Binance ກຳລັງຖືກສອບສວນ ຈາກ ອາເມຣິກາ ກ່ຽວກັບການອອກຫຼຽນ BNB ເມື່ອປີ 2017 ວ່າຜິດກົດໝາຍຫຼືບໍ່


ໃນໄລຍະທີ່ຜ່ານມາ Binance ເວັບຊື້ຂາຍແລກປ່ຽນ ສະກຸນເງິນດິຈິຕອນ ຂະໜາດໃຫຍ່ຂອງໂລກ ຕ້ອງປະເຊີນກັບບັນຫາຫຼາຍດ້ານ ທີ່ເຮັດໃຫ້ຊື່ສຽງຂອງບໍລິສັດຕ້ອງຫວັ່ນໄຫວ ບໍ່ວ່າຈະເປັນຂ່າວ ການໃຊ້ເງິນ 2ພັນລ້ານໂດລາ ໃນການເຮັດທຸລະກຳທີ່ຜິດກົດໝາຍ ຫຼື ຂ່າວທີ່ວ່າຂໍ້ມູນຂອງບໍລິສັດຖືກແຮັກເກີ້ລັກລອບເອົາໄປ ຈົນຕ້ອງເຮັດໃຫ້ Binnace ນັ້ນຕ້ອງຖືກສືບສວນຫຼາຍຕໍ່ຫຼາຍຄັ້ງ.

ຫຼ້າສຸດມີລາຍງານອອກມາວ່າ ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບ ຂອງສະຫະລັດອາເມຣິກາ (SEC) ກຳລັງດຳເນີນການສອບສວນ Binance ເຊິ່ງເປັນເວັບຊື້ຂາຍແລກປ່ຽນ ສະກຸນເງິນ ດິຈິຕອນ ຂະໜາດໃຫຍ່ ແລະ ຫຼຽນ BNB ທີ່ເປັນຫຼຽນຂະໜາດໃຫຍ່ເປັນອັນດັບ 5 ຂອງໂລກ ວ່າການສະເໜີຂາຍຫຼຽນລະດົມທຶນ ຫຼືວ່າ Initial Coin Offering (ICO) ໃນປີ 2017 ຂອງ Binance ນັ້ນເປັນການຂາຍຫຼັກຊັບທີ່ຄວນຕ້ອງຈົດທະບຽນກັບໜ່ວຍງານຫຼືບໍ່.

ໃນຖະແຫຼງການຂອງ Binance ກ່າວວ່າ: “ມັນບໍ່ເໝາະສົມທີ່ເຮົາຈະສະແດງຄວາມຄິດເຫັນກ່ຽວກັບການສົນທະນາຢ່າງຕໍ່ເນື່ອງກັບໜ່ວຍງານທີ່ກຳກັບດູແລ ເຊິ່ງລວມເຖິງການສຶກສາ, ການໃຫ້ຄວາມຊ່ວຍເຫຼືອ ແລະ ການຕອບສະໜອງຕໍ່ຄຳຂໍຂໍ້ມູນໂດຍສະໝັກໃຈ” ແລະ ລະບຸຕື່ມວ່າ: “ເຮົາປະຕິບັດຕາມຂໍ້ກຳນົດທັງໝົດທີ່ໄດ້ກນົດໄວ້ໂດຍໜ່ວຍງານທີ່ກຳກັບດູແລ ແລະ ຈະສືບຕໍ່ເຮັດແບບນີ້ຕໍ່ໄປ”.

ເມື່ອປີ 2017 Binance ລະດົມທຶນໄດ້ຫຼາຍຮອດ 15 ລ້ານໂດລາ ພາຍໃນເວລາ 16 ມື້ ຫຼັງຈາກທີ່ຈົດທະບຽນ ICO ໂດຍສະເໜີຂາຍຫຼຽນ BNB ໃນລາຄາ 0.15 ໂດລາ.

ICO ເປັນວິທີລະດົມທຶນທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນຫຼາຍປີທີ່ຜ່ານມາ ເຊິ່ງອອກແບບມາເພື່ອລະດົມທຶນສຳລັບການພັດທະນາໂຄງການຕ່າງໆ ແລະ ລະບົບນິເວດຂອງ ຄຣິບໂຕ.

ນອກເໜືອຈາກ BNB ແລ້ວ SEC ຍັງຈະກໍາລັງສືບສວນການລະເມີດຂໍ້ມູນການຄ້າທີ່ອາດຈະເກີດຂື້ນໂດຍຄົນພາຍໃນຂອງ Binance ແລະ ສືບສວນວ່າ Binance.US, ບໍລິສັດຍ່ອຍຂອງອາເມຣິກາທີ່ສ້າງຕັ້ງຂຶ້ນໃນປີ 2019 ນັ້ນ ໄດ້ຖືກກີດກັນອອກຈາກບໍລິສັດທົ່ວໂລກຢ່າງເໝາະສົມຫຼືບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/