ປະທານາທິບໍດີ ຕູນິເຊຍ ໄລ່ຜູ້ພິພາກສາອອກ ເທື່ອດຽວ 57 ຄົນ ອ້າງຍ້ອນບັນຫາເລື່ອງສໍ້ລາດບັງຫຼວງ ແລະ ຂັດຂວາງການດຳເນີນຄະດີ

ປະທານາທິບໍດີ-ຕູນິເຊຍ

ເມື່ອວັນພຸດທີ 2 ມິຖຸນາ 2022 ທີ່ຜ່ານມານີ້ ທ່ານປະທານາທິບໍດີ ໄຄສ ຊາອິດ (Kais Saied) ຂອງປະເທດ ຕູນິເຊຍ ໄດ້ສັ່ງປົດຜູ້ພິພາກສາຈຳນວນ 57 ຄົນໃນເທື່ອດຽວ ໂດຍບອກວ່າ ຄົນເຫຼົ່ານີ້ມີສ່ວນກ່ຽວຂ້ອງກັບການສໍ້ລາດບັງຫຼວງ  ແລະ ຂັດຂວາງຂະບວນການພິຈາລະນາຄະດີກໍ່ການຮ້າຍ.

ໂດຍ ໄຄສ ຊາອິດ ກ່າວຜ່ານສະຖານີໂທລະພາບທ້ອງຖິ່ນວ່າ: “ຂ້ອຍໄດ້ໃຫ້ໂອກາດຫຼາຍເທື່ອແລ້ວ ພ້ອມເຕືອນແລ້ວເຕຶອນອີກ ວ່າໃຫ້ຝ່າຍຕຸລາການຊຳລະເລື່ອງນີ້ດ້ວຍຕົນເອງ” ຫຼັງຈາກນັ້ນ ຫຼາຍຊົ່ວໂມງຜ່ານໄປ ທາງການໄດ້ອອກດຳລັດປະກາດການປົດຕຳແໜ່ງ.

ປະທານາທິບໍດີ-ຕູນິເຊຍ

ໃນບັນດາຜູ້ພິພາກສາທີ່ຖືກສັ່ງປົດນັ້ນ ມີຊື່ຂອງ ຢູເຊບ ບູຊາເກີ້  (Youssef Bouzaker) ອະດີດປະທານສະພາສູງສຸດຝ່າຍຕຸລາການ (Supreme Judicial Council) ທີ່ກ່ອນໜ້ານີ້ ໄຄສ ຊາອິດ ໄດ້ສັ່ງຍຸບສະພາໄປເມື່ອເດືອນກຸມພາທີ່ຜ່ານມາ.

ປະທານາທິບໍດີ-ຕູນິເຊຍ

ຜ່ານມາ ສະພາສູງສຸດຝ່າຍຕຸລາການຂອງ ຕູນິເຊຍ ຖືກເບິ່ງວ່າເປັນ ອຳນາດອິດສະຫຼະທາງຕຸລາການພາຍໃນປະເທດມາຕະຫຼອດ ນັບຕັ້ງແຕ່ການປະຕິວັດ ເມື່ອປີ 2011 ແລະ ໄດ້ນຳປະຊາທິປະໄຕມາສູ່ປະເທດ. ເຊິ່ງການກະທຳຄັ້ງນີ້ຂອງ ໄຄສ ຊາອິດ ຖືກເບິ່ງວ່າເປັນການເຂົ້າມາແຊກແຊງຂະບວນການທາງຍຸຕິທຳ.

ປະທານາທິບໍດີ-ຕູນິເຊຍ

ຕູນິເຊຍ ໄດ້ປະສົບກັບບັນຫາທາງການເມືອງຢ່າງໜັກ, ເມື່ອເດືອນ ກໍລະກົດ 2021 ທີ່ຜ່ານມາ ໄຄສ ຊາອິດ ໄດ້ປົດລັດຖະບານ ແລະ ຍຶດອຳນາດບໍລິຫານ ກ່ອນທີ່ຈະຍົກເລີກສະພາທີ່ມາຈາການເລືອກຕັ້ງຂອງປະເທດ.

ປະທານາທິບໍດີ-ຕູນິເຊຍ

ກ່ອນໜ້ານີ້ ໄຄສ ຊາອິດ ເຄີຍກ່າວກ່ຽວກັບການເຄື່ອນໄຫວຂອງລາວວ່າ: “ທັງໝົດແມ່ນເພື່ອ ຮັກສາຕູນິເຊຍໄວ້ຈາກວິກິດ” ແລະ ການເຂົ້າມາແຊກແຊງຂອງລາວເບິ່ງຄືວ່າຈະໄດ້ຮັບການສະໜັບສະໜູນຈາກສາທາລະນະຢ່າງກວ້າງຂວາງ ຫຼັງຈາກຫຼາຍປີທີ່ຜ່ານມາ ຕູນິເຊຍ ປະສົບກັບບັນຫາທາງເສດຖະກິດ, ບັນຫາການເມືອງ ແລະ ບັນຫາເລື່ອງການສໍ້ລາດບັງຫຼວງ.

ປະທານາທິບໍດີ-ຕູນິເຊຍ

ເຖິງຢ່າງໃດກໍຕາມ ຫຼາຍຝ່າຍກໍຍັງເບິ່ງວ່າ ການກະທຳຂອງປະທານາທິບໍດີຕູນິເຊຍຄັ້ງນີ້ ເປັນການທຳລາຍລະບອບປະຊາທິປະໄຕຂອງຕູນິເຊຍ  ແລະ ຄຳສັ່ງປົດຜູ້ພິພາກສາ 57 ຄົນນັ້ນ ແມ່ນເຮັດໄປເພື່ອການລວມອຳນາດທາງການເມືອງຂອງຕົນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/