ເຮືອບິນລຳນ້ອຍຕົກລົງກາງຖະໜົນຫຼວງຂອງມາເລເຊຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 10 ຄົນ


ເຮືອບິນລຳນ້ອຍຕົກລົງກາງຖະໜົນຫຼວງ ຊານເມືອງກົວລາລຳເປີ ໃນປະເທດມາເລເຊຍ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 10 ຄົນ ທາງເຈົ້າໜ້າທີ່ໃນມາເລເຊຍຮີບເລັ່ງຄົ້ນຫາກ່ອງບັນທຶກຂໍ້ມູນການບິນ ພ້ອມກັບໄຂປິດສະໜາທີ່ເກີດຂຶ້ນກັບເຮືອບິນລຳນີ້.

ສຳນັກງານການບິນພົນລະເຮືອນມາເລເຊຍ (CAAM) ໄດ້ລາຍງານວ່າ ເຮືອບິນຂະໜາດນ້ອຍໄດ້ເກີດເຫດຂັດຂ້ອງ ຕົກລົງກາງກາງຖະໜົນຫຼວງ ໃນວັນທີ 17 ສິງຫາ 2023 ທີ່ຜ່ານມາ ໃນຂະນະທີ່ບັນທຸກຜູ້ໂດຍສານຈຳນວນ 6 ຄົນ ແລະ ລູກເຮືອອີກ 2 ຄົນ ເດີນທາງອອກຈາກສະໜາມບິນນານາຊາດລັງກາວີ ເພື່ອໄປສະໜາມບິນ ສຸລະຈານ ອັບດຸນ ອາຊິບ ຊາ ໂດຍຕົກລົງມາໃສ່ລົດໃຫຍ່ ແລະ ລົດຈັກທີ່ສັນຈອນໄປມາເປັນເຫດໃຫ້ມີຜູ້ເສຍຊີວິດ 10 ຄົນ.

ໜ່ວຍງານດ້ານການບິນພົນລະເຮືອນຍັງໄດ້ລະບຸວ່າ ເຮືອບິນລຳດັ່ງກ່າວໄດ້ມີການຕິດຕໍ່ມາທາງຫໍບັງຄັບການບິນຊູບັງໃນເທື່ອທຳອິດເວລາ 14:47  ຕາມເວລາທ້ອງຖິ່ນ ແລະ ໄດ້ຮັບການຕອບຮັບອະນຸຍາດໃຫ້ລົງຈອດໃນເວລາ 14:48 ແຕ່ໄດ້ມີການເປີດເຜີຍວ່າ ບໍ່ໄດ້ມີການສົ່ງສັນຍານຂໍຄວາມຊ່ວຍເຫຼືອສຸກເສີນໃດໆ ແລະ ນັກບິນກໍໄດ້ຮັບສັນຍານໃຫ້ລົງຈອດຮຽບຮ້ອຍແລ້ວ.

ໂດຍທາງເຈົ້າໜ້າທີ່ສືບສວນກຳລັງພະຍາຍາມຄົ້ນຫາກ່ອງບັນທຶກຂໍ້ມູນການບິນ ເພື່ອໄຂປິດສະໜາສາເຫດທີ່ເກີດຊຶ້ນກັບເຮືອບິນລຳນີ້ຕໍ່ໄປ ເບື້ອງຕົ້ນທາງເຈົ້າໜ້ານິຕິເວດ ກຳລັງຮວບຮວມຂໍ້ມູນ ແລະ ເກັບກູ້ຮ່າງຂອງຜູ້ເສຍຊີວິດ ເພື່ອເອົາມາພິສູດສົບ ພ້ອມກັບຢືນຢັນຕົວຕົນ ໂດຍທາງກະຊວງຄົມມະນາຄົມຂອງມາເລເຊຍ ໄດ້ລະບຸວ່າ ການສືບສວນໃນເທື່ອນີ້ສິ່ງທີ່ເກີດຂຶ້ນຍັງດຳເນີນຕໍ່ໄປ ໂດຍບໍ່ມີໃຜໃນເຮືອບິນລອດຈາກເຫດການໃນເທື່ອນີ້.

ໃນເຫດການຍັງມີພະຍານຄົນໜຶ່ງເຊິ່ງເຄີຍເຮັດວຽກໃນກອງທັບອາກາດຂອງມາເຊຍ ແລະ ຢູ່ບໍ່ໄກກັບສະຖານທີ່ເກີດເຫດ ໄດ້ອອກມາເປີດເຜີຍວ່າ ໄດ້ເຫັນເຮືອບິນອຽງໄປອຽງມາ ແລະ ພຽງບໍ່ດົນກໍໄດ້ຍິນສຽງລະເບີດດັງຂຶ້ນມາຈຶ່ງຈະໄປເບິ່ງ ແຕ່ປາກົດວ່າເຫັນພຽງແຕ່ຊາກເຮືຶອບິນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/