Instagram ເພີ່ມຟີເຈີແປພາສາຫຼາຍກວ່າ 90 ພາສາ ໃນ Stories


ຫຼາຍໆເທື່ອ ເຮົາອາດຈະເຂົ້າໄປສ່ອງ Stories ໃຜບາງຄົນທີ່ເຮົາກຳລັງສົນໃຈ ອາດຈະເປັນ ສິລະປິນ ຫຼື ນັກສະແດງຕ່າງປະເທດ ແລະ ໃນຫຼາຍໆ ເທື່ອທີ່ເຮົາກຳລັງເບິ່ງ Stories ຂອງເຂົາເຈົ້ານັ້ນ ມີການຂຽນຂໍ້ຄວາມທີ່ເປັນພາສາຂອງຕົວສິລະປິນເອງ ເຊັ່ນ: ພາສາເກົາຫຼີ ຫຼື ຍີ່ປຸ່ນ, ເຊິ່ງກໍອາດຈະຍາກສຳລັບແຟນຄັບໃນການເຂົ້າໃຈປະໂຫຍກ ຫຼື ຂໍ້ຄວາມດັ່ງກ່າວ.

ທາງ Instagram ເອງຈຶ່ງໄດ້ພັດທະນາຟີເຈີ ແປພາສາທັນທີໃນ Stories ເພື່ອແກ້ໄຂບັນຫາດັ່ງກ່າວ ເຊິ່ງສາມາດແປໄດ້ຫຼາຍກວ່າ 90 ພາສາຈາກທົ່ວໂລກ. ກ່ອນໜ້ານີ້ທາງ Instagram ເອງກໍໄດ້ພັດທະນາລະບົບແປພາສາຢູ່ໃນແຄັບຊັນມາຕັ້ງແຕ່ ປີ 2016 ແລ້ວ ແຕ່ຫາກໍພັດທະນາໃຫ້ມາໃຊ້ໃນ Stories ໄດ້ ໂດຍການກົດໄປທີ່ See Translation ຢູ່ທີ່ມຸມຊ້າຍເທິງຂອງ Stories ເພື່ອແປພາສາດັ້ງເດີມໄປເປັນພາສາທີ່ເຮົາຕັ້ງໄວ້.

ໝາຍເຫດ: ຟີເຈີດັ່ງກ່າວຍັງບໍ່ທັນຮອງຮັບການແປເປັນພາສາລາວ.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/