Thay Champasak ເຈົ້າຂອງຜົນງານເພງ ໂສດບັກຄັກ! ມີພອນສະຫວັນໃນການຮ້ອງເພງມາຕັ້ງແຕ່ນ້ອຍ ຈົນຮອດປັດຈຸບັນ


ເທ້ ຫຼື Thay Champasak ອາຍຸ 30 ປີ ເປັນຄົນທີ່ຮັກ ແລະ ມັກໃນວົງການເພງລາວມາແຕ່ຍັງໜຸ່ມນ້ອຍ ຈົນລາວຽກປະຈຳ ມາເຮັດສິ່ງທີ່ຕົນເອງມັກເປັນອາຊີບຫຼັກເຊັ່ນ: ຮ້ອງເພງ, ແຕ່ງເພງ ແລະ ອື່ນໆທີ່ກ່ຽວກັບວົງການເພງ.

ໜຸ່ມເທ້ ເປັນຄົນມັກໃນສຽງເພງ ແລະ ຍັງມີພອນສະຫວັນໃນການຮ້ອງເພງຕັ້ງແຕ່ນ້ອຍ. ເປັນນັກຮ້ອງປະຈຳ ພ້ອມໄດ້ຕາງໜ້າປະກວດຮ້ອງເພງຂອງໂຮງຮຽນຢູ່ສະເໝີ, ເວົ້າໄດ້ເລີຍວ່າມີຄວາມສາມາດດ້ານການຮ້ອງເພງຕັ້ງແຕ່ອະນຸບານ, ປະຖົມ ແລະ ມາຈົນຮອດປັດຈຸບັນ.

ໜຸ່ມເທ້ ເປັນຄົນແຂວງຈຳປາສັກ, ຈົບຈາກວິທະຍາໄລສີວິໄລ ສາຂາການເງິນ-ການທະນາຄານ (ປະລິນຍາຕີ). ຫຼັງຈາກຈົບການສຶກສາກໍໄດ້ປະກອບອາຊີບທີ່ກົງກັບສາຍຮຽນໃນຣີສອດແຫ່ງໜຶ່ງ ໃຊ້ເວລາໃນການປະກອບອາຊີບຢູ່ປະມານ 5 ປີກໍວ່າໄດ້.

ປະມານປີ 2018 ໄດ້ເລີ່ມຈິງຈັງກັບສິ່ງທີ່ຕົນເອງມັກ ພ້ອມກັບມີຊ່ອງ YouTube ເປັນຂອງຕົນເອງ ທີ່ເຄີຍໄດ້ຕັ້ງໄວ້ແຕ່ປີ 2015, ເມື່ອກ່ອນກໍບໍ່ໄດ້ຈິງຈັງ ຈຶ່ງເປັນພຽງຊ່ອງທຳມະດາ. ແຕ່ເມື່ອເວລາຫຼາຍປີຜ່ານໄປ ກໍໄດ້ຄົ້ນພົບຕົນເອງວ່າຄວນຈະປ່ຽນແປງໄປໃນທາງທິດໃດ ແລະ ວົງການເພງກໍປັນຄຳຕອບ ທີ່ຈະສ້າງຜົນງານປະກອບອາຊີບຂອງຕົນໄດ້. ຈາກນັ້ນ ຈຶ່ງເລີ່ມເຕັມທີ່ຈິງຈັງໄປກັບວຽກງານດ້ານນີ້ເປັນຫຼັກ ເພາະເປັນສິ່ງທີ່ຕົນເອງມັກ.

ໃນບົດເພງ ໂສດບັກຄັກ ເປັນບົດເພງໃໝ່ທີ່ກຳລັງປ່ອຍໃຫ້ຟັງໃນປັດຈຸບັນນີ້ ເປັນເພງທີ່ມີເນື້ອຫາໄປໃນທິດທາງຂອງຄົນໂສດ, ເພງອອກແນວເບົາໆສະບາຍໆ, ທ່ອນຮຸກຈື່ງ່າຍ ແລະ ຈັງຫວະດີ. ສ່ວນທີມງານກໍເປັນທີມກັນເອງ ມີໝູ່ເພື່ອນທີ່ຮັກແພງ ແລະ ອ້າຍນ້ອງທີ່ຮັກຫອມ ເຊິ່ງພໍມາຮ່ວມງານກັນແລ້ວ ຄວາມເຂົ້າກັນໄດ້ກໍເກີດຂຶ້ນ ຜົນຕອບຮັບແມ່ນໄດ້ດີເກີນຄາດໝາຍກໍວ່າໄດ້.

ປັດຈຸບັນ ຜົນງານເພງ ໂສດບັກຄັກ ກໍມີຍອດວິວຂຶ້ນຢູ່ເລື້ອຍໆ ມີຄົນຈຳນວນຫຼວງຫຼາຍໄດ້ເຂົ້າມາຮັບຟັງ ພ້ອມກັບຄຳຕິຊົມຕ່າງໆ. ພິເສດນອກຈາກນີ້ ກໍຍັງມີແຟນເພງຈາກຕ່າງປະເທດເຂົ້າຮັບຟັງອີກພ້ອມ.

ແຕ່ກ່ອນເຄີຍຮ່ວມງານກັບ ໂສພະນາ ເພາະເປັນສ່ຽວຮັກສ່ຽວແພງກັນ ແລະ ຕອນນີ້ກໍຍັງມີວຽກງານຮ່ວມກັນຢູ່, ຄັ້ງໜຶ່ງກໍເຄີຍປ່ອຍເພງໃນຊ່ອງຂອງໂສພະນາພ້ອມ. ນອກຈາກນີ້ ກໍຍັງໄດ້ຮ່ວມງານກັບທີມງານລູກເຂີຍໃສ່ມອງນຳອີກ.

ເວົ້າໄດ້ເລີຍວ່າ ໜຸ່ມເທ້ ເປັນຄົນທີ່ມີຄວາມຝັນຕັ້ງແຕ່ຍັງນ້ອຍ ແລະ ມີພອນສະຫວັນຕິດຕົວມາຈົນໃຫຍ່ ເຊິ່ງກໍໄດ້ປະກອບສ້າງສາຄວາມຝັນຢູ່ຢ່າງບໍ່ເຊົາ, ສະແດງໃຫ້ເຫັນອີກວ່າເປັນໄວໜຸ່ມອີກຄົນໜຶ່ງ ທີ່ດຸໝັ່ນຂະຫຍັນພຽນ ແລະ ພ້ອມໄປຈົນສຸດຄວາມສາມາດຂອງຕົນເອງ. ຂໍຊົມເຊີຍອີກໜຶ່ງໄວໝຸ່ມລາວ ນັ້ນກໍຄືໜຸ່ມເທ້ ແລະ ຂໍເປັນກຳລັງໃຈ ໃຫ້ປະສົບຜົນສຳເລັດໃນໜ້າທີ່ວຽກງານ ສ້າງສາວົງການເພງລາວໃຫ້ກ້າວໄກໄປສູ່ລະດັບສາກົນ.

ຂໍຂອບໃຈຄຳສຳພາດຈາກ: Thay Champasak

ຮຽບຮຽງໂດຍ: Cat-Meo-ManU

ສຳພາດວັນທີ 27 ກໍລະກົດ 2021

ຊ່ອງຕິດຕາມຢູທູບ: Thay Champasak (https://bit.ly/2V9dfoH)

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/