Moderna ຕົກລົງຜະລິດວັກຊີນຮ່ວມກັບບໍລິສັດເຄືອ Samsung


ບໍລິສັດ Moderna ບໍລິສັດຜະລິດວັກຊີນສັນຊາດອາເມຣິກາ ໄດ້ລົງນາມຜະລິດວັກຊີນໂຄວິດ-19 ຮ່ວມກັບບໍລິສັດ Samsung biologics ບໍລິສັດຢາໃນເຄືອ Samsung ເຊິ່ງຈະເປີດທາງໃຫ້ບໍລິສັດການຢາຂອງ ສ.ເກົາຫຼີ ສາມາດຜະລິດວັກຊີນຕ້ານໂຄວິດ-19 ໂດຍໃຊ້ເທັກໂນໂລຢີ mRNA ຂອງ Moderna ພາຍໃນປະເທດ.

Moderna ເອງກໍໄດ້ລົງນາມບັນທຶກ MOU ກັບລັດຖະບານ ສ.ເກົາຫຼີ ເຊິ່ງໄດ້ສັ່ງຈອງວັກຊີນ Moderna ໄປແລ້ວຈຳນວນ 40 ລ້ານໂດສ. ການລົງນາມດັ່ງກ່າວເກີດຂຶ້ນວັນທີ 21 ພຶດສະພາ 2021 ຫຼັງຈາກ ສ.ເກົາຫຼີ ອະນຸມັດໃຫ້ມີການໃຊ້ວັກຊີນ Moderna ໃນປະເທດ.

ໃນອະນາຄົດຖ້າເລີ່ມຜະລິດວັກຊີນໃນ ສ.ເກົາຫຼີ ນັ້ນກໍໝາຍຄວາມວ່າໃນພາກພື້ນອາຊີ ຈະສາມາດເຂົ້າເຖິງວັກຊີນໂຄວິດ-19 ຂອງ Moderna ໄດ້ໄວຂຶ້ນ ແລະ ງ່າຍຂຶ້ນ ລວມເຖິງປະເທດລາວເຮົາເອງກໍເປັນພັນທະມິດອັນດີງາມກັບ ສ.ເກົາຫຼີ ມາຍາວນານ ກໍມີໂອກາດເຂົ້າເຖິງໄດ້ເຊັ່ນກັນ.

ຂອບໃຈຂໍ້ມູນຈາກ: https://cutt.ly/hnv8xWJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/