ທຫລ ລະບຸ ປີ 2023 ນີ້ ເສດຖະກິດຂອງ ສປປ ລາວ ອາດຕ້ອງປະເຊີນກັບສິ່ງທ້າທາຍ ຫຼາຍກວ່າປີທີ່ຜ່ານໆມາ

ເສດຖະກິດ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກໍາມະການນະໂຍບາຍເງິນຕາຄັ້ງທີ I ປະຈຳປີ 2023 ເພື່ອສະຫຼຸບຕີລາຄາຜົນງານທີ່ພົ້ນເດັ່ນ ໃນປີ 2022 ແລະ ສະພາບເງິນຕາທົ່ວໂລກ ແລະ ສປປ ລາວ ປີ 2022 ພ້ອມຍັງໄດ້ພິຈາລະນາທິດທາງ ແລະ ກຳນົດນະໂຍບາຍການເງິນ ເພື່ອໃຫ້ບັນລຸຄາດໝາຍດ້ານເງິນຕາ ໃນປີ 2023 ນີ້. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ, ປະທານຄະນະກຳມະການນະໂຍບາຍເງິນຕາ ແລະ ມີສະມາຊິກຂອງຄະນະກຳມະການຈາກ ທຫລ ແລະ ບັນດາກະຊວງກ່ຽວຂ້ອງເຂົ້າຮ່ວມ.

ຜ່ານການປະຊຸມ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ ໄດ້ເປີດເຜີຍໃຫ້ຮູ້ວ່າ: ຜ່ານການສະຫຼຸບຕີລາຄາເຫັນວ່າ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາໃນປີ 2022 ແມ່ນໄດ້ປະເຊີນກັບສິ່ງທ້າທາຍຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນ ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບສູງໃນຮອບຫຼາຍສິບປີ ບວກໃສ່ກັບຂໍ້ຂັດແຍ້ງທາງດ້ານການເມືອງ ແລະ ການທະຫານໃນຂົງເຂດຢູໂຣບ, ເຊິ່ງເຮັດໃຫ້ລາຄາພະລັງງານ ແລະ ລາຄາສະບຽງອາຫານເພີ່ມຂຶ້ນຫຼາຍເທົ່າຕົວ ສົ່ງຜົນກະທົບຫຼາຍປະເທດໃນໂລກປະເຊີນກັບພາວະເງິນເຟີ້ຢູ່ໃນລະດັບສອງຕົວເລກ. ຕໍ່ກັບສະພາບດັ່ງກ່າວ, ບັນດາທະນາຄານກາງຂອງແຕ່ລະປະເທດ ໄດ້ດຳເນີນນະໂຍບາຍເງິນຕາ ເພື່ອຄວບຄຸມອັດຕາເງິນເຟີ້ ຜ່ານເຄື່ອງມືນະໂຍບາຍທີ່ຮັດກຸມ ແລະ ສອດຄ່ອງກັບສະພາບເສດຖະກິດຂອງຕົນ.

ເສດຖະກິດ

ສ່ວນໃນປີ 2023 ນີ້, ເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຂຶ້ນ ຍ້ອນການເປີດປະເທດ ຫຼັງຈາກທີ່ສະຖານະການການແຜ່ລະບາດຂອງພະຍາດໂຄວິດ 19 ເບົາບາງລົງ, ແຕ່ເສດຖະກິດ ກໍຍັງຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ແລະ ອາດຈະທ້າທາຍຫຼາຍກວ່າປີຜ່ານມາ ເປັນຕົ້ນ ແມ່ນສະພາບຄວາມເຄັ່ງຕຶງທາງດ້ານການເມືອງລະຫວ່າງປະເທດ ຢູ່ ຢູໂຣບ ແລະ ການປັບນະໂຍບາຍທາງດ້ານເສດຖະກິດຂອງບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ເຊິ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈໃນການຜະລິດ ອາດມີທ່າອ່ຽວເພີ່ມສູງຂຶ້ນ ແລະ ອາດສ້າງແຮງກົດດັນຕໍ່ເນື່ອງໃສ່ອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ.

ເສດຖະກິດ

ຄຽງຄູ່ກັນນັ້ນ, ສປປ ລາວ ຍັງເປັນປະເທດນໍາເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະ ຕະຫຼາດການເງິນກັບສາກົນ, ມີການນຳໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ, ລະບົບສະຖາບັນການເງິນ, ຫົວໜ່ວຍທຸລະກິດ ໂດຍລວມຍັງຢູ່ໃນໄລຍະຟື້ນຕົວຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບສູງພໍສົມຄວນ. ຈາກປັດໄຈເຫຼົ່ານີ້ ມັນເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະ ລະດັບອັດຕາເງິນເຟີ້ ສະເພາະ ເດືອນມັງກອນ 2023 ນີ້ ຢູ່ໃນລະດັບ 40,3%, ສະນັ້ນ, ຄະນະກຳມະການນະໂຍບາຍເງິນຕາ ຈຶ່ງໄດ້ຄົ້ນຄວ້າ ແລະ ດຳເນີນເຄື່ອງມືນະໂຍບາຍເງິນຕາ ໃນທິດທາງທີ່ຮັດກຸມຂຶ້ນ.

ໂດຍຈະຄົ້ນຄວ້າປັບຂຶ້ນອັດຕາດອກເບ້ຍນະໂຍບາຍ, ປັບຂຶ້ນ ອັດຕາສ່ວນເງິນເຮຝາກບັງຄັບສະກຸນເງິນກີບ ແລະ ສະກຸນເງິນຕາຕ່າງປະເທດ ແລະ ອອກ ຈໍາໜ່າຍພັນທະບັດທະນາຄານ ແຫ່ງ ສປປ ລາວ ໄລຍະສັ້ນ ເປັນສະກຸນເງິນກີບ ໄລຍະທີ 2 ເພື່ອສົ່ງສັນຍານໃຫ້ແກ່ຕະຫຼາດການເງິນ, ລົດຜ່ອນການຂະຫຍາຍຕົວຂອງປະລິມານເງິນ M2 ໃນລະບົບເສດຖະກິດ ແລະ ຊ່ວຍປະຄັບປະຄອງອັດຕາແລກປ່ຽນໃຫ້ມີສະຖຽນສະພາບ ແລະ ລົດຜ່ອນແຮງກົດດັນຕໍ່ອັດຕາເງິນເຟີ້; ພ້ອມດຽວກັນນັ້ນ, ເພື່ອບັນລຸຕາມຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງໃນປີ 2023 ທະນາຄານແຫ່ງ ສປປ ລາວ ຈະຄຸ້ມຄອງການແລກປ່ຽນເງິນຕາ ໃຫ້ໄປຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ.

ເສດຖະກິດ

ໃນນີ້, ຈະປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດທີ່ອະນຸຍາດໃຫ້ແຕ່ທະນາຄານທຸລະກິດເທົ່ານັ້ນສາມາດໃຫ້ບໍລິການແລກປ່ຽນເງິນຕາຕ່າງປະເທດ; ສົມທົບກັບເຈົ້າໜ້າທີ່ຕິດຕາມກວດກາ ແລະ ປະຕິບັດມາດຕະການຕໍ່ການ ເຄື່ອນໄຫວທີ່ບໍ່ສອດຄ່ອງລະບຽບການຕາມກົດໝາຍ; ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສາມາດກຳນົດອັດຕາແລກປ່ຽນເງິນກີບທຽບເງິນໂດລາ ສອດຄ່ອງກັບສະພາບຄວາມຕ້ອງການ ແລະ ການສະໜອງຕົວຈິງພາຍໃນປະເທດ; ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນຳເຂົ້າສິນຄ້າບູລິມະສິດໃຫ້ແຂງແຮງຂຶ້ນ. ນອກຈາກນັ້ນ, ຈະສຸມໃສ່ວຽກການປັບປຸງການຄຸ້ມຄອງເງິນຕາຕ່າງປະເທດຈາກການສົ່ງອອກ, ການນຳເຂົ້າ ແລະ ການລົງທຶນຈາກຕ່າງປະເທດ ແລະ ແຫຼ່ງອັນຊອບດ້ານ ດ້ວຍການວາງແຜນຢ່າງເປັນລະບົບ ເພື່ອວ່າເງິນຕາເຂົ້າຫຼາຍຂຶ້ນ, ປະສານສົມທົບກັບຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນໃນການແລກປ່ຽນຂໍ້ມູນໃຫ້ຄົບການ, ສົ່ງເສີມການນໍາໃຊ້ເງິນກັບຕ່າງປະເທດທີ່ສຳຄັນຕໍ່ເສດຖະກິດຂອງ ສປປ ລາວ.

ຂອບໃຈຂໍ້ມູນຈາກ:

https://bit.ly/3YGcYEP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/