ເລີ່ມຕົ້ນມາດີ! Blue Beetle ໄດ້ຄະແນນຈາກ Rotten Tomatoes ສູງຮອດ 80% ໃນຮອບ 2 ປີ


ຮູບເງົາຊຸບເປີຮີໂຣ່ Blue Beetle ຈາກຄ້າຍ  DC ເຮັດຜົນງານໄວ້ດີເກີນຄາດໝາຍ ເນື່ອງຈາກຮູບເງົາສາມາດເຮັດຄະແນນທຳອິດຈາກເວັບໄຊ Rotten Tomatoes ເວັບຂອງນັກວິຈານຮູບເງົາໃນແງ່ບວກສູງຮອດ 80% ເປັນອີກນິມິດໝາຍທີ່ດີຂອງຮູບເງົາເລື່ອງນີ້.

ອີກສິ່ງທີ່ເປັນເລື່ອງໜ້າສົນໃຈ ຮູບເງົາເລື່ອງ Blue Beetle ໄດ້ຮັບຄະແນນສູງເຖິງ 80% ກາຍເປັນຮູບເງົາຈາກຈັກກະວານ DC ທີ່ໄດ້ຮັບຄະແນນທີ່ສູງນັບຕັ້ງແຕ່ຮູບເງົາ the Suicide Squad ທີ່ອອກສາຍໄປຕັ້ງແຕ່ປີ 2021 ເນື່ອງຈາກທີ່ຜ່ານມາຄະແນນຮູບເງົາຈາກເລື່ອງອື່ນຕ່ຳກວ່າ 80% ໝົດ ເຮັດໃຫ້ Blue Beetle ກາຍເປັນຮູບເງົາທີ່ໄດ້ຄະແນນຈາກ Rotten Tomatoes ສູງຮອດ 80% ໃນຮອບ 2 ປີ.

ຕາມຂໍ້ມູນຫຼ້າສຸດຂອງເວັບໄຊ Rotten Tomatoes ປັດຈຸບັນຮູບເງົາເລື່ອງນີ້ມີຄະແນນໃນຝັ່ງນັກວິຈານຢູ່ທີ່ 80% ຈາກບົດວິຈານທັງໝົດ 105 ບົດ ແບ່ງອອອກເປັນຝ່າຍຄົນທີ່ມັກ 84 ບົດ ແລະ ຄົນບໍ່ມັກ 21 ບົດ ໂດຍໃນຝັ່ງຄົນທີ່ມັກເວົ້າເປັນສຽງດຽວກັນວ່າຈັງຫວະການເລົ່າເລື່ອງຂອງຮູບເງົາມັນມີກິ່ນຊຸບເປີຮີໂຣ່ແບບເກົ່າ ເຊິ່່ງອາດຈະຕົກຍຸກໄປແຕ່ຍັງມີຄວາມມ່ວນ ເລື່ອງລາວກົມກືນທັງສາກຕໍ່ສູ້ ແລະ ສາກຕະຫຼົກ ພ້ອມກັບປະເດັນທີ່ວ່າຮີໂຣ່ບໍ່ຈຳເປັນຕ້ອງເກັ່ງສະເໝີໄປ.

ໃນສ່ວນຝ່າຍທີ່ບໍ່ມັກໄດ້ບອກວ່າ ຮູບເງົາເລື່ອງນີ້ມັນຈືດເກີນໄປ ຕົວລະຄອນເປັນໄປຕາມແບບສຳເລັດຮູບແບບຈຳເຈ ພ້ອມຍັງເສີມວ່າຕົວລະຄອນພະເອກທີ່ສ້າງມາບໍ່ມີຄວາມໂດດເດັ່ນຫຼາຍພໍທີ່ຈະເຮັດໃຫ້ຄົນຈົດຈຳ. ຢ່າງໃດກໍຕາມບົດຄວາມຕ່າງໆກໍບໍ່ໄດ້ກາລັນຕີວ່າຮູບເງົາຈະດີຫຼືບໍ່ ຄວາມມັກແຕ່ລະຄົນນັ້ນບໍ່ຄືກັນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/