J-Hope ວົງ BTS ເປັນສິລະປິນເກົາຫຼີໃຕ້ຄົນທຳອິດ ທີ່ຈະຂຶ້ນສະແດງເທສະການດົນຕີຍິ່ງໃຫຍ່ຢ່າງ “Lollapalooza” ໃນຖານະ Main Stage ຂອງງານ


J-Hope “ເຈ-ໂຮບ” ຊື່ເຕັມ Jung Hoseok ສະມາຊິກວົງ BTS ນັກຮ້ອງ K-POP ປະເທດເກົາຫຼີໃຕ້ ເຊິ່ງຄົນນີ້ກໍເປັນອີກຄົນໜຶ່ງທີ່ໜ້າສົນໃຈທັງຄວາມສາມາດໃນການແຣັບ, ເຕັ້ນ ແລະ ແຕ່ງເພງ. ເພງທີ່ໂຊໂລ່ດ່ຽວກໍຕີຕະຫຼາດອາເມຣິກາໄດ້ຢ່າງຫຼວງຫຼາຍ, ໃນແອັບ Spotify ເຈໂຮບ ຍັງເປັນສິລະປິນເອເຊຍຄົນທຳອິດທີ່ມີຜູ້ຕິດຕາມຫຼາຍທີ່ສຸດ ແລະ ຫຼ້າສຸດ ກໍຈະໄດ້ຂຶ້ນສະແດງເທິງເວທີເທສະການດົນຕີ “Lollapalooza” ປະຈໍາປີ 2022 ເຊິ່ງເປັນເທສະການດົນຕີທີ່ໃຫຍ່ທີ່ສຸດໃນໂລກຈັດຂຶ້ນຢູ່ເມືອງ “ຊິຄາໂກ” ປະເທດອາເມຣິກາ ໂດຍມີຜູ້ຊົມໃນແຕ່ລະປີປະມານ 4 ແສນຄົນ. ຖືວ່າສ້າງປະຫວັດສາດກໍວ່າໄດ້ ເພາະເປັນນັກຮ້ອງເກົາຫຼີໃຕ້ຄົນທໍາອິດ ໃນຖານະທີ່ຈະໄດ້ຂຶ້ນສະແດງຫຼັກໃນເວທີນີ້ ແລະ ເຈໂຮບ ຈະໄດ້ຂຶ້ນເປັນ Headliner ໃນ Main Stage ຂອງງານ. ວັນທີ 1 ສິງຫາ 2022 ເວລາ 09:00-10:00 (ເວລາລາວ).

J-Hope ໄດ້ປ່ອຍຜົນງານໂຊໂລ່ Mixtape ທີ່ມີຊື່ວ່າ Hope World ອອກມາໃນວັນທີ 1 ມີນາ 2018 ເຊິ່ງຫຼັງຈາກທີ່ປ່ອຍອອກມາກໍໄດ້ການຕອບຮັບທີ່ດີຈາກແຟນເພງ ໂດຍເປີດຕົວຢູ່ທີ່ອັນດັບ 63 (ຂຶ້ນອັນດັບສູງສຸດອັນດັບທີ 38) ເຊິ່ງເປັນສິລະປິນດ່ຽວ K-POP ທີ່ມີອັນດັບສູງສຸດເທິງ Billboard 200 ຫຼັງປ່ອຍ Mixtape. ຫຼັງຈາກນັ້ນ ວັນທີ 27 ກັນຍາ 2019 ກໍໄດ້ປ່ອຍເພງ Chicken Noodle Soup ທີ່ໄດ້ຮ່ວມຮ້ອງກັບ Becky G ນັກຮ້ອງສາວສຽງດີມີຜົນງານທີ່ໂດດເດັ່ນ ແລະ ຜົນງານເພງດ່ຽວຂອງ ເຈໂຮບ ໄດ້ເປີດຕົວໃນອັນດັບທີ 81 ເທິງ Billboard Hot 100 ຂອງສະຫະລັດ, ກາຍເປັນສະມາຊິກຈາກວົງ BTS ຄົນທໍາອິດທີ່ມີເພງຕິດອັນ Billboard Hot 100 ພາຍໃຕ້ຊື່ຂອງລາວເອງ.

ເຈໂຮບ ເກີດເມື່ອວັນທີ 18 ກຸມພາ 1994 ຢູ່ເມືອງກວາງຈູ ປະເທດເກົາຫຼີໃຕ້ ເປັນທີ່ຮູ້ຈັກດີໃນວົງ ແລະ ແຟນໆ ເລື່ອງທັກສະການເຕັ້ນທີ່ດີມາຕັ້ງແຕ່ກ່ອນເດບິ້ວ. ຜ່ານມາໄດ້ຮັບຮາງວັນມາຫຼາຍໃນດ້ານການເຕັ້ນ ລວມໄປເຖິງການເປັນອັນດັບໜຶ່ງໃນການແຂ່ງຂັນເຕັ້ນລະດັບຊາດໃນປີ 2008 ທັກສະໃນການເຕັ້ນຂອງລາວ ເຮັດໃຫ້ໄດ້ອໍດິຊັ່ນເປັນເດັກຝຶກຂອງສະມາຊິກວົງ BTS ໃນເດືອນມິຖຸນາ 2013. ປັດຈຸບັນມີຕຳແໜ່ງເປັນຜູ້ນຳດ້ານການເຕັ້ນຂອງວົງ ເວົ້າໄດ້ເລີຍວ່າເປັນຫົວໜ້າວົງຄົນທີ 2 ເລີຍກໍວ່າໄດ້.

ເຈໂຮບ ຫຼື ເອີ້ນອີກຊື່ໜຶ່ງວ່າ ໂຮບີ້ ເຊິ່ງແຟນໆມັກເອີ້ນເປັນປະຈໍາ ແລະ ຍັງມີຄວາມໝາຍເຖິງແສງສະຫວ່າງແຫ່ງດວງອາທິດ “Sunshine Hobi” ຜູ້ມອບຄວາມສົດໃສໃຫ້ແກ່ສະມາຊິກ ແລະ ແຟນໆຢູ່ສະເໝີ. ຖ້າເວົ້າເລື່ອງມິດຕະພາບ ສະມາຊິກຄົນອື່ນໆ ຈະຮັກເຈໂຮບ ແລະ ຍ້ອງຍໍລາວຢູ່ຕະຫຼອດ. ແລະທີ່ສຳຄັນ ສະມາຊິກທຸກຄົນຕ່າງກໍຢາກໄດ້ຄຳຊົມຈາກ ເຈໂຮບ ທຸກຄົນໃນວົງຖ້າຫາກ ເຈໂຮບ ຍ້ອງຍໍຈະດີໃຈສຸດໆ ເໝືອນດັ່ງປະສົບຜົນສຳເລັດໃນດ້ານນັ້ນ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/