ຕູ້ເຢັນສາທາລະນະເລີ່ມແຜ່ຂະຫຍາຍໃນຢູໂຣບ ເພື່ອລົດຜ່ອນບັນຫາຂີ້ເຫຍື້ອຈາກເສດອາຫານ


Free-Go ອົງກອນບໍ່ສະແຫວງຫາຜົນກຳໄລກຳລັງເລັ່ງເປີດຕົວຕູ້ເຢັນສາທາລະນະຕາມຂ້າງຖະໜົນຫົນທາງທີ່ເປີດໃຫ້ເຂົ້າມາໃຊ້ງານໄດ້ຟຣີ. ເຊິ່ງເຈົ້າຂອງຮ້ານອາຫານ, ຄົວເຮືອນ ແລະ ຄົນອື່ນໆສາມາດນຳເອົາອາຫານທີ່ກຳລັງໃກ້ຈະໝົດອາຍຸ ມາໄວ້ໃນຕູ້ແຊ່ດັ່ງກ່າວເພື່ອແຈກຢາຍໃຫ້ກັບຄົນອື່ນໆ. ນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງຊຸມຊົນໃນສະວິດເຊີແລນ ແລະ ບັນດາປະເທດອື່ນໆທີ່ຢູ່ໃນຢູໂຣບ ເພື່ອຊ່ວຍລົດຜ່ອນຂີ້ເຫຍື້ອຈາກເສດອາຫານທີ່ຈະທຳລາຍສິ່ງແວດລ້ອມ.

ອົງກອນ Free-Go ໄດ້ເປີດຕົວຕູ້ເຢັນ ແລະ ຊັ້ນວາງອາຫານໃນເມືອງເຈນີວາ (Geneva) ປະເທດສະວິດເຊີແລນ. ໂດຍຜູ້ທີ່ຍ່າງກາຍໄປມາສາມາດນຳເອົາອາຫານ ຫຼື ສິ່ງຂອງທີ່ກຳລັງຈະໝົດອາຍຸອື່ນໆທີ່ຢູ່ໃນຕູ້ເຢັນສາທາລະນະກັບບ້ານໄດ້ຟຣີ

Marine Delevaux ຜູ້ອໍານວຍການໂຄງການກ່າວວ່າ ຕູ້ເຢັນໜ່ວຍທຳອິດໄດ້ຊ່ວຍປະຢັດອາຫານ 3,2 ໂຕນຈາກການຖິ້ມຂີ້ເຫຍື້ອຂອງປີທີ່ຜ່ານມາ, ເຊິ່ງມີພຽງ 3% ຈາກອາຫານທີ່ໄດ້ບໍລິຈາກໄວ້ໃນຕູ້ເຢັນເທົ່ານັ້ນທີ່ຖືກຖິ້ມ.

ໂດຍໂຄງການດັ່້ງກ່າວໄດ້ມີຮັບການສະໜັບສະໜູນຄ່າໃຊ້ຈ່າຍຕ່າງໆຈາກກຸ່ມເພື່ອການກຸສົນ ແລະ ພົນລະເມືອງ. ໃນປີທີ່ຜ່ານມາໄດ້ມີການເປີດຕົວຕູ້ເຢັນໜ່ວຍທຳອິດທີ່ຕັ້ງຢູ່ນອກສູນກາາງຂອງຊຸມຊົນທາງທິດຕະເວັນຕົກຂອງເຈນີວາ (Geneva) ແລະ ໃນປັດຈຸບັນໄດ້ມີຕູ້ເຢັນຢູ່ 4 ໜ່ວຍທີ່ຕັ້ງຈຸດສຳຄັນຕ່າງໆຂອງຕົວເມືອງ.

Marine Delevaux ກ່າວວ່າ ສຳລັບອາຫານທີ່ນຳມາແຊ່ໃນຕູ້ເພື່ອແຈກຢາຍຈະຖືກເກັບໄວ້ພຽງ 1 ຊົ່ວໂມງຫຼັງຈາກນຳມາ. ດ້ວຍເຫດຜົນດ້ານສຸຂະພາບ ແລະ ກົດລະບຽບ ຈຶ່ງບໍ່ອະນຸຍາດໃຫ້ນຳເອົາອາຫານແບບແຊ່ແຂງ, ບັນຈຸພັນທີ່ເປີດແລ້ວ, ອາຫານສຳເລັດຮູບ ຫຼື ແອລກໍຮໍເຂົ້າໃນຕູ້ເຢັນ.

ລັດຖະບານສະວິດເຊີແລນຄາດການວ່າເກືອບ 1 ໃນ 3 ຂອງຜະລິດຕະພັນອາຫານທັງໝົດທີ່ຖືກຖິ້ມ ຄິດເປັນເສດອາຫານປະມານ 330 ກິໂລກຣາມຕໍ່ຄົນໃນແຕ່ລະປີ, ເຊິ່ງໃນຈຳນວນນັ້ນປະມານ 100 ກິໂລກຣາມເປັນຂີ້ເຫຍື້ອຈາກຄົວເຮືອນ. ໂດຍຄະ​ນະ​ກຳ​ມະ​ການ​ສະ​ຫະ​ປະ​ຊາ​ຊາດ (UN) ກ່າວ​ວ່າ: ການຖິ້ມອາຫານບໍ່ພຽງແຕ່ເປັນບັນຫາດ້ານຈັນຍາບັນ ແລະ ເສດຖະກິດເທົ່ານັ້ນ ແຕ່ມັນຍັງເຮັດໃຫ້ສະພາບແວດລ້ອມທີ່ມີຊັບພະຍາກອນທໍາມະຊາດຈໍາກັດໝົດໄປອີກດ້ວຍ.

ທີ່ມາ:

albertaprimetimes

un

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/