນສະໄໝຂອງເຈົ້າພາບທີ່ວາງແຜນມາຕະຫຼອດ ຖືໄດ້ວ່າມີສິ່ງໃໝ່ໆໃຫ້ຜູ້ຄົນໄດ້ເຫັນຢູ່ສະເໝີ.

ມີນັກກິລາຫຼາຍປະເທດທີ່ໄດ້ເຂົ້າຮ່ວມໃນການແຂ່ງຂັນ ເພື່ອເປັນຕົວແທນໃຫ້ແກ່ປະເທດ, ສ່ວນປະເທດລາວເຮົາກໍມີ 5 ນັກກິລາ ທີ່ໄດ້ໄປແຂ່ງຂັນມະຫະກຳໂອແລມປິກໂຕກຽວ 2020:

  • ທ້າວ ແກ່ນ ເທບທິດາ ນັກກິລາແລ່ນຄົນພິການ: ຜ່ານມາກໍໄດ້ມີຜົນງານຢ່າງໂດດເດັ່ນ ເຄີຍຄວ້າຫຼຽນໄຊໃນການແຂ່ງຂັນກິລາເອເຊຍ ພາຣາເກມປີ 2018 ແລະ ໄດ້ອັນດັບທີ 5 ໃນລາຍການ T13 100m ແລະ 200m.
  • ທ້າວ ສຸກພະໄຊ ສິດທິສານ ນັກກິລາຢູໂດ: ຜົນງານທີ່ຜ່ານມາຫຼາຍຄົນກໍອາດຈະຮູ້ຫຼາຍພໍສົມຄວນ ຕັ້ງແຕ່ໂອແລມປິກ 2016 ທີ່ບຣາຊິວ ກໍໄດ້ເຝິກຊ້ອມຢ່າງເຕັມທີ່ ເກັບຄະແນນເພື່ອທີ່ຈະເຂົ້າຮ່ວມໂອແລມປິກ ແລະ ກໍສາມາດຍາດຄະແນນ ໂຄຕ້າ ໄດ້ສຳເລັດ ແລະ ໜ້າພູມໃຈ, ເປົ້າໝາຍແຂ່ງຂັນເທື່ອນີ້ ກໍຈະພະຍາຍາມຢ່າງທີ່ສຸດ ຈົນສຸດຄວາມສາມາດ.
  • ທ້າວ ສັນຕິສຸກ ອິນທະວົງ ນັກກິລາລອຍນ້ຳ: ກໍເປັນນັກກິລາທີ່ຕິດທີມຊາດເຍົາວະຊົນຕັ້ງແຕ່ອາຍຸ 10 ປີ ຈົນມາຮອດປັດຈຸບັນ, ເຊິ່ງຕອນນີ້ກໍຍັງຮັກສາສະຖິຕິໃນປະເພດ 50-100 ແມັດ Freestyle ແລະ 50-100 ແມັດ Backstroke.
  • ນາງ ສີລິນາ ພະອາໄມ ນັກກິລາແລ່ນ-ລານ: ໄດ້ເລີ່ມເປັນນັກກິລາຕັ້ງແຕ່ອາຍຸ 14 ປີ ແລະ ໄດ້ໄປແຂ່ງຂັນຢູ່ເລື້ອຍໆ ຈົນໄດ້ເຂົ້າເປັນທີມຊາດປີ 2016, ໄດ້ໄປແຂ່ງຂັນມະຫະກຳກິລາມະຫາໄລຢູ່ສິງກະໂປ, ໄດ້ມີໂອກາດເຝິກຊ້ອມຈາກຄູເຝິກອາສາສະໝັກຢູ່ຍີ່ປຸ່ນ, ໄດ້ໄປແຂ່ງຂັນລາຍການຫຼ້າສຸດແມ່ນຊີເກມຟີລິບປິນ ໄດ້ເວລາ 12:31 ສຳລັບ 100 ແມັດ.
  • ນາງ ສີລິອາລຸນ ບຸດຈະເລີນ ນັກກິລາລອຍນ້ຳ: ເປັນອີກນັກກິລາຄົນໜຶ່ງທີ່ຮັກ ແລະ ມັກໃນການລອຍນ້ຳ ພ້ອມກັບເລີ່ມຮຽນຕັ້ງແຕ່ອາຍຸ 7 ປີ ແລະ ໄດ້ຕິດທີມຊາດຮຸ່ນເຍົາວະຊົນຕັ້ງແຕ່ອາຍຸ 12 ປີ. ທີ່ຜ່ານມາໄດ້ຮ່ວມກິດຈະກຳ ຫຼື ເຂົ້າຮ່ວມກິລາທັງພາຍໃນ ແລະ ຕ່າງປະເທດຢູ່ສະເໝີ ເປັນຕົ້ນແມ່ນ: World Championships, Asian Games, SEA Games ແລະ ໄດ້ເປັນຕົວແທນໄປແຂ່ງຂັນໂອແລມປິກ 2016 ທີ່ລີໂອ ດີເຈນນະໂລ້ ເຊິ່ງເຮັດຖິຕິໄດ້ 50ແມັດ Freestyle 31.19 ວິນາທີ ທີ່ກວາງຈູ ປະເທດເກົາຫຼີໃນ Asian Games 2019.

ຂອບໃຈຂໍ້ມູນຈາກ:

https://bit.ly/3xXWFX4

https://bit.ly/3hYun9s

https://bit.ly/3hWjPaP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/