Katherine Commale ສາວນ້ອຍທູດແຫ່ງມຸ້ງອາຍຸ 5 ປີ ຜູ້ຊ່ວຍຊີວິດຊາວແອຟຣິການັບລ້ານ


ຈື່ກັນໄດ້ບໍ່ Katherine Commale ສາວນ້ອຍທູດແຫ່ງມຸ້ງທີ່ເຄີຍເປັນກະແສໃນໂລກໂຊຊຽວຫຼາຍປີກ່ອນ ກ່ຽວກັບເດັກນ້ອຍອາຍຸ 5 ປີ ຊາວອາເມຣິກາ ຈາກລັດເພນຊິລວາເນຍ ທີ່ລຸກຂຶ້ນມາເຮັດໂຄງການຂໍບໍລິຈາກມຸ້ງໃຫ້ປະຊາຊົນຊາວແອຟຣິກາເພື່ອປ້ອງກັນໄຂ້ມາເລເລຍ ຈົນປະສົບຄວາມສຳເລັດ.

ເນື່ອງໃນວັນເດັກນ້ອຍສາກົນທີ່ຜ່ານມາ ທາງທີມງານ LaoX ໄດ້ນຳເອົາເລື່ອງລາວດີໆຂອງ Katherine Commale ສາວນ້ອຍມະຫັດສະຈັນຄົນນີ້ ມາເລົ່າຄືນໃຫ້ເຮົາໄດ້ອ່ານນຳກັນ.
ຈຸດເລີ່ມຕົ້ນຂອງເລື່ອງລາວທັງໝົດ ເກີດຂຶ້ນເມື່ອ Katherine Commale ເດັກນ້ອຍອາຍຸ 5 ປີ ໃນຂະນະທີ່ຢູ່ເຮືອນກັບແມ່ ລາວໄດ້ນັ່ງເບິ່ງສາລະຄະດີທີ່ກ່ຽວກັບແອຟຣິກາ ໂດຍໃນສາລະຄະດີໄດ້ກ່າວວ່າ ໃນທຸກໆ 30 ວິນາທີ ຈະມີເດັກນ້ອຍຄົນໜຶ່ງຕາຍຍ້ອນພະຍາດໄຂ້ມາເລເລຍ.

ຫຼັງຈາກນັ້ນ ເມື່ອຮອດເວລາກິນເຂົ້າແລງກັບພໍ່ແມ່ ແຄັດເທີລີນນັ່ງຢູ່ໂຊຟາ ພ້ອມກັບນັບເລກ 1 2 3… ເມື່ອນັບໄປຮອດ 30 ລາວເຮັດສີໜ້າຕົກໃຈພ້ອມຮ້ອງຂຶ້ນວ່າ “ແມ່ໆ! ເດັກນ້ອຍແອຟຣິກາຕາຍໄປແລ້ວຄົນໜຶ່ງ! ເຮົາຕ້ອງເຮັດຫຍັງຈັກຢ່າງແລ້ວ” ດ້ວຍຄວາມເອັນດູໃນຄວາມໄຮ້ດຽງສາຂອງລູກ ແມ່ຂອງລາວໄດ້ໄປຫາຂໍ້ມູນກ່ຽວກັບໄຂ້ມາເລເລຍໃນແອຟຣິກາ ຈາກອິນເຕີເນັດແລ້ວໄດ້ອະທິບາຍກັບລູກວ່າ “ມັນເປັນພະຍາດທີ່ເປັນຕາຢ້ານຫຼາຍ ເດັກນ້ອຍທີ່ເປັນພະຍາດນີ້ແລ້ວມັກຈະເສຍຊີວິດ”
ຫຼັງຈາກນັ້ນ ແຄັດເທີລີນກໍຖາມແມ່ຕໍ່ວ່າ “ເປັນຫຍັງຈຶ່ງເປັນມາເລເລຍ?”
ແມ່ຂອງລາວຈຶ່ງຕອບວ່າ “ມາເລເລຍຕິດຕໍ່ຈາກຍຸງ ໃນແອຟຣິກາມີຍຸງຫຼາຍແຮງ”
“ແລ້ວເຮົາຈະເຮັດຈັ່ງໃດດີ?”
“ຕອນນີ້ມັນມີມຸ້ງທີ່ແຊ່ຢາກັນຍຸງ ເມື່ອມີສິ່ງນີ້ກໍຈະປ້ອງກັນບໍ່ໃຫ້ຍຸງກັດໄດ້”
“ລະເປັນຫຍັງພວກເຂົາເຈົ້າຈຶ່ງບໍ່ຊື້ມຸ້ງແບບນັ້ນລະ?”
“ມຸ້ງນັ້ນມັນແພງເກີນໄປສຳລັບພວກເຂົາ”
ຜ່ານໄປອາທິດໜຶ່ງ ຄູຢູ່ໂຮງຮຽນໄດ້ໂທມາຫາພໍ່ກັບແມ່ຂອງແຄັດເທີລີນ ແລະ ໄດ້ແຈ້ງວ່າ ລູກສາວຂອງພວກເຂົາບໍ່ໄດ້ຈ່າຍເງິນຊື້ເຂົ້າໜົມກິນຄືແຕ່ລະຄັ້ງ, ຫຼັງຈາກນັ້ນ ເມື່ອຮອດເຮືອນ ແມ່ກໍໄດ້ຖາມແຄັດວ່າເງິນໄປໃສໝົດ ແຕ່ຄຳຕອບຂອງລູກສາວເຮັດໃຫ້ຜູ້ເປັນແມ່ອຶ້ງໄປເລີຍ “ຖ້າຢູ່ໂຮງຮຽນລູກບໍ່ຊື້ເຂົ້າໜົມ ບໍ່ຊື້ຕຸກກະຕາບາບີ້ ແບບນີ້ພໍຈະຊື້ມຸ້ງໄດ້ບໍ່?”

ແມ່ຈຶ່ງພາລູກໄປຫ້າງ ແລະ ໃຊ້ເງິນ 10 ໂດລາຊື້ມຸ້ງໃຫຍ່ອັນໜຶ່ງທີ່ພຽງພໍສຳລັບເດັກນ້ອຍ 4 ຄົນ ແລ້ວກໍຄົ້ນຫາອົງກອນການກຸສົນໃນໃແອຟຣິກາເພື່ອຈະສົ່ງມຸ້ງໄປ ບັງເອີນພົບກັບໂຄງການໜຶ່ງຊື່ວ່າ Nothing but nets ເປັນໂຄງການທີ່ບໍ່ຮັບບໍລິຈາກອັນອື່ນນອກຈາກມຸ້ງ ຈະສົ່ງມຸ້ງໄປໃຫ້ເດັກນ້ອຍໃນແອຟຣິກາໂດຍສະເພາະ ແມ່ຈຶ່ງພາແຄັດເທີລີນໄປໄປສົ່ງມຸ້ງດ້ວຍຕົນເອງ.

ຜ່ານໄປ 1 ອາທິດ ທາງໜ່ວຍງານໄດ້ສົ່ງຈົດໝາຍຂອບໃຈມາໃຫ້ແຄັດເທີລີນຮອດເຮືອນ ບອກວ່າລາວເປັນຜູ້ບໍລິຈາກທີ່ອາຍຸໜ້ອຍທີ່ສຸດ ແລະ ຖ້າບໍລິຈາກຮອດ 10 ອັນຈະໄດ້ໃບກຽດຕິຄຸນ. ສາວນ້ອຍແຄັດເທີລີນຈຶ່ງຊວນແມ່ໄປເປີດທ້າຍກະບະ ພ້ອມເອົາເຄື່ອງເກົ່າໄປຂາຍ ໃນນັ້ນມີທັງໜັງສືເກົ່າ, ຂອງຫຼິ້ນເກົ່າຂອງລາວເອງ ແລະ ຍັງເຮັດໃບກຽດຕິຄຸນໃຫ້ແກ່ຜູ້ທີ່ມາຊື້ເຄື່ອງນຳລາວອີກ ໂດຍລາວໄດ້ບອກກັບແມ່ວ່າ “ຂະໜາດເຮົາໄປບໍລິຈາກ ເຂົາເຈົ້າຍັງຈະໃຫ້ໃບກຽດຕິຄຸນເຮົາ, ຄົນທີ່ມາຊື້ເຄື່ອງຊ່ວຍເຮົາ ໃຫ້ເງິນເຮົາກໍຕ້ອງໄດ້ຄືກັນ”.

ແຄັດເທີລີນ ແລະ ແມ່ ໄດ້ລົງມືເຮັດໃບກຽດຕິຄຸນ ພໍ່ເປັນຜູ້ຈັດຫາອຸປະກອນ ນ້ອງຊາຍຊ່ວຍແຕ້ມຮູບຫົວໃຈ ໃນໃບຍ້ອງຍໍແຕ່ລະອັນຍັງມີລາຍເຊັນຂອງແຄັດເທີລີນພ້ອມຂໍ້ຄວາມວ່າ “ໃນນາມຂອງທ່ານ ເຮົາໄດ້ຊື້ມຸ້ງ 1 ອັນສົ່ງໄປແອຟຣິກາ”. ຫຼັງຈາກນັ້ນ ເມື່ອເພື່ອນບ້ານເຫັນເຖິງຄວາມໜ້າຮັກໄຮ້ດຽງສາຂອງ ແຄັດເທີລີນ ຈຶ່ງພາກັນມາຊື້ຊ່ວຍ ຈົນໄປປະກາດໄດ້ແຈກອອກໄປ 10 ໃບ. ເມື່ອໄດ້ເງິນ ກໍສົ່ງໄປໃຫ້ອົງການຊື້ມຸ້ງ ແລະ ທາງອົງການກໍໄດ້ສົ່ງໃບກຽດຕິຄຸນມາໃຫ້ແຄັດເທີລີນ ພ້ອມກັບແຕ່ງຕັ້ງລາວໃຫ້ເປັນທູດແຫ່ງມຸ້ງ.

ຄົນໃນໜ່ວຍງານ ແຈ້ງກັບແຄັດວ່າ ມຸ້ງທີ່ລາວສົ່ງໄປ ໄດ້ສົ່ງຕໍ່ໄປໝູ່ບ້ານແຫ່ງໜຶ່ງໃນປະທາດການາ ເຊິ່ງມີເດັກນ້ອຍປະມານ 550 ຄົນ ຕອນນັ້ນລາວອຸທານອອກມາວ່າ “ຕາຍແລ້ວ 10 ອັນມັນບໍ່ພໍຕີ້”
ແຄັດເທີລີນໄດ້ຫາວິທີຫາເງິນຊື້ມຸ້ງອີກຄັ້ງ ໂດຍຄັ້ງນີ້ເພື່ອນບ້ານທີ່ເປັນລູກຄ້າກຸ່ມທຳອິດ ໄດ້ຂໍມາເປັນລູກມືຊ່ວຍເຮັດໃບກຽດຕິຄຸນນຳ. ເມື່ອເລື່ອງຂອງແຄັດເທີລີນກາຍເປັນທີ່ເວົ້າເຖິງໃນຊຸມຊົນ ບາດຫຼວງກໍໄດ້ເຊີນລາວໄປເວົ້າໃນໂບດ ພຽງ 3 ນາທີ ກໍໄດ້ເງິນບໍລິຈາກຫຼາຍເຖິງ 800 ໂດລາ ແລະ ກໍໄດ້ເລີ່ມເດີນທາງໄປເວົ້າທີ່ໂບດຕ່າງໆ ເມື່ອລາວອາຍຸຄົບ 6 ປີ ສາມາດເຮັດເງິນບໍລິຈາກໄດ້ຫຼາຍເຖິງ 6316 ໂດລາ.

ທາງອົງການ Noting but nets ກໍເອົາເລື່ອງລາວຂອງແຄັດເທີລີນ ໄປລົງໃນເວັບໄຊ. ໃນມື້ໜຶ່ງລາວໄດ້ນັ່ງເບິ່ງໂທລະພາບ ແລະ ໄດ້ເຫັນເບກແຮັມ ປະກາດປະຊາສຳພັນການກຸສົນໃຫ້ Nothing but nets ແຄັດກໍຮີບຟ້າວຂຽນຈົດໝາຍໄປຫາເບກແຮັມທັນທີ ພ້ອມກັບແນບໃບກຽດຕິຄຸນໄປພ້ອມ 1 ໃບ. ຫຼັງຈາກນັ້ນ ເບກແຮັມກໍໄດ້ໂພສເລື່ອງລາວຂອງແຄັດເທີລີນລົງໃນເວັບສ່ວນຕົວ ເຮັດໃຫ້ມີຄົນຮູ້ຈັກແຄັດເທີລີນຫຼາຍຂຶ້ນໄປອີກ.

ໃນວັນທີ 8 ມິຖຸນາ 2007 ແຄັດເທີລີນໄດ້ຮັບຈົດໝາຍທີ່ຂຽນຈາກເດັກນ້ອຍໃນໝູ່ບ້ານທີ່ໄດ້ຮັບມຸ້ງໃນແອຟຣິກາຂຽນຫາລາວວ່າ “ຂອບໃຈສຳລັບມຸ້ງຂອງເຈົ້າ ເຮົາເຫັນຮູບຂອງເຈົ້າແລ້ວ ເຮົາຄິດວ່າເຈົ້າງາມຫຼາຍ” ແຄັດເທີລີນມີກຳລັງໃຈຂຶ້ນຫຼາຍ ແລະ ລົງມືເຮັດໃບກຽດຕິຄຸນອີກ 100 ໃບ ສົ່ງໄປບັນດາເສດຖີຕ່າງໆທີ່ຕິດອັນດັບຕາມວາລະສານຟຣ໊ອບ. ໃນນັ້ນມີໃບໜຶ່ງຂຽນເຖິງບິລເກດພ້ອມ ໂດຍມີເນື້ອໃນວ່າ “ເຖິງທ່ານບິລເກດທີ່ເຄົາລົບ ບໍ່ມີມຸ້ງ ເດັກນ້ອບແອຟຣິກາຈະຕາຍຍ້ອນມາເລເລຍ ພວກເຂົາຕ້ອງການເງິນ ແລະ ເງິນຢູ່ທີ່ທ່ານ…”

ບິລເກດໄດ້ປະຫຼາດໃຈກັບເດັກນ້ອຍອາຍຸພຽງ 6 ປີ ທີ່ເຮັດໄດ້ຂະໜາດນີ້ ລາວໄດ້ເວົ້າເຖິງເລື່ອງລາວຂອງແຄັດເທີລີນອອກສື່ ແລະ ໄດ້ບໍລິຈາກໃຫ້ອົງການ Nothing but nets ເຖິງ 3 ລ້ານໂດລາໃນວັນທີ 5 ພະຈິກ 2007. ໃນປີ 2008 ມູນລະນິທິບິລເກດໄດ້ອອກເງິນເຮັດສາລະຄະດີແຄັດເທີລີນໃນຊື່ວ່າ “ເດັກຊ່ວຍເດັກ” ເຮັດໃຫ້ແຄັດໄດ້ຢຽບແຜ່ນດິນແອຟຣິກາຄັ້ງທຳອິດໃນຊີວິດ, ໄດ້ເຫັນຊື່ຕົນເອງທີ່ຕິດຢູ່ມຸ້ງບໍລິຈາກ ເດັກນ້ອຍໃນໝູ່ບ້ານເອີ້ນມຸ້ງດັ່ງກ່າວວ່າ “ມຸ້ງແຄັດເທີລີນ” ໃນປີ 2008 ແຄັດເທີລີນ ອາຍຸພຽງ 7 ປີ ໄດ້ຊ່ວຍຊີວິດເດັກນ້ອຍແອຟຣິກາແລ້ວເຖິງ 20,000 ຄົນ.

ຫຼາຍປີຜ່ານໄປ ແຄັດເທີລີນໄດ້ເຕີບໃຫຍ່ຂຶ້ນ ລາວໄດ້ເປັນກະບອກສຽງໃຫ້ແກ່ອົງການ Nothing but nets ມາຕະຫຼອດ ໄດ້ກາຍເປັນເດັກນ້ອຍທີ່ຍິ່ງໃຫຍ່ ໄດ້ເຂົ້າພົບກັບອະດີດປະທານາທິບໍດີ ບຣູສ ແລະ ສະຕຣີໝາຍເລກ 1 ຂອງສະຫະລັດອາເມຣິກາໃນວັນມາເລເລຍແຫ່ງຊາດ ແລະ ຍັງໄດ້ເຂົ້າພົບກັບອະດີດປະທານາທິບໍດີບິລ ຄລິນຕັນ ອີກຄົນ.

ເລື່ອງລາວຂອງສາວນ້ອຍຄົນນີ້ຍັງໄດ້ຕີແຜ່ລົງໃນວາລະສານ NewYork Time, Time for Kids, ໜັງສືພິມດັງໆຂອງອາເມຣິກາ ແລະ ຍັງໄດ້ຮັບຮາງວັນ Dragonfly Award ຈາກທຳນຽບຂາວ ໃນຖານະບຸກຄົນທີ່ມີຄວາມພະຍາຍາມໃນການຕໍ່ສູ້ກັບໄຂ້ມາເລເລຍ ແລະ ມີອີກຫຼາຍຮາງວັນຈາກຫຼາຍພາກສ່ວນ ລວມໄປເຖິງຖືກເຊີນໄປເວົ້າຢູ່ຕ່າງປະເທດອີກດ້ວຍ.

ປັດຈຸບັນແຄັດເທີລີນ ອາຍຸ 19 ປີແລ້ວ ແລະ ຍັງຄົງເປັນແຮງບັນດານໃຈໃນການຊ່ວຍຊີວິດເດັກນ້ອຍແອຟຣິກາຢູ່ສະເໝີມາ ໂຄງການ Nothing but nets ກໍຍັງຄົງຢູ່ ແລະ ສົ່ງມຸ້ງໄປຊ່ວຍເຫຼືອເດັກນ້ອຍແອຟຣິກາຢູ່ຕະຫຼອດ.

ຈາກບາດກ້າວນ້ອຍໆ ຂອງເດັກນ້ອຍໄຮ້ດຽງສາຜູ້ໜຶ່ງ ສູ່ການເປັນບຸກຄົນທີ່ຍິ່ງໃຫຍ່ທີ່ໂລກຕ້ອງຈາລຶກ ຕໍ່ໃຫ້ບໍ່ມີພະລັງ ກໍສາມາດເປັນຊຸບເປີ້ຮີໂຣ້ໃນຊີວິດຈິງໄດ້. ໃນມື້ນີ້ແຄັດເທີລີນໄດ້ຊ່ວຍຊີວິດດັກນ້ອຍແອຟຣິກາໄປແລ້ວເປັນລ້ານຄົນຈາກມຸ້ງຂອງລາວ.

ຂອບໃຈຂໍ້ມູນຈາກ:
http://www.mommybooklet.com/post02178731014001
https://cutt.ly/UnvBcyV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/