IU ນັກຮ້ອງທີ່ຫຼາຍຄວາມສາມາດ ທັງຮ້ອງເພງ, ແຕ່ງເພງ ແລະ ເປັນນັກສະແດງ ໄດ້ໝົດໃນຄົນດຽວ


IU ຫຼື Lee Ji-Eun ນັກຮ້ອງຈາກປະເທດເກົາຫຼີໃຕ້ ຖ້າເວົ້າເຖິງຄວາມນິຍົມແລ້ວຖືໄດ້ວ່າຫຼາຍເປັນອັບດັບຕົ້ນໆເລີຍກໍວ່າໄດ້ ຄວາມສາມາດມີຫຼາກຫຼາຍດ້ານບໍ່ວ່າຈະເປັນການຮ້ອງ, ແຕ່ງເພງເອງ ບາງຄັ້ງກໍແຕ່ງເພງປະກອບຊີຣີ້ຕ່າງໆ. ໃນບົດບາດການເປັນນັກສະແດງກໍໂດດເດັ່ນ ສະແດງເລື່ອງໃດກໍໜ້າສົນໃຈໄປໝົດ. ຮູບຮ່າງໜ້າຕາຂອງ IU ກໍເປັນທີ່ດຶງດູດທີ່ສຸດ ເຖິງອາຍຸຈະໄຕ່ຮອດ 30 ແຕ່ຄວາມໜ້າເດັກກໍຍັງບໍ່ຫາຍໄປໃສ.

IU ນັກຮ້ອງ, ນັກແຕ່ງເພງ ແລະ ນັກສະແດງ ຈາກຄ້າຍ LOEN Entertainment ເກີດເມື່ອວັນທີ 16 ພຶດສະພາ 1993 ອະດີດເຄີຍຜ່ານການອໍດິຊັ່ນກັບຄ້າຍ JYP Entertainment ໜຶ່ງໃນຄ້າຍເພງຍັກໃຫຍ່ໃນເກົາຫຼີໃຕ້ມາແລ້ວ. ເຖິງວ່າໃນຕອນນັ້ນບໍ່ຜ່ານການອໍດິຊັ່ນ ແຕ່ IU ບໍ່ຍອມຖອຍ ແລະ ກ້າວໄປຕໍ່ໜ້າ. ຜ່ານມາໄດ້ອໍດິຊັ່ນບໍ່ຕໍ່າກວ່າ 20 ຄັ້ງ ແລະ ກໍຕົກຮອບທຸກຄັ້ງ ແຕ່ໃນທີ່ສຸດຄວາມພະຍາຍາມຢູ່ໃສຄວາມເລັດກໍຢູ່ບ່ອນນັ້ນ, ສຸດທ້າຍກໍໄດ້ເຂົ້າເປັນເດັກຝຶກທີ່ຄ້າຍ Loen Entertainment ເດບິ້ວໃນປີ 2008 ດ້ວຍເພງ Missing Child ແຕ່ກໍຍັງບໍ່ໄດ້ຮັບຄວາມນິຍົມຫຼາຍເທົ່າທີ່ຕັ້ງໄວ້. ຈົນມາຮອດປີ 2010 ຜົນງານເພງ Good Day ເຮັດໃຫ້ໄອຢູເປັນທີ່ຮູ້ຈັກຫຼາຍຂຶ້ນຈົນມາຮອດປັດຈຸບັນ ເພາະຜົນງານເພງຕິດອັນດັບຫຼາຍລາຍການຕິດຕໍ່ກັນເປັນເວລາຫຼາຍເດືອນ ຈຶ່ງເຮັດໃຫ້ໄດ້ຮັບຄວາມນິຍົມຈາກແຟນໆຫຼາຍຂຶ້ນ.

ດ້ວຍພາຍນອກໄອຢູທີ່ຄືກັບຍິງສາວບໍລິສຸດ ຈົນລາວໄດ້ຮັບສາຍາ ນ້ອງສາວແຫ່ງຊາດ ເພາະເຫດຜົນນີ້ລາວຈຶ່ງໄດ້ຮັບຄວາມຮັກແພງຈາກແຟນເພງ ຫຼື ຄົນອື່ນໆທີ່ເຄີຍເຫັນຜ່ານລາຍການເພງ ຫຼື ຊີຣີ້. ປີຕໍ່ໆມາ ກໍໄດ້ສ້າງຄວາມປະຫຼາດໃຈໃຫ້ກັບແແຟນເພງອີກຄັ້ງ ໂດຍການແຕ່ງຕົວລວມເຖິງຄອນເຊັບເພງ ເຊິ່ງເປັນການປ່ຽນສະໄຕລ໌ອີກແບບໜຶ່ງ ແລ້ວກໍໄດ້ຮັບຄວາມສົນໃຈຈາກແຟນໆຫຼາຍພໍສົມຄວນ ບໍ່ວ່າຈະປ່ອຍເພງອອກມາກໍຂຶ້ນ Chart ເພງຂອງເກົາຫຼີ (All-Kill) ໄດ້ທຸກຄັ້ງ ຈົນເອີ້ນໄດ້ວ່າເປັນເຈົ້າແມ່ແຫ່ງ Chart ເພງປະເທດເກົາຫຼີໃຕ້.

ໃນປີ 2019 ໄອຢູກໍໄດ້ປ່ອຍເພງໃໝ່ອອກມາຊື່ເພງ Love Poem ຈາກອາລະບ້ຳຊຸດທີ 5 ໄອຢູ ກໍສາມາດຄວ້າ Perfect All-Kill ໄດ້ເປັນເພງທີ 6. ໃນປີ 2019 ໄອຢູເປັນສິລະປິນດ່ຽວທີ່ສາມາດຄວ້າ Perfect All-Kill ໄດ້ 2 ຄັ້ງໃນປີ 2019. ປັດຈຸບັນ ຜູ້ຄົນກໍຍັງນິຍົມຟັງເພງຂອງໄອຢູສະເໝີ ຈໍານວນດາຣາ, ຄົນດັງ, ນັກຮ້ອງ ຫຼື ຄົນພາຍໃນແລະຕ່າງປະເທດ ກໍຟັງເຊັ່ນດຽວກັນ. ມີນັກຮ້ອງຫຼາຍຄົນມັກໄອຢູ, Jungkook ສະມາຊິກວົງ BTS ກໍເປັນໜຶ່ງໃນນັກຮ້ອງທີ່ເປັນແຟນເພງໄອຢູ ແລະ ຟັງເພງ (RM ສະມາຊິກອີກຄົນໃນວົງ BTS ໄດ້ກ່າວໃນລາຍການໜຶ່ງ).

ເມື່ອບໍ່ດົນມາມານີ້ ໄອຢູກໍໄດ້ຮັບຮາງວັນຫຼາຍໆຖ້ວຍ ທຳລາຍສະຖິຕິໃນວົງການເພງ, ສ້າງປາກົດການທາງດົນຕີ ແລະ ວົງການນັກສະແດງ ໄດ້ຢ່າງໜ້າຊົມເຊີຍ ເຮັດໃຫ້ຄົນທີ່ຢູ່ເບື້ອງຫຼັງໃນແວດວົງດົນຕີຕ່າງກໍພາກັນຍ້ອງໃນຜົນງານຂອງລາວ. ນອກຈາກສຽງທີ່ມ່ວນຫູແລ້ວ ການເຂົ້າເຖິງອາລົມຍັງຢືນໜຶ່ງບໍ່ເປັນສອງຮອງໃຜ ເພາະແບບນີ້ຈຶ່ງເຮັດໃຫ້ຄົນອ້ອມຂ້າງຫຼົງຮັກໃນຕົວຂອງລາວ.

ນອກຈາກຈະເປັນທີ່ໂດດເດັ່ນທາງດ້ານດົນຕີແລ້ວ ຍັງມີຄວາມໂດດເດັ່ນທາງດ້ານການສະແດງອີກດ້ວຍ ຜົນງານທີ່ສະແດງປະກອບຊີຣີ້ກໍມີຫຼາຍເລື່ອງດ້ວຍກັນເຊັ່ນ: Hotel Del Luna, My Mister, Moon Lovers, The Producers, Pretty ແລະ ເລື່ອງອື່ນໆອີກຫຼາຍ. ສ່ວນເລື່ອງ Moon Lovers ໄດ້ຮັບຄວາມສົນໃຈກວ່າທີ່ຄິດ ຈົນແຟນໆລໍຖ້າຊີຊັ່ນ 2 ກັນເລີຍ.

ເມື່ອບໍ່ດົນມານີ້ ໄອຢູ ກໍໄດ້ເຂົ້າຮ່ວມເດີນພົມແດງເທສະການຮູບເງົາເມືອງຄານ (ຝຣັ່ງ) ໃນຖານະນັກສະແດງທີ່ມີຊື່ເຂົ້າຊິງປາມທອງຄໍາ ເຊິ່ງໄອຢູເປັນ Idol ເກົາຫຼີຄົນທຳອິດທີ່ສະແດງຮູບເງົາເຂົ້າຊິງຮາງວັນໃຫຍ່ທີ່ສຸດຂອງງານ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/