ທະນາຄານກາງອິນເດຍ ສະເໜີໃຫ້ເປີດຕົວລະບົບການຊຳລະເງິນແບບດ່ວນໂດຍໃຊ້ AI ເປັນຕົວຄວບຄຸມ


ທະນາຄານກາງອິນເດຍ (Reserve Bank of India) ໄດ້ສະເໜີໃຫ້ມີການລວມເທັກໂນໂລຢີລະວ່າງ AI, Metaverse ແລະ ເທັກໂນໂລຢີ Blockchain ເຂົ້າໄວ້ນຳກັນເພື່ອນຳມາໃຊ້ກັບລະບົບການຊຳລະເງິນແບບທັນທີຂອງທະນາຄານ ໂດຍມີຈຸດປະສົງເພື່ອໃຫ້ຜູ້ໃຊ້ສາມາດຊຳລະເງິນຜ່ານຂໍ້ຄວາມແຊັດໄດ້.

Yogesh Dayal ຫົວໜ້າຜູ້ຈັດການທົ່ວໄປຂອງ RBI ໄດ້ກ່າວເຖິງນະໂຍບາຍການພັດທະນາ ແລະ ກົດລະບຽບຂອງທະນາຄານກາງວ່າ “ທະນາຄານກາງຕ້ອງໄດ້ນຳເອົາຄວາມສາມາດຂອງ AI ເພື່ອມານຳໃຊ້ໃຫ້ເກີດປະໂຫຍດ ແລະ ເພີ່ມຄວາມສະດວກໃນການໃຊ້ງານໃນລະບົບການຊຳລະເງິນ United Payments Interface (UPI)”

ໂດຍ United Payments Interface (UPI) ແມ່ນລະບົບການຊໍາລະເງິນແບບທັນທີຜ່ານໂທລະສັບຂອງອິນເດຍ, ເຊິ່ງເປີດໃຫ້ໃຊ້ງານໄດ້ລະຫວ່າງທະນາຄານແບບ P2P ແລະ ລະຫວ່າງຜູ້ບໍລິໂພກກັບຮ້ານຄ້າ. ລະບົບຊຳລະເງິນແບບ UPI ນັ້ນເປັນຂອງ National Payments Corporation of India (NPCI) ເຊິ່ງເປັນຮຸ້ນສ່ວນລະຫວ່າງທະນາຄານການຄ້າອິນເດຍ ແລະ RBI ໂດຍເປີດໃຫ້ໃຊ້ງານມາດົນກວ່າ 7 ປີແລ້ວ. ທັງນີ້ ຍັງໄດ້ມີລາຍງານວ່າລະບົບດັ່ງກ່າວມີຍອດເຮັດລາຍການທຸລະກຳເຖິງ 9,4 ຕື້ລາຍການຄິດເປັນ 40% ຂອງການຊຳລະເງິນແບບ real time ທົ່ວໂລກທັງໝົດ.

ດັ່ງນັ້ນ, Yogesh Dayal ຈຶ່ງໄດ້ສະເໜີໃຫ້ເປີດຕົວລະບົບການຊໍາລະເງິນທີ່ເປັນນະວັດຕະກຳໃໝ່ ນັ້ນກໍຄື “ການຊຳລະເງິນແບບສົນທະນາ” ໃນລະບົບ UPI. ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ມີຄວາມສະດວກສະບາຍ ແລະ ຍັງມີສ່ວນຮ່ວມໃນການສົນທະນາກັບ AI ໃນການເລີ່ມຕົ້່ນເຮັດທຸລະກຳຈົນໄປເຖິງການສຳເລັດໃນການເຮັດທຸລະກຳໃນສະພາບແວດລ້ອມທີ່ປອດໄພ.

ການຊຳລະເງິນຜ່ານການສົນທະນາຈະດຳເນີນງານເມື່ອພິມຜ່ານແຊັດທີ່ລວມບໍລິການຊຳລະເງິນເຂົ້າໄວ້, ຜູ້ໃຊ້ບໍ່ຈໍາເປັນຕ້ອງເປີດແອັບ UPI ແຍກຕ່າງຫາກເພື່ອຈ່າຍເງິນອີກຕໍ່ໄປ. ໂດຍແພລັດຟອມດັ່ງກ່າວຈະເປີດໃຫ້ບໍລິການໃນພາສາຮິນດູ, ພາສາອັງກິດ ແລະ ຈະເພີ່ມພາສາອື່ນໆຕື່ມອີກໃນອະນາຄົດ.

ທີ່ມາ:

Coingeek

Npci

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/