ຊົມເຊີຍ ທ້າວ ສຸລິຍາ ຂຸມເພັດສະວົງ ຫຼື ແຈັກກີ້ JaCkky ນັກກິລາອີສະປອດລາວ ປະເພດເກມ Dota 2 ຂຶ້ນມາເປັນ Top of SEA ຫຼື ຜູ້ຫຼິ້ນອັນດັບ 1 ຂອງ Server ເອເຊຍຕາເວັນອອກສຽງໃຕ້ ຂຶ້ນ 13k ແທນທີ່ 23Savage ນັກກິລາອີສະປອດຄົນໄທທີ່ Rank ຕົກໄປຢູ່ 12,5 k ເປັນທີ່ຮຽບຮ້ອຍແລ້ວ.

ແຈັກກີ້ ຖືເປັນອີກໜຶ່ງນັກກິລາ ອີສະປອດ ຄົນລາວທີ່ມີສີມື ແລະ ຜົນງານທີ່ໂດດເດັ່ນ ປັດຈຸບັນນີ້ ແຈັກກີ້ ຮັບຄໍາແໜ່ງເປັນຕົວແຄຣີ້ ໃຫ້ກັບທາງ Bleed Esports ເຊິ່ງເອີ້ນໄດ້ວ່າເປັນອີກໜຶ່ງທີມຊັ້ນນຳ ທີ່ເຄີຍເອົາຊະນະ ແລະ ຄວ້າແຊ້ມມາແລ້ວໃນຫຼາຍໆລາຍການທົ່ວໂລກ.

ແຈັກກີ້ ຍັງຖືເປັນຄົນລາວຄົນທໍາອິດຜູ້ທີ່ສາມາດເຂົ້າໄປແຂ່ງຂັນໃນ The International ຫຼື TI11 ເຊິ່ງຖືເປັນລາຍການ ການແຂ່ງຂັນເກມ Dota 2 ທີ່ໃຫຍ່ທີ່ສຸດໃນໂລກ ແລະ ມີເງິນຮາງວັນຫຼາຍທີ່ສຸດໃນໂລກ.
ຂອບໃຈຂໍ້ມູນຈາກ: https://bit.ly/40K5uT3
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/