ນັກວິທະຍາສາດສະຫະລັດອາເມລິກາ ຄົ້ນພົບໄວຣັດບູຮານໃນ ຕິເບດ ອາຍຸ 15,000 ປີ


ເມື່ອວັນທີ 20 ກໍລະກົດທີ່ຜ່ານມາ ວາລະສານ Microbiome ໄດ້ລາຍງານວ່າ ກຸ່ມນັກວິທະຍາສາດດ້ານສະພາບອາກາດ ແລະ ນັກຈຸນລະຊີວະວິທະຍາ ຂອງມະຫາວິທະຍາໄລ ໂອໄຮໂອ (Ohio University) ເຊິ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງອັນດັບຕົ້ນໆຂອງສະຫະລັດອາເມລິກາ ໄດ້ຄົ້ນພົບໄວຣັດ 33ຊະນິດທີ່ມີອາຍຸຫຼາຍກວ່າ 15,000ປີ ບໍລິເວນແລວຫິມະຂອງພູພຽງຕິເບດໃນປະເທດຈີນ, ເຊິ່ງມີໄວຣັດທີ່ເຄີຍຄົ້ນພົບມາກ່ອນແລ້ວ 4ຊະນິດ ແລະ ອີກ 28ຊະນິດທີ່ບໍ່ເຄີຍຄົ້ນພົບຢູ່ບ່ອນໃດມາກ່ອນ. ນອກຈາກນັ້ນ, ນັກວິທະຍາສາດເຫຼົ່ານັ້ນຍັງພົບວ່າ ໄວຣັດດັ່ງກ່າວແມ່ນຍັງມີຊີວິດຢູ່ ຍ້ອນວ່າຖືກເກັບໄວ້ໃນຄວາມເຢັນ ແລະ ມີໂອກາດຈະກຳເນີດມາຈາກພືດ ຫຼື ດິນ ຈຶ່ງບໍ່ສາມາດເຮັດໃຫ້ເກີດອັນຕະລາຍໃຫ້ແກ່ມະນຸດໄດ້.

ກຸ່ມນັກວິທະຍາສາດເຫຼົ່ານັ້ນ ລະບຸວ່າ ນ້ຳກ້ອນທີ່ເກັບມາຈາກແລວຫິມະນີ້ ມີອາຍຸຢ່າງໜ້ອຍ 14,400ປີ ເຊິ່ງເອົາມາໂດຍການຕັດເປັນທ່ອນນ້ຳກ້ອນໃຫ້ຍາວ 90ຊັງຕີແມັດ ແລະ ໃຫ້ມີເສັ້ນຜ່າສູນກາງ 10.1ຊັງຕີແມັດ ຈາກແລວຫິມະທີ່ມີຂະໜາດຄວາມໜາ 310ແມັດ ພ້ອມກັບນຳມາຄົ້ນຄວ້າດ້ວຍການໃຊ້ເທັກໂນໂລຢີສະໄໝໃໝ່ ແລະ ດັ້ງເດີມປະສົມກັນ.

ທ່ານ ລອນນີ ທອມສັນ, ຜູ້ເຂົ້າຮ່ວມການວິໄຈໃນຄັ້ງນີ້ລະບຸວ່າ ແລວຫິມະ ປຽບຄືຫ້ອງແຊ່ແຂງທີ່ມີສິ່ງຕ່າງໆເກັບໄວ້ທາງໃນ ແລະ ການສຶກສາວິໄຈເລື່ອງນີ້ແມ່ນມີຄວາມສຳຄັນຫຼາຍ ເພື່ອໃຫ້ນັກວິທະຍາສາດໄດ້ສາມາດສຶກສາການວິວັດທະນາການຂອງໄວຣັດທີ່ຝັງຢູ່ໃນຊັ້ນຕ່າງໆຂອງແກນນ້ຳກ້ອນທີ່ຢູ່ໃນແລວຫິມະຕ່າງໆໃນທົ່ວໂລກ.

ທີ່ມາ: https://edition.cnn.com/2021/07/23/asia/climate-ancient-viruses-glacier-scli-intl-scn/index.html

ພາບ:CNN, thairath

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/