Icare ລະບົບຈັດຫາແມ່ບ້ານ ຊະນະເລີດງານແຂ່ງຂັນຜູ້ປະກອບການທຸລະກິດສະຕາດອັບ 2023


ຈົບໄປແລ້ວກັບງານແຂ່ງຂັນຜູ້ປະກອບການທຸລະກິດສະຕາດອັບ IBS Startup Lao Entrepreneurship Competition 2023 (IBS LENCOM 2023) ທີ່ຈັດຂຶ້ນໃນວັນທີ 27 ທັນວາ 2023.

ບັນດາທີມຜູ້ຊະນະຈາກການແຂ່ງຂັນເຊິ່ງໄດ້ແກ່:

-ຮາງວັນຊະນະເລີດແມ່ນທີມ Icare: ຜະລິດຕະພັນແມ່ນແອັບ Icare ລະບົບບໍລິຫານຈັດການແມ່ບ້ານທີ່ໃຫ້ຄວາມສະດວກສະບາຍ ແລະ ທັນສະໄໝແກ່ຜູ້ບໍລິໂພກ.

-ຮາງວັນຮອງຊະນະເລີດອັນດັບ 1 ແມ່ນທີມ Gotech: ຜະລິດຕະພັນແມ່ນ Sangsai ບໍລິການຈັດຫາຊ່າງພາຍໃນຄົວເຮືອນ.

-ຮາງວັນຮອງຊະນະເລີດອັນດັບ 2 ແມ່ນທີມ Mekong Digital: ຜະລິດຕະພັນແມ່ນຂາຍມ່ວນ ລະບົບຈັດການອໍເດີ້ສຳລັບການຂາຍອອນລາຍ.

ບໍລິສັດ Icare ເຮັດກ່ຽວກັບການບໍລິການແມ່ບ້ານທຳຄວາມສະອາດ ເປັນອີກວຽກງານໜຶ່ງທີ່ສ້າງຂຶ້ນມາ ເພື່ອຕອບສະໜອງຄວາມຕ້ອງການໃຫ້ແກ່ສັງຄົມ ມີທັງແມ່ບ້ານ, ຜູ້ດູແລຄົນສູງອາຍຸ, ພໍ່ຄົວ ແລະ ບໍລິການລ້ຽງເດັກອີກດ້ວຍ. ນອກຈາກນີ້ ຍັງເຮັດແບຣນນ້ຳຢາທຳຄວາມສະອາດ ເປັນຕົ້ນແມ່ນນຳຢາລ້າງຖ້ວຍ-ຈານ ທີ່ມີຊື່ວ່າ “ໄອແຄ”.

ງານໃນຄັ້ງນີ້ໄດ້ເຂົ້າຮ່ວມໂດຍ ທ່ານ. ທອງຈັນ ພູມມີພັນ ຮອງເລຂາຄະນະບໍດີແຮງງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, Mr. Choi Woansik ຜູ້ບໍລິຫານບໍລິສັດ ໂຊລູເທັກລາວຈຳກັດ, ເຊິ່ງມີຜູ້ຕາງໜ້າຈາກ ຫ້ອງການ, ກົມ, ສະຖາບັນ, ພະນັກງານສູນກາງຊາວໜຸ່ມ, ບັນດາກະຊວງ ແລະ ບັນດາຊ່ຽວຊານ ອົງການທີ່ກ່ຽວຂ້ອງກັບທຸລະກິດສະຕາດອັບ, ຜູ້ປະກອບການທີ່ກຳລັງຄົນຄວ້າການສ້າງທຸລະກິດສະຕາດອັບ.

ການແຂ່ງຂັນ LENCOM ແມ່ນເພື່ອເປັນເວທີໃຫ້ກັບບັນດາທຸລະກິດລິເລີ່ມ ຫຼື ເອີ້ນວ່າ ທຸລະກິດສະຕາດອັບໄດ້ນຳສະເໜີແນວຄິດໄອເດຍແຜນການທຸລະກິດ ທີ່ເປັນການບໍລິການ ແລະ ຜະລິດຕະພັນຂອງຄົນລາວເຮົາເອງ ໂດຍພາຍໃນງານໄດ້ມີການການແຂ່ງຂັນໄອເດຍທີ່ຫຼາກຫຼາຍຂອງບັນດາຜູ້ເຂົ້າແຂ່ງຂັນ ທັງໝົດ 10 ທີມ ເພື່ອແຂ່ງຂັນສຸດຍອດໄອເດຍຂອງຜູ້ປະກອບການທີ່ໂດດເດັ່ນທີ່ສຸດ ດ້ວຍເງິນຮາງວັນມູນຄ່າລວມ 5000 ໂດລາ.

ຂໍ້ມູນຈາກ: Sulutek System Lao

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/