just ເຈົ້າຂອງຜົນງານທີ່ຫຼາຍຄົນຕາມຫາ


ust ເຈົ້າຂອງຜົນງານທີ່ຫຼາຍຄົນຕາມຫາ ບໍ່ວ່າຈະເປັນເພງ

hate myself ຫຼື glitter butterfly

ມື້ນີ້ LaoX ໄດ້ມີໂອກາດສຳພາດ

ມາເຮັດຄວາມຮູ້ຈັກກັບ ສິລະປິນທີ່ມີຊື່ວ່າ just ກັນເລີຍ.

ທີ່ມາຂອງຊື່ just

“ທີ່ມາຂອງຊື່ just ມັນບໍ່ແມ່ນ AKA ຫຼືວ່ານາມແຝງໃດໆ
ມັນກໍຄືຊື່ ຊື່ໜຶ່ງ ອາດຈະແປກແຕ່ກໍນັ້ນແຫຼະ.”

ເລີ່ມຕົ້ນການເຮັດເພງໄດ້ແນວໃດ?

ການເຮັດເພງມັນເລີ່ມມາຈາກເຮົາເປັນຄົນມັກຟັງເພງ,
ເຮົາເປັນຄົນທີ່ຫຼົງໃຫຼສຽງດົນຕີ ໂດຍສະເພາະ R&B, Soul ແລະ Jazz ຂອງທາງຝັ່ງຕ່າງປະເທດ
ແລ້ວມັນກໍເກີດຄຳຖາມໃນຫົວວ່າ ເປັນຫຍັງເຮົາຄືບໍ່ເຄີຍໄດ້ຍິນເພງແນວນີ້ທີ່ເປັນເພງລາວ
ນີ້ຈຶ່ງເປັນຈຸດເລີ່ມຕົ້ນທີ່ຈຸດປະກາຍໃຫ້ເຮົາຄິດເລີ່ມເຮັດມັນຂຶ້ນມາເອງ
ຍ້ອນເຮົາຢາກໃຫ້ມີເພງແນວນີ້ທີ່ເປັນພາສາລາວ ແລະ ຫຼັງຈາກໄດ້ເລີ່ມເຮັດໄປແລ້ວມັນກໍເຮັດໃຫ້ເຮົາເຮັດມາເລື້ອຍໆ
ຮູ້ຕົວອີກເທື່ອເຮົາກໍຫຼົງຮັກການເຮັດເພງໄປແລ້ວ.

ແຮງບັນດານໃຈໃນການເພງ glitter butterfly?

ແຮງບັນດານໃຈໃນການເຮັດເພງ glitter butterfly ມັນບໍ່ມີຫຍັງຫຼາຍເລີຍ
ເລື່ອງລາວມັນເລີ່ມຕົ້ນມາຈາກເຮົາໄປເຫັນຝູງແມງກະເບື້ອຝູງໜຶ່ງ ແລ້ວເຮົາໄດ້ໄປຫຼົງ focus ແມງກະເບື້ອໂຕໜຶ່ງທີ່ມັນຟຸງຟິ້ງ
ມັນໄດ້ດຶງດູດໃຫ້ເຮົາຕ້ອງແນມເບິ່ງມັນ ແລ້ວດ້ວຍຄວາມທີ່ເຮົາເຮັດເພງຢູ່ແລ້ວ ເຮົາເລີຍຄິດຢາກຈະເລົ່າເລື່ອງລາວໃນອີກມຸມ ທີ່ປຽບທຽບແມງກະເບື້ອໂຕນັ້ນເປັນຄົນໆໜຶ່ງທີ່ຕໍ່ໃຫ້ຢູ່ໃນຝູງຊົນຫຼາຍປານໃດ ລາວກໍຍັງໂດດເດັ່ນອອກມາ.

ເຄີຍໝົດໄຟໃນການເຮັດເພງຫຼືບໍ່?

just ຂໍຕອບວ່າບໍ່ ເພາະວ່າຕັ້ງແຕ່ເລີ່ມຕົ້ນເຮັດເພງຈົນຮອດຕອນນີ້ ເຮົາເຮັດເພງເພາະເຮົາມີໃຈທີ່ຢາກເຮັດ ແລະ ເຮັດໄປແບບບໍ່ຕ້ອງການຜົນຕອບແທນຫຍັງ

ມັກແນວເພງໃດເປັນພິເສດບໍ່? ຍ້ອນຫຍັງ?

ສ່ວນຫຼາຍຟັງທຸກແນວເລີຍ
ແຕ່ວ່າຖ້າໃຫ້ເວົ້າກໍຈະມີແນວເພງແບບ R&B, Soul, jazz
ຍ້ອນວ່າຮູ້ສຶກວ່າຖືກດຶງດູດດ້ວຍເພງແນວນີ້ເປັນພິເສດ ເພາະດ້ວຍສ່ວນຕົວເປັນຄົນທີ່ມັກຟັງເພງຊ້າໆ ສະບາຍໆ
ບໍ່ວ່າຈະເປັນ Colde, Keshi ,DPR, OFFONOFF

ຢາກຝາກຫຍັງເຖິງຄົນທີ່ຕິດຕາມຜົນງານ?

just ຂອບໃຈທຸກໆຄົນທີ່ໃຫ້ຄວາມສົນໃຈເພງຫຼ້າສຸດ glitter butterfly
ຖ້າໃຜທີ່ມັກເພງແນວນີ້ just ກໍຂໍຝາກເພງເກົ່າໆ ແລະ ໄວໆນີ້ just ຈະມີເພງໃໝ່ປ່ອຍໃນວັນທີ 20 ສິງຫາ 2023
ຝາກທຸກຄົນຕິດຕາມຜົນງານຂອງ Just ແດ່ເດີ້ ສາມາດຟັງໄດ້ທຸກ Platform.

ຕິດຕາມຜົນງານເພງຂອງ just ໄດ້ທີ່:

https://www.youtube.com/channel/UCWEYq-sZ1j2eQB4lziESrgQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/