Karoshi ຫຼື ການເຮັດວຽກໜັກຈົນຕາຍແມ່ນຫຍັງກັນແທ້?


“ລຳບາກມື້ນີ້ ສະບາຍມື້ໜ້າ” ເປັນປະໂຫຍກທີ່ເຮົາມັກໄດ້ຍິນຕະຫຼອດ ແຕ່ຄຳຖາມຄື ເຮົາຕ້ອງທຸກ ແລະ ເຮັດວຽກໜັກຫຼາຍເທົ່າໃດ ເມື່ອການເຮັດວຽກໜັກນັ້ນສາມາດນຳໄປສູ່ການເສຍຊີວິດໄດ້.

ໃນປະເທດຍີ່ປຸ່ນມີຄຳຈຳກັດຄວາມສຳລັບ “ການເສຍຊີວິດຈາກການເຮັດວຽກໜັກ” ທີ່ເອີ້ນວ່າ ຄາໂຣຊິ (Karoshi) ຫຼື karoshi syndrome ຖືກກ່າວຄັ້ງທຳອິດໃນປີ 1970 ອາການດັ່ງກ່າວເກີດຈາກການເຮັດວຽກແບບຂ້າມມື້ຂ້າມເວັນ ຈົນເປັນເຫດໃຫ້ເກີດຄວາມຄຽດ, ອາການອ່ອນເພຍ ລາມໄປເຖິງເກີດຄວາມຜິດປົກກະຕິທາງຮ່າງກາຍ ແລະ ຄວາມຜິດປົກກະຕິທາງອາລົມ ຈົນນຳໄປສູ່ການເສຍຊີວິດໃນທີ່ສຸດ ບໍ່ວ່າຈະດ້ວຍອາການປ່ວຍ ຫຼື ຂ້າຕົວຕາຍ.

ບັນຫານີິ້ເປັນບັນຫາທີ່ແກ້ບໍ່ຕົກມາດົນແລ້ວຂອງຍີ່ປຸ່ນ ລັດຖະບານຍີ່ປຸ່ນມີຄວາມພະຍາຍາມແກ້ໄຂບັນຫານີ້ດ້ວຍການແກ້ກົດໝາຍແຮງງານ ແລະ ລະບຽບການຕ່າງໆ ໂດຍໃຫ້ມີນະໂຍບາຍລົດການເຮັດວຽກ, ລົນລະລົງໃຫ້ທຸກວັນສຸກສຸດທ້າຍຂອງເດືອນເປັນວັນ Friday Premium ທີ່ຈະໃຫ້ພະນັກງານກັບບ້ານຕັ້ງແຕ່ເວລາ 15.00 ໂມງ ເພື່ອກັບໄປພັກຜ່ອນ ຫຼື ເຮັດກິດຈະກຳທີ່ຊ່ວຍຜ່ອນຄາຍຄວາມຄຽດຈາກການເຮັດວຽກໄດ້.

ຄວາມບ້າງານຂອງຄົນຍີ່ປຸ່ນນັ້ນຖືກປູກຝັງຈົນກາຍເປັນວັດທະນະທຳ ໂດຍມີຮາກເລິກມາຈາກທັດສະນະຄະຕິເລື່ອງການເຮັດວຽກໜັກເພື່ອສ່ວນລວມ ແນວຄິດແບບບູຊິໂດຂອງຄົນຮຸ່ນເກົ່າທີ່ທຸ່ມເທເຮັດວຽກບ່ອນເກົ່າຕະຫຼອດຊີວິດ ແລະ ວິທີການເຮັດວຽກຕາມລະບົບອາວຸໂສ ເຊິ່ງເປັນປັດຊະຍາການເຮັດວຽກທີ່ຂັດແຍ່ງກັບແນວຄິດຂອງຄົນຮຸ່ນໃໝ່.

ລວມທັງວັດທະນະທຳການຮັບນ້ອງທີ່ເຈົ້ານາຍມັກຈະໃຊ້ຖ້ອຍຄຳຮຸນແຮງດ່າກັບພະນັກງານໃໝ່ ລວມເຖິງນິໄສການບໍ່ຍອມຂໍຄວາມຊ່ວຍເຫຼືອຈາກຜູ້ອື່ນຂອງຄົນຍີ່ປຸ່ນ ເພາະຖືວ່າເປັນເລື່ອງທີ່ເປັນຕາອາຍ ສາເຫດທັງໝົດມີຜົນເຮັດໃຫ້ເກີດຄວາມຄຽດສະສົມຈາກການເຮັດວຽກທັງນັ້ນ.

ແນວຄິດດັ່ງກ່າວເປັນສາເຫດສືບເນື່ອງມາຈາກຫຼັງສົງຄາມໂລກຄັ້ງທີ 2 ທີ່ນາຍົກລັດຖະມົນຕີ ຊິເງຣຸ ໂຍຊິດະ ມີນະໂຍບາຍເພີ່ມສັກກະຍະພາບເສດຖະກິດຂອງປະເທດຍີ່ປຸ່ນຫຼັງຈາກເສຍສົງຄາມໂລກດ້ວຍແນວຄິດ “ຈ້າງວຽກຕະຫຼອດຊີບ” ເພື່ອໃຫ້ພະນັກງານຈົງຮັກພັກດິີກັບບໍລິສັດ ເຊິ່ງຖືເປັນຂໍ້ພິສູດແລ້ວວ່າແນວຄິດນັ້ນໄດ້ຜົນ ເພາະທຸກມື້ນີ້ເສດຖະກິດຂອງຍີ່ປຸ່ນເຕີບໃຫຍ່ເປັນອັນດັບສາມຂອງໂລກ ແຕ່ກໍຕ້ອງແລກມາກັບ ການທີ່ຍີ່ປຸ່ນມີອັດຕາການຂ້າຕົວຕາຍເກືອບ 1 ໝື່ນຄົນຕໍ່ປີ.

ສຳລັບໃຜທີ່ກຳລັງຮູ້ສຶກວ່າກຳລັງເຮັດວຽກໜັກເກີນໄປ ຢາກໃຫ້ລອງສັງເກດຕົນເອງເບິ່ງວ່າມີພາວະຜິດປົກກະຕິທາງອາລົມເກີດຂຶ້ນຫຼືບໍ່ ເຊັ່ນມີອາລົມຢາກຮ້າຍເພື່ອນຮ່ວມງານ, ອາລົມຂຶ້ນໆລົງໆເລື້ອຍໆ, ຄິດວົນວຽນຢູ່ແຕ່ກັບການເຮັດວຽກ ຈົນສ່ົງຜົນກະທົບໄປເຖິງດ້ານອື່ນໆຂອງຊີວິດ ຫຼື ບໍ່ກໍມີອາການທີ່ເກີດຈາກການເຮັດວຽກໜັກ (office syndrome) ເຊັ່ນ: ອາການປວດຄໍ, ປວດຫຼັງ, ສາຍຕາມົວ… ຖ້າມີອາການເຫຼົ່ານີ້ຄວນປັບພຶດຕິກຳການເຮັດວຽກໂດຍໄວ ເພາະມັນອາດຈະເປັນສັນຍານວ່າເຈົ້າກຳລັງຈະປະສົບກັບອາການຄາໂຣຊິນັ້ນເອງ.

ພາບ: liveworkanywhere.com, europeanceo.com

ຂອບໃຈຂໍ້ມູນຈາກ: