Louis Vuitton ແບຣນເຄື່ອງແຟຊັ່ນຈາກປະເທດຝຣັ່ງ ໄດ້ລອງພັດທະນາ ແລະ ຜະລິດລຳໂພງເປັນຂອງຕົນເອງໃນຊື່ “Horizon Light Up” ທີ່ມີຮູບຮ່າງຄືກັບຈານບິນ UFO ພ້ອມກັບລາຄາສັ່ງຊື້ລ່ວງໜ້າທີ່ສູງເຖິງ 2,890 ໂດລາ.
Horizon Light Up ເປັນລຳໂພງໄຮ້ສາຍທີ່ທາງ Louis Vuitton ໄດ້ອອກແບບໃຫ້ຄືກັບ UFO ເຊິ່ງການອອກແບບດັ່ງກ່າວໄດ້ຮັບແຮງບັນດານໃຈມາຈາກກະເປົາຖື Toupie ທີ່ມີລັກສະນະຄ້າຍຄືກັບ ໝາກຂ່າງ ເຊິ່ງເປັນສິນຄ້າເກົ່າທີ່ໄດ້ເປີດຕົວໄປແລ້ວກ່ອນໜ້ານີ້.

Horizon Light Up ຖືກອອກແບບມາໃຫ້ມີຄວາມຮູ້ສຶກເລິກລັບ, ນຳໃຊ້ໂທນສີດຳເທົາເປັນຫຼັກ, ພ້ອມທັງມີການຕົບແຕ່ງດ້ວຍລາຍ LV ທີ່ເປັນເອກະລັກຂອງ Louis Vuitton ເອງ, ນ້ຳໜັກ 1kg, ມີຄວາມສູງພຽງ 14cm ແລະ ມີຂະໜາດເສັ້ນຜ່າໃຈກາງຢູ່ທີ່ 18cm. ມີຖານຢາງ 2 ຂາສຳລັບວາງຕຳແໜ່ງລຳໂພງຢູ່ດ້ານຂ້າງ ເປັນອຸປະກອນກະຈາຍສຽງຮອບທິດທາງ.

ນອກຈາກນີ້ຍັງມີຟັງຊັນການເຊື່ອມຕໍ່ ແລະ ຄວບຄຸມພິເສດໃນສະມາດໂຟນ ໂດຍຜ່ານແອບພິເຄຊັນ Louis Vuitton Connect ທີ່ສາມາດໂຫຼດໄດ້ທັງໃນ Apple Store, Google Play ແລະ Huawei App Gallery.
ສາມາດຫຼິ້ນເພງຕິດຕໍ່ກັນໄດ້ດົນເຖິງ 15 ຊົ່ວໂມງ, ຕົວລຳໂພງມາພ້ອມກັບຖານວາງໃຫ້ສາກ ເຊິ່ງສາມາດສາກຕາມລວງຕັ້ງໄດ້, ມີສາຍ USB-C ແຖມມາໃຫ້ 2 ເສັ້ນ, ສາຍຮັດຂໍ້ມືໜັງແບບຖອດໄດ້ ແລະ ກະເປົາເດີນທາງ.
ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/