ຫຼັງ Hyundai ອອກມາຍອມຮັບເລື່ອງການເຈລະຈາກັບ Apple ກ່ຽວກັບເລື່ອງການພັດທະນາລົດໄຟຟ້າໄຮ້ຄົນຂັບ.
ຫຼ້າສຸດ Reuters ລາຍງານ ແລະ ອ້າງອີງກັບສື່ທ້ອງຖິ່ນເກົາຫຼີ Korea IT News ວ່າທັ້ງສອງບໍລິສັດກຽມລົງນາມເປັນ Partner ກັນພາຍໃນເດືອນ ມີນາ ປີ 2021 ທີ່ຈະມາຮອດນີ້ ແລະ ຈະເລີ່ມການຜະລິດໃນປີ 2024 ຢູ່ສະຫະລັດອາເມຣິກາ ເຊິ່ງສອດຄ້ອງກັບການວິເຄາະຂອງ Ming – Chi Kuo ວ່າລົດ Apple ໜ້າຈະເປີດຕົວໄດ້ໄວທີ່ສຸດໃນປີ 2025.
Korea IT News ເຜີຍອີກດ້ວຍວ່າ Hyundai ແລະ Apple ຈະອອກລົດ Version ເບຕ້າອອກມາກ່ອນໃນປີ 2022.

ທີ່ມາ: https://www.blognone.com/node/120482