ລາວ-ກຳປູເຈຍ ເລີ່ມເປີດນຳໃຊ້ລະບົບຊຳລະເງິນຂ້າມປະເທດຜ່ານ QR Code ໄລຍະທີ 1 (KHQR scan LAOQR)


ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ຮ່ວມມືກັນ ເປີດນຳໃຊ້ລະບົບຊຳລະເງິນຂ້າມປະເທດຜ່ານ QR Code ໄລຍະທີ 1 (KHQR scan LAOQR) ອໍານວຍຄວາມສະດວກໃຫ້ ນັກທ່ອງທ່ຽວກຳປູເຈຍທີ່ເຂົ້າມາໃນ ສປປ ລາວ ສາມາດຊຳລະຄ່າສິນຄ້າ ຫຼື ບໍລິການ ຜ່ານ QR Code ຕາມຮ້ານຄ້າໄດ້ເລີຍ.

ໂດຍພິທີເປີດຕົວດັ່ງກ່າວເກີດຂຶ້ນເມື່ອວັນທີ 18 ສິງຫາ 2023​ທີ່ຜ່ານມານີ້ ໂດຍການນໍາພາຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ເຈຍ ຊະໄຣ (H.E. Chea Serey) ຜູ້ວ່າການທະນາຄານແຫ່ງຊາດ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

ຜະລິດຕະພັນການຊໍາລະຂ້າມແດນ ລາວ-ກຳປູເຈຍ (KHQR scan LAOQR) ແມ່ນໝາກຜົນຂອງການຮ່ວມມືລະຫວ່າງ ທຫລ ແລະ ທຫຈ ທີ່ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ທຫລ ກັບ ທຫຈ ກ່ຽວກັບການຮ່ວມມືໃນຂົງເຂດນະວັດຕະກໍາການເງິນ ແລະ ລະບົບການຊໍາລະ ທີ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ໃນທ້າຍປີ 2022 ທີ່ຜ່ານມາ, ເພື່ອເປັນການສະໜັບສະໜູນການພັດທະນາເທັກໂນໂລຢີທາງການເງິນ ແລະ ການຊໍາລະ ກໍ່ຄືເຮັດໃຫ້ການຊໍາລະຢູ່ພາຍໃນປະເທດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ມີປະສິດທິພາບ ພ້ອມທັງສະໜັບສະໜູນການນຳໃຊ້ສະກຸນເງິນທ້ອງຖິ່ນ Lao Kip ແລະ Khmer Riel ເຂົ້າໃນການຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຂ້າມແດນຮ່ວມກັນຜ່ານ QR Code ທີ່ໄດ້ມາດຕະຖານສາກົນ ເປັນເທັກໂນໂລຢີທີ່ທັນສະໄໝ, ສະດວກ, ວ່ອງໄວ ແລະ ປອດໄພ.

ການເຊື່ອມຕໍ່ລະບົບການຊໍາລະຂ້າມແດນຮ່ວມກັນດັ່ງກ່າວ ເປັນການເຊື່ອມຕໍ່ໃນຮູບແບບການເຊື່ອມຕໍ່ລະບົບ Switching (ລະບົບການຊໍາລະຂ້າມທະນາຄານເທິງມືຖືຂອງບໍລິສັດ LAPNet) ກັບ Sponsoring (ລະບົບຂອງທະນາຄານເອຊີລີດາ ກໍາປູເຈຍ) ໃນໄລຍະທີ 1 ກໍ່ຄື ກຳປູເຈຍສະແກນລາວ (KHQR scan LAOQR)  ເຊິ່ງໃນເບື້ອງຕົ້ນ ແມ່ນມີທະນາຄານທຸລະກິດຂອງ ສປປ ລາວ ຈໍານວນ 8 ແຫ່ງ (BCEL, ACLEDA Bank Lao, Kbank Lao, BIC, APB, LVB, Indochina ແລະ STB) ເຂົ້າຮ່ວມໃຫ້ບໍລິການຮັບຊໍາລະ. 

ໝາຍຄວາມວ່າ ນັກທ່ອງທ່ຽວກໍາປູເຈຍ ທີ່ເດີນທາງມາ ສປປ ລາວ ຈະສາມາດຊໍາລະຄ່າສິນຄ້າ ແລະ ບໍລິການໄດ້ດ້ວຍການສະແກນ QR Code ຢູ່ຕາມຮ້ານຄ້າທີ່ມີປ້າຍ QR Code ຂອງທະນາຄານທີ່ໃຫ້ບໍລິການຮັບຊໍາລະຕັ້ງຢູ່. ສໍາລັບໄລຍະທີ 2 ແມ່ນ ລາວສະແກນກຳປູເຈຍ (LAOQR scan KHQR) ແມ່ນຄາດໝາຍວ່າຈະເປີດໃຫ້ບໍລິການໄດ້ພາຍຫຼັງໄຕມາດ IV ຂອງປີ 2023 ນີ້.

https://www.facebook.com/BOL.GOVERNMENT/posts/pfbid0iNsuu9RWb66in9wvZcuu8WFPSgTdF5vWStiwGVCjLuuWsox87QD3V8aDPvYE3ftHl

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/