ເດັກນ້ອຍ 5 ປີ ກາຍເປັນຮີໂຣ້ ຊ່ວຍນ້ອງສາວ ແລະ ໝາຂອງຕົນເອງ ອອກຈາກເຫດການໄຟໄໝ້


ຫຼາຍຄົນບໍ່ອາດຮູ້ໄດ້ວ່າເດັກນ້ອຍພຽງ 5 ປີ ກໍສາມາດເຮັດສິ່ງທີ່ສ່ຽງ ເພື່ອຄົນທີ່ຮັກ ໂດຍບໍ່ຄຳນຶງເຖິງຕົນເອງ, ເຫດການນີ້ເປັນເລື່ອງດີອີກເລື່ອງສຳລັບສັງຄົມ ພ້ອມກັບເປັນບົດຮຽນອັນຍິ່ງໃຫຍ່ໃຫ້ທຸກຄົນໄດ້ຮັບຮູ້ດ້ວຍກັນ.

ເລື່ອງທີ່ກ່າວມານີ້ໄດ້ເກີດຂຶ້ນທີ່ ລັດຈໍເຈຍ ສະຫະລັດອາເມຣິກາ, ເດັກນ້ອຍ 5 ປີ ທີ່ມີຊື່ວ່າ: ໂນອາວູດ (Noah Woods), ເຊິ່ງລາວໄດ້ຕື່ນມາກາງເດິກ ແລະ ພົບວ່າຫ້ອງຂອງຕົນເອງນັ້ນ ກຳລັງເກີດໄຟໄໝ້, ແຕ່ເດັກນ້ອຍຄົນນີ້ບໍ່ມີຄວາມຕົກໃຈ ແລະ ຕັ້ງສະຕິໄດ້ດີ, ລາວໄດ້ໄປປຸກເອົານ້ອງສາວຂອງຕົນທີ່ມີອາຍຸ 2 ປີ ກຳລັງນອນໃນຫ້ອງດຽວກັນໃຫ້ຕື່ນ ແລະ ໄດ້ພານ້ອງສາວອອກຈາກຫ້ອງ ມາທາງໜ້າປ່ອງຢ້ຽມທີ່ເປີດຢູ່ ເຊິ່ງຄາດວ່າເປັນທາງອອກທີ່ປອດໄພທີ່ສຸດໃນເວລານັ້ນ.

ຫຼັງຈາກທີ່ພານ້ອງສາວອອກມາໄດ້ແລ້ວ ເດັກນ້ອຍຄົນນີ້ ຍັງໄດ້ກັບເຂົ້າໄປເອົານ້ອງໝາຂອງຕົນເອງທີ່ກຳລັງຢູ່ໃນເຮືອນອີກດ້ວຍ, ຫຼັງຈາກນັ້ນ ກໍໄດ້ໄປຫາຄວາມຊ່ວຍເຫຼືອ ຈາກເຮືອນລຸງທີ່ຢູ່ພາຍໃນບໍລິເວນນັ້ນ, ເຮັດໃຫ້ຄົນທີ່ຮັບຮູ້ ໄດ້ເຂົ້າໄປຊ່ວຍຄົນທີ່ຢູ່ໃນເຮືອນທີ່ເຫຼືອອີກ 4 ຄົນໄວ້ໄດ້ທັນ.

ທາງຫົວໜ້າໜ່ວຍດັບເພີງໃນທ້ອງຖິ່ນໄດ້ກ່າວວ່າ: ສາເຫດທີ່ໄຟໄໝ້ໃນຄັ້ງນີ້ ອາດເກີດຈາກເຕົ້າສຽບໄຟຟ້າໃນຫ້ອງນອນຂອງ ໂນອາ ທີ່ມີໄຟຟ້າໄຫຼເຂົ້າມາຫຼາຍເກີນໄປ. ເຊິ່ງຫຼັງຈາກເຫດການນີ້ ໜ່ວຍດັບເພີງຍັງໄດ້ປະກາດໃຫ້ເດັກຊາຍ ໂນອາ ເປັນນັກດັບເພີງກິດຕິມະສັກ ແລະ ໄດ້ມອບຮາງຊ່ວຍເຫຼືອຊີວິດດີເດັ່ນ, ເຊິ່ງປົກກະຕິແລ້ວ ຮາງວັນນີ້ຕ້ອງມອບໃຫ້ກັບອາຊີບດັບເພີງເທົ່ານັ້ນ ແຕ່ເດັກນ້ອຍຄົນນີ້ກໍໄດ້ເຊັ່ນກັນ, ຖືວ່າເປັນເລື່ອງລາວດີໆ ທີ່ໜ້າຊົມເຊີຍ. ເຫດການນີ້ເກີດຂື້ນເມື່ອປີ 2020 ທີ່ຜ່ານມາ ແຕ່ທຸກຄົນກໍຍັງນຳສະເໜີເລື່ອງດີໆນີ້ໃຫ້ກັນຮູ້ເປັນປະຈຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/