Britney Spears: “ຂ້ອຍຢາກໄດ້ອິດສະລະພາບຂອງຕົນເອງຄືນມາ”


Britney Spears ໄດ້ຂຶ້ນສານຕໍ່ສູ້ເອົາອິດສະລະພາບໃຫ້ຕົນເອງຄືນ ຈາກຜູ້ເປັນພໍ່, ທ້າວ Jamie Spears ທີ່ໄດ້ສິດຈາກສານໃນການດູແລ Britney ທາງດ້ານຊັບສິນ ແລະ ຊີວິດໂດຍລວມຂອງລາວຕັ້ງແຕ່ປີ 2008.

Britney Spears ເລີ່ມເຂົ້າວົງການເຕັມຕົວຕັ້ງແຕ່ປີ 1992, ເຊິ່ງເປັນຕອນທີ່ລາວອາຍຸພຽງ 11 ປີ. ຫລັງຈາກທີ່ປ່ອຍອາລະບ້ຳເພງ Baby One More Time ໃນປີ 1999 ແລະ Oops! I Dit It Again ໃນປີ 2000, ຊື່ຂອງ Britney Spears ກໍໄດ້ໂດ່ງດັງໄປທົ່ວໂລກ, ຈົນລາວໄດ້ຮັບສາຍາວ່າເປັນ “Princess of Pop” ເຊິ່ງແປວ່າ ເຈົ້າຍິງ ແຫ່ງວົງການເພງປ໋ອບ. Britney ມີຊັບສິນລວມທັງໝົດສູງເຖິງ 60 ລ້ານໂດລາສະຫະລັດ.

Britney Spears arrives at the 2016 MTV Video Music Awards in New York

ແຕ່ໃນປີ 2008, ຫຼັງຈາກທີ່ Britney ໄດ້ສູນເສຍສິດໃນການການລ້ຽງດູລູກຊາຍສອງຄົນໃຫ້ກັບອະດີດສາມີ ນັກຮ້ອງແຣັບເປີ Kevin Federline, ລາວກໍໄດ້ປະເຊີນກັບວິກິດທາງດ້ານຈິດໃຈ ແລະ ມີການໂວຍວາຍຕໍ່ໜ້າສາທານະລະ. Britney ໄດ້ຖືກຫາມສົ່ງພະແນກສຸຂະພາບຈິດ. ຫຼັງຈາກນັ້ນ, ສານກໍໄດ້ຕັດສິນໃຫ້ພໍ່ຂອງລາວ, ທ້າວ Jamie Spears, ເປັນຜູ້ຈັດການຊີວິດ ແລະ ດູແລສັບສິນທັງໝົດໃຫ້ Britney.

ການດູແລຂອງ Jamie ເບິ່ງຄືວ່າມີຜົນດີຕໍ່ຊີວິດຂອງ Britney, ເພາະ Britney ສາມາດກັບເຂົ້າມາໃນວົງການ ໄດ້ອີກຄັ້ງ ໂດຍປ່ອຍອາລະບ້ຳເພງ Circus ໃນທ້າຍປີ 2008, ແລະ ຍັງມີທຸລະກິດອື່ນໆທີ່ປະສົບຜົນສໍາເລັດມະ ຫາສານ, ໄດ້ແກ່: ທຸລະກິດນໍ້າຫອມ ແລະ ຊຸດຊັ້ນໃນຜູ້ຍິງ.

ແຕ່ແຟນຄລັບທີ່ຕິດຕາມ Britney ມາດົນ ບໍ່ເຊື່ອວ່າການດູແລຂອງພໍ່ລາວມີຜົນດີຕໍ່ລາວແທ້ ແລະ ຮູ້ສຶກວ່າ ການຕັດສິນຂອງສານທີ່ໃຫ້ສິດ Jamie ຕັດສິນໃຈທຸກຢ່າງແທນ Britney ເປັນສິ່ງທີ່ບໍ່ຍຸຕິທຳຕໍ່ນັກຮ້ອງຂວັນໃຈ ຂອງພວກເຂົາເລີຍ.

ພວກເຂົາເຊື່ອວ່ານີ້ບໍ່ແມ່ນສິ່ງທີ່ Britney ຕ້ອງການ.

ແຟນຄລັບຂອງລາວຈຶ່ງພາກັນສ້າງແຄມເປນ #FreeBritney ຂຶ້ນມາໃນປີ 2009, ໂດຍໃຊ້ social media ໃນການສ່ອງແສງໃສ່ບັນຫາດັ່ງກ່າວ, ແຕ່ Britney ກໍບໍ່ເຄີຍອອກມາໃຫ້ຄຳຄິດເຫັນຫຍັງກ່ຽວກັບເລື່ອງນີ້ແຕ່ຢ່າງໃດ.

Singer Britney Spears and father Jamie (L)

ພໍ່ຂອງ Britney ໄດ້ຢຸດການດູແລລູກສາວຊົ່ວຄາວ ເນື່ອງຈາກບັນຫາສຸຂະພາບໃນປີ 2019, ແລະ ມອບໃຫ້ນາງ Jodie Montgomery ຜູ້ຊ່ຽວຊານທາງດ້ານຄວາມວາງໃຈ ແລະ ການດູແລ ມາເບິ່ງແຍງ Britney ແທນ. ຕັ້ງແຕ່ນັ້ນມາ Britney ກໍໄດ້ຂໍໃຫ້ສານຍຸຕິການດູແລຂອງ Jamie Spears ຖາວອນ ແລະ ຂໍໃຫ້ Jodie Montgomery ມາຮັບໜ້າທີ່ເຕັມຕົວ ແຕ່ກໍຖືກສານປະຕິເສດໄປ.

ຈົນມາຮອດວັນທີ 23 ເດືອນມິຖຸນາ ປີ 2021, Britney ໄດ້ຂຶ້ນສານຟ້ອງພໍ່ຂອງຕົນເອງໃນຂໍ້ຫາທີ່ Jamie ໃຊ້ການດູແລນີ້ເປັນອາວຸດໃນການກົດຂີ່ ແລະ ຄວບຄຸມລາວມາຕະຫຼອດ 13 ປີ. ລາວບໍ່ມີອໍານາດໃນການຕັດສິນໃຈ ຫຼື ອອກມາເວົ້າຫຍັງໄດ້ເລີຍ.

Britney ໃຫ້ປາກຄໍາວ່າ ພໍ່ຂອງລາວບໍ່ອະນຸຍາດໃຫ້ລາວແຕ່ງງານໃໝ່ ຫຼື ມີລູກເພີ່ມ, ລາວຖືກບັງຄັບໃຫ້ຂຶ້ນສະແດງໂດຍທີ່ລາວບໍ່ເຕັມໃຈ ພ້ອມກັບຖືກບັງຄັບໃຫ້ເຕັ້ນໃນທ່າທີ່ລາວບໍ່ມັກ.

Singer Britney Spears attends the announcement of her new residency, "Britney: Domination" at Park MGM in October 2018

ທີ່ໂຫດຮ້າຍໄປກວ່ານັ້ນແມ່ນໝໍຈັດຢາຊະນິດທີ່ແຮງໃຫ້ລາວກິນ ຈົນເຮັດໃຫ້ລາວເມົາຈົນບໍ່ສາມາດລົມນໍາພໍ່ແມ່ຂອງຕົນເອງໄດ້. Britney ເວົ້າດ້ວຍຄວາມ ໃຈຮ້າຍວ່າ ພໍ່ແມ່ລາວບໍ່ຊ່ວຍຫຍັງລາວເລີຍ. ນອກຈາກນີ້, ລາວຍັງຖືກເອົາປຽບທາງການເງິນ. Britney ເວົ້າວ່າ ລາວເປັນຄົນຫາເງິນແທ້ໆ, ແຕ່ລາວບໍ່ມີສິດ ໃນເງິນພວກນັ້ນເລີຍ ເທົ່າກັບວ່າລາວຫາເງິນໃຫ້ຄົນອື່ນໃຊ້.

ລາວເວົ້າຕໍ່ອີກວ່າ ພໍ່ຂອງລາວບໍ່ໄດ້ຫວັງດີຕໍ່ລາວ ແລະ ມັກໃຊ້ການຄວບຄຸມ ທໍາຮ້າຍລູກສາວຂອງຕົນເອງ ໂດຍມັກເຮັດໃຫ້ຄົນຄິດວ່າ Britney ຈິດບໍ່ປົກກະຕິ ແລະ ຕ້ອງການຮັບການປິ່ນປົວຕະຫຼອດ.

ຍ້ອນເຫດຜົນທັງໝົດນີ້ Britney ຢາກຂໍໃຫ້ການດູແລຂອງພໍ່ລາວຢຸດລົງ, ເພື່ອທີ່ລາວຈະສາມາດໃຊ້ຊີວິດປົກກະຕິຄືກັບຄົນອື່ນ ເຊັ່ນ: ໄປເຮັດເລັບ, ໄປຫາໝູ່ຢູ່ເຮືອນ, ແລະ ນັ່ງລົດແຟນຂອງລາວໄປນັ້ນມານີ້ໄດ້.

Britney ເວົ້າລົງທ້າຍວ່າ: “ຂ້ອຍບໍ່ຄວນທີ່ຈະຢູ່ພາຍໃຕ້ການດູແລຂອງໃຜ ຖ້າຂ້ອຍຍັງສາມາດເຮັດວຽກໄດ້. ຂ້ອຍເຊື່ອຈາກໃຈຈິງວ່າການດູແລນີ້ ແມ່ນການກົດຂີ່ຂົ່ມເຫງຂ້ອຍ. ຂ້ອຍຮູ້ສຶກວ່າຂ້ອຍບໍ່ສາມາດໃຊ້ຊີວິດໄດ້ເຕັມທີ່. ຂ້ອຍສົມຄວນທີ່ຈະມີຊີວິດເປັນຂອງຕົນເອງ”.

Britney ໄດ້ປະຕິເສດທີ່ຈະຂຶ້ນສະແດງຢູ່ທຸກເວທີ, ຖ້າວ່າພໍ່ຂອງລາວຍັງໄດ້ສິດໃນການດູແລລາວຢູ່ແບບນີ້.

ລາວໄດ້ຂຶ້ນສານຄັ້ງທີສອງ ວັນທີ 14 ເດືອນກໍລະກົດທີ່ຜ່ານມາ ເຊິ່ງມີຄົນກວ່າ 50 ຄົນມາເຕົ້າໂຮມກັນຢູ່ທາງນອກສານ Utah State Capitol ເພື່ອໃຫ້ການສະໜັບສະໜູນ Britney. ແຕ່ຍັງບໍ່ສາມາດຮູ້ໄດ້ວ່າ Britney ຈະຊະນະຄະດີນີ້ຫຼືບໍ່.

Supporters of singer Britney Spears gather outside a courthouse

ດາລາຫຼາຍໆຄົນໄດ້ພາກັນອອກມາສະໜັບສະໜູນແຄມເປນ #FreeBritney ເພື່ອຫວັງວ່າ Britney ຈະ ໄດ້ອິດສະລະພາບຂອງຕົນເອງກັບມາ.

ແຄມເປນ #FreeBritney ໄດ້ຮັບຄວາມສົນໃຈອີກເທື່ອໜຶ່ງ ແລະ ໄດ້ສ່ອງແສງໃຫ້ເຫັນເຖິງບັນຫາຂອງສິດທິມະນຸດຂອງຜູ້ທີ່ມີຄວາມພິການ ທີ່ຕ້ອງຢູ່ພາຍໃຕ້ການດູແລຂອງຜູ້ໃດຜູ້ໜຶ່ງຄືກັບ Britney. ພວກເຂົາເຫຼົ່ານີ້ ສູນເສີຍອໍານາດໃນການຕັດສິນໃຈໄປຈົນໝົດ ແລະ ບໍ່ສາມາດເລືອກໃຊ້ຊີວິດໃນແບບທີ່ຕ້ອງການໄດ້. ທ່ານ Nate Crippes ຜູ້ເປັນທະນາຍຈາກສູນກົດໝາຍຄົນພິການຢູ່ເມືອງ Salt Lake ກ່າວວ່າ ກົດໝາຍການໃຫ້ສິດດູແລ ຄົນພິການຍັງມີຊ່ອງຫວ່າງອີກຫຼາຍ ແລະ ນັ້ນໄດ້ເຮັດໃຫ້ຄົນພິການເຫຼົ່ານີ້ຖືກຜູ້ດູແລເອົາປຽບ.

ທີ່ມາ: https://www.bbc.com/news/world-us-canada-53494405

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/